Home ຂ່າວການເມືອງ ລັດຖະມົນຕີກະຊວງການເງິນ ຊຸກຍູ້ການຫັນເປັນທັນສະໄໝຂອງຂະແໜງການເງິນ

ລັດຖະມົນຕີກະຊວງການເງິນ ຊຸກຍູ້ການຫັນເປັນທັນສະໄໝຂອງຂະແໜງການເງິນ

0
418

ທ້າຍອາທິດຜ່ານມາ, ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ລົງຢ້ຽມຢາມ ແລະ ຊຸກຍູ້ວຽກງານການຈັດຕັ້ງປະຕິບັດ ວຽກການຫັນເປັນທັນສະໄໝກ້າວເປັນດີຈິຕອນຂອງຂະແໜງການເງິນ ຢູ່ກົມເຕັກໂນໂລຊີຂໍ້ມູນຂ່າວສານການເງິນ ໂດຍການຕ້ອນຮັບຂອງ ທ່ານ ວິໄລທອງ ສຸດທະວີໄລ ຮັກສາການຫົວໜ້າກົມເຕັກໂນໂລຊີຂໍ້ມູນຂ່າວສານການເງິນ ກະຊວງການເງິນ, ມີຄະນະກົມ, ຄະນະຫ້ອງການກະຊວງ ແລະ ພະນັກງານວິຊາການ ເຂົ້າຮ່ວມ.

ໂອກາດດັ່ງກ່າວ, ທ່ານ ວິໄລທອງ ສຸດທະວິໄລ ໄດ້ລາຍງານໂດຍສັງເຂບກ່ຽວກັບສະພາບການ ຈັດຕັ້ງປະຕິບັດວຽກງານຫັນເປັນທັນສະໄໝ ກ້າວເປັນດີຈິຕອນ ຂອງຂະແໜງການເງິນພາກລັດ ໃນໄລ ຍະຜ່ານມາ ແລະ ກົງຈັກການຈັດຕັ້ງ-ພາລະບົດບາດຂອງກົມ, ບັນດາລະບົບຄຸ້ມຄອງລາຍຮັບ-ລາຍຈ່າຍ, ລະບົບພື້ນຖານໂຄງລ່າງເຄືອຂ່າຍ ແລະ ຄວາມປອດໄພ, ລະບົບຊໍາລະພາສີ-ອາກອນ, ຄ່າທໍານຽມ ແລະ ຄ່າບໍລິການແບບລວມສູນຢູ່ລະບົບ(FINLINK), ລະບົບຖານຂໍ້ມູນໃຫຍ່ລວມສູນ, ລະບົບຄຸ້ມຄອງພະນັກງານ ແລະ ຫ້ອງການ, ການບໍາລຸງຮັກສາລະບົບ ແລະ ທິດທາງແຜນວຽກຈຸດສຸມທີ່ສຳຄັນຈະຕ້ອງໄດ້ຮີບຮ້ອນພັດທະນາໃນຕໍ່ໜ້າ, ພ້ອມທັງສະເໜີສ້າງຫ້ອງຄວບຄຸມລະບົບຄຸ້ມຄອງ ຕິດຕາມເຄືອຂ່າຍ (NOC) ແລະ ຄຸ້ມຄອງຕິດຕາມ, ແຈ້ງເຕືອນຄວາມປອດໄພຂໍ້ມູນ (SOC), ຄຸ້ມຄອງລະບົບຖານຂໍ້ມູນໃຫ່ຍລວມສູນ(Lao FIDA) ແລະ ສາງເກັບມ້ຽນອຸປະກອນໄອທີສໍາຮອງໄວ້ ເພື່ອແກ້ໄຂບັນຫາອຸປະກອນຄັດຂ້ອງໃຫ້ທັນເວລາ.

ໂອກາດນີ້, ທ່ານ ສັນຕິພາບ ພົມວິຫານ ໄດ້ມີຄໍາເຫັນໂອ້ລົມ ແລະ ໃຫ້ທິດຊີ້ນຳກ່ຽວກັບການ ຈັດຕັ້ງປະຕິບັດວຽກການຫັນເປັນທັນສະໄໝ ກ້າວເປັນດີຈິຕອນ ຂອງຂະແໜງການເງິນ, ຊຶ່ງ ປັດຈຸບັນກະຊວງການເງິນມີຫລາຍລະບົບໃນການນໍາໃຊ້ຄຸ້ມຄອງລາຍຮັບ-ລາຍຈ່າຍ ໃຫ້ເອົາໃຈໃສ່ຄົ້ນຄວ້າ, ເພື່ອ ໃຫ້ລະບົບຫັນເປັນທັນສະໄໝ ຂອງແໜງການເງິນສາມາດຄຸ້ມຄອງລວມສູນ ເພື່ອອຳນວຍຄວາມສະ ດວກໃນການຄຸ້ມຄອງ, ບຳລຸງຮັກສາ ແລະ ຈັດຕັ້ງປະຕິບັດວຽກງານ ກ່ຽວກັບການຫລຸດຜ່ອນຂັ້ນຕອນຂອດຂັ້ນໃນການແຈ້ງຊໍາລະ ແລະ ສາມາດເຊື່ອມຕໍ່ກັບຂະແໜງການທີ່ກ່ຽວຂ້ອງ. ພ້ອມນັ້ນ, ໃຫ້ຄົ້ນ ຄວ້າພັດທະນາລະບົບຈັດເກັບລາຍຮັບຄ່າທຳນຽມ ແລະ ຄ່າບໍລິການ ຕາມລັດຖະບັນຍັດ 002/ປປທໃຫ້ເຂົ້າໃນລະບົບງົບປະມານ, ເອົາໃຈໃສ່ປັບປຸງລະບົບພຶ້ນຖານໂຄງລ່າງເຄືອຂ່າຍ ໃຫ້ເປັນທັນສະໄໝກ້າວໄປສູ່ລະບົບ Cloud ແລະ ກໍານົດແຜນວຽກຈຸດສຸມລະອຽດ, ການພັດທະນາລະບົບຫັນວຽກງານເປັນຫັນສະໄໝ, ຕ້ອງຄໍານຶງໃຫ້ສາມາດຫລຸດຜ່ອນຂັ້ນຕອນ, ສ້າງຄວາມສະດວກໃນການຈັດຕັ້ງປະຕິ ບັດວຽກງານວິຊາສະເພາະຂອງຂະແໜງການເງິນ ແລະ ກຳນົດໄລຍະເວລາການຈັດຕັ້ງປະຕິບັດ. ສໍາລັບການປ່ຽນຖ່າຍອຸປະກອນຄອມພິວເຕີ ໃຫ້ຂະແໜງການທີ່ກ່ຽວຂ້ອງສຳຫລວດກວດຄືນ ແລະ ກຳນົດມາດຖານເງື່ອນໄຂລະອຽດໃຫ້ສອດຄ່ອງກັບການນໍາໃຊ້ໜ້າວຽກຕົວຈິງ.

ໂອກາດດຽວກັນ, ທ່ານລັດຖະມົນຕີກະຊວງການເງິນ, ພ້ອມດ້ວຍຄະນະໄດ້ຢ້ຽມຊົມລະບົບຄຸ້ມຄອງຕິດຕາມເຄືອຂ່າຍ (NOC) ແລະ ຄຸ້ມຄອງຕິດຕາມ, ແຈ້ງເຕືອນຄວາມປອດໄພຂໍ້ມູນ (SOC) ຕື່ມອີກ.

ຂ່າວ-ພາບ: ກະຊວງການເງິນ

NO COMMENTS

LEAVE A REPLY

Please enter your comment!
Please enter your name here