Saturday, September 21, 2024
Homeຂ່າວຕ່າງປະເທດເກີດເຫດແຜ່ນດິນໄຫວຄັ້ງໃໝ່ຊໍ້າຈຸດເກົ່າ ທີ່ ຕວກກີ

ເກີດເຫດແຜ່ນດິນໄຫວຄັ້ງໃໝ່ຊໍ້າຈຸດເກົ່າ ທີ່ ຕວກກີ

ເກີດເຫດແຜ່ນດິນໄຫວ 2 ຄັ້ງໃໝ່ທີ່ ຕວກກີ ຄວາມແຮງ 6.4 ແລະ 5.8 ຮິກເຕີ, ມີຄົນເສຍຊີວິດເພີ່ມ 3 ຄົນ ແລະ ບາດເຈັບຫຼາຍກວ່າ 200 ຄົນ. ສ່ວນຍອດຜູ້ເສຍຊີວິດຈາກແຜ່ນດິນໄຫວ 2 ອາທິດກ່ອນແມ່ນມີຍອດສະສົມເຖິງ 41,000 ຄົນ.

ໃນຕອນແລງຂອງວັນທີ 20 ກຸມພາ 2023, ໃນເວລາ 20:04 ຕາມເວລາທ້ອງຖິ່ນ ເກີດເຫດແຜ່ນດິນໄຫວຄວາມແຮງ 6.4 ຣິກເຕີໃນເຂດເດບນີ, ແຂວງຮາເຕ ປະເທດຕວກກີ ເຊິ່ງເລິກຈາກຜິວດິນ 16.7 ກິໂລແມັດ ໂດຍທາງຕວກກີໄດ້ລາຍງານແຕກຕ່າງຈາກສູນແຜ່ນດິນໄຫວເມດີເຕລານີຂອງສະຫະພາບເອີຣົບ (EMSC) ທີ່ລາຍງານກ່ອນໜ້ານີ້ວ່າ ແຜ່ນດິນໄຫວຄັ້ງທຳອິດມີຄວາມແຮງ 6.3 ຣິກເຕີ ແລະ ຢູ່ເລິກລົງໄປ 2 ກິໂລແມັດ.

ອີກ 3 ນາທີຕໍ່ມາ ເກີດເຫດແຜ່ນດິນໄຫວຄັ້ງທີ 2 ຄວາມແຮງຂະໜາດ 5.8 ຣິກເຕີຢູ່ໃນເຂດຊາມັນດັກ, ແຂວງຮາເຕ ປະເທດຕວກກີ ເຊິ່ງໃນຄັ້ງນີ້ເລິກຈາກຜິວດິນພຽງແຕ່ 7 ກິໂລແມັດ ແລະ ເກີດອາຟເຕີຊ໋ອກຕື່ມຫຼາຍກວ່າ 32 ຄັ້ງ ຫຼັງຈາກແຜ່ນດິນໄຫວທັງ 2 ຄັ້ງຈົບລົງ.

ສຳນັກບໍລິຫານຈັດການໄພພິບັດ ແລະ ເຫດສຸກເສີນແຫ່ງຊາດຕວກກີ (AFAD) ໄດ້ແຈ້ງເຕືອນໄພໃຫ້ປະຊາຊົນທີ່ຢູ່ຕາມຊາຍຝັ່ງທະເລໃຫ້ຫຼີກລ່ຽງພື້ນທີ່ຕິດແຄມທະເລຊົ່ວຄາວ ເພາະອາດເກີດຄື້ນທະເລທີ່ສູງກ່ວາ 50 ຊັງຕີແມັດ. ນອກນີ້ຍອດຜູ້ເສບຊີວິດຈາກຄັ້ງທຳອິດຕັ້ງແຕ່ 6 ກຸມພາ 2023 ທີ່ຜ່ານມາ ລວມຍອດເປັນ 41,156 ຄົນ ແລະ ຄາດວ່າຈະຍັງເພີ່ມຂຶ້ນອີກ ເນື່ອງຈາກຍັງມີຜູ້ສູນຫາຍຫຼາຍກວ່າ 385,000 ຫຼັງຄາເຮືອນໃນຂົງເຂດ 11 ແຂວງ.

ຂ່າວ: Reuters

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments