Sunday, September 22, 2024
Homeຂ່າວກິລາສະໂມສອນຫຼວງພະບາງ FC ກຽມຄວາມພ້ອມຮອບດ້ານໃນການເຂົ້າຮ່ວມແຂ່ງຂັນລາວລີກ 1

ສະໂມສອນຫຼວງພະບາງ FC ກຽມຄວາມພ້ອມຮອບດ້ານໃນການເຂົ້າຮ່ວມແຂ່ງຂັນລາວລີກ 1

ປັດຈຸບັນສະໂມສອນບານເຕະຫຼວງພະບາງ FC ໄດ້ກະກຽມຄວາມພ້ອມທຸກດ້ານ ເພື່ອຂົ້າຮ່ວມແຂ່ງຂັນໃນລາຍການບານເຕະແປັບຊີລາວລີກ 1 ປະຈຳປີ 2023 ໂດຍສະເພາະນັກກະລາທີ່ຈະເຂົ້າຮ່ວມ ຊື່ງໄດ້ຄັດເລືອກເອົານັກເຕະພາຍໃນແຂວງລວມ 20 ຄົນ ສ່ວນຄູຝຶກ ແມ່ນໄດ້ໃຊ້ຄູຝຶກທີ່ມີປະສົບການຈາກປະເທດໄທ, ນອກນັ້ນ ແມ່ນຄະນະບໍລິຫານງານ ແລະຄະນະຮັບຜິດຊອບ. ທ່ານ ນວນສີ ສີສຸຄອນ ປະທານສະໂມສອນບານເຕະຫຼວງພະບາງ FC ໄດ້ໃຫ້ສຳພາດວ່າ: ຄວາມພ້ອມຂອງນັກກິລາສະໂມສອນບານເຕະຫຼວງພະບາງ FC ປັດຈຸບັນເຫັນວ່າມີທຸກດ້ານ ເຊີ່ງການແຂ່ງຂັນໃນໄລຍະເບື້ອງຕົ້ນ ຈະເນັ້ນໜັກກ່ຽວກັບການເກັບກ່ຽວປະສົບການ ແລະການສ້າງນັກກິລາຮຸ່ນສືບທອດ, ສ່ວນງົບປະມານໄດ້ຮັບຈາກ ການປະກອບສ່ວນຂອງຄະນະບໍລິຫານງານ ແລະພາກສ່ວນທຸລະກິດຈຳນວນໜື່ງ ຊຶ່ງໃນນັດທຳອິດ ຈະລົງແຂ່ງຂັນກັບສະໂມສອນກິລາບານເຕະກອງທັບ ທີ່ສະໜາມກິລາຫຼັກ 5 ກອງທັບ.ໂອກາດນີ້ ທ່ານໄດ້ເຊີນຊວນມວນຊົນຊາວຫຼວງພະບາງ ທີ່ຢູ່ທັງພາຍໃນແຂວງ ແລະຕ່າງແຂວງ ພ້ອມກັນສົ່ງກຳລັງໃຈເຊຍນັກກິລາສະໂມສອນບານເຕະຫຼວງພະບາງ FC ທີ່ລົງແຂ່ງທຸກນັດ ພ້ອມທັງຊ່ວຍປະກອບສ່ວນຊື້ເສື້ອກອງເຊຍ ຊຶ່ງຄະນະບໍລິຫານງານໄດ້ວາງຈຳໜ່າຍ ເພື່ອລະດົມທຶນສົມທົບ ການເຄື່ອນໄຫວຂອງນັກກິລາແຕ່ລະນັດ.

ທ່ານ ນວນສີ ສີສຸຄອນ ໃຫ້ສຳພາດຕື່ມວ່າ: ສຳລັບແຜນການຕໍ່ໜ້າ ສະໂມສອນບານເຕະຫຼວງພະບາງ FC ຈະຄົ້ນຄວ້າງົບປະມານ ແລະການສະໜັບສະໜູນຈາກຫຼາຍພາກສ່ວນ ເພື່ອຊື້ນັກເຕະຕ່າງຊາດເຂົ້າມາເສີມກຳລັງແຮງພາຍໃນທີມ ໃຫ້ມີຄວາມເຂັ້ມແຂງ ແລະຕັ້ງຄວາມຫວັງວ່າ ໃນລາຍການບານເຕະແປັບຊີລາວລີກ 1 ປະຈຳປີ 2023 ຈະໃຫ້ໄດ້ຮັບການຈັດຢູ່ໃນ 1 ໃນ 4 ອັນດັບຕົ້ນຂອງຕາຕະລາງ. (ຂ່າວ:ຫຼວງພະບາງ)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments