Sunday, September 22, 2024
Homeຂ່າວການເມືອງວຽກງານການປ້ອງກັນແລະຫຼຸດຜ່ອນຄວາມສ່ຽງໄພພິບັດເປັນວຽກໜຶ່ງທີ່ສຳຄັນຫຼາຍ

ວຽກງານການປ້ອງກັນແລະຫຼຸດຜ່ອນຄວາມສ່ຽງໄພພິບັດເປັນວຽກໜຶ່ງທີ່ສຳຄັນຫຼາຍ

ສະພາບການປ່ຽນແປງດິນຟ້າອາກາດສາມາດສົ່ງຜົນເຮັດໃຫ້ເກີດມີໄພແລ້ງ, ລົມພາຍຸພັດແຮງ ແລະ ຝົນຕົກໜັກເຮັດໃຫ້ເກີດນໍ້າຖ້ວມ,ສ້າງຄວາມສູນເສຍໂຄງລ່າງພື້ນຖານ, ມີຄວາມເສຍຫາຍຕໍ່ຊີວິດ, ຊັບສິນແລະອື່ນໆ. ສະນັ້ນ, ວຽກງານການປ້ອງກັນແລະຫຼຸດຜ່ອນຄວາມສ່ຽງໄພພິບັດເປັນວຽກໜຶ່ງທີ່ສຳຄັນຫຼາຍ ແລະ ຕ້ອງໄດ້ຈັດຕັ້ງປະຕິບັດກ່ອນໄລຍະເຫດການໄພພິບັດທີ່ຈະເກີດຂຶ້ນ.

ທ່ານວົງຄຳພັນ ທະນຸວົງຫົວໜ້າກົມສັງຄົມສົງເຄາະຫົວໜ້າກອງເລຂາຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ (ຄພສ) ໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານໄພພິບັດປະຈຳປີ 2022 ແລະ ທິດທາງແຜນການປີ 2023 ຕໍ່ກອງປະຊຸມຄະນະກຳມະການຄຸ້ມຄອງໄພພິບັດທົ່ວປະເທດປະຈຳປີ 2022 ເມື່ອບໍ່ດົນມານີ້ທີ່ນະຄອນຫຼວງວຽງຈັນ ໂດຍສະພາະແມ່ນມາດຕະການໃນການຈັດຕັ້ງປະຕິບັດໃນປີ 2023 ວ່າ: ວຽກງານການປ້ອງກັນ ແລະ ຫຼຸດຜ່ອນຄວາມສ່ຽງໄພພິບັດແມ່ນວຽກງານໜຶ່ງທີ່ຕ້ອງຈັດຕັ້ງປະຕິບັດກ່ອນໄລຍະເຫດການໄພພິບັດທີ່ຈະເກີດຂຶ້ນໂດຍໄດ້ສຸມໃສ່ການຊຸກຍູ້ໃນການຈັດຕັ້ງປະຕິບັດການສ້າງຄວາມເຂັ້ມແຂງໃຫ້ຄະນະກຳມະການຄຸ້ມຄອງໄພພິບັດທຸກຂັ້ນ, ບັນດາພາກສ່ວນຊຸມຊົນ ແລະ ພາກສ່ວນທີ່ກ່ຽວຂ້ອງພ້ອມທັງຊຸກຍູ້ຈັດຕັ້ງຜັນຂະຫຍາຍບັນດານິຕິກໍາ, ການເຝົ້າລະວັງ – ຕິດຕາມ ແລະ ການແຈ້ງຂ່າວເຕືອນໄພລ່ວງໜ້າກ່ຽວກັບຄວາມອັນຕະລາຍ ແລະ ໄພພິບັດຕ່າງໆ ທີ່ອາດຈະເກີດຂຶ້ນຫຼັງຈາກທໍາມະຊາດ ແລະ ມະນຸດເຮົາເປັນຜູ້ສ້າງຂຶ້ນ, ລວມທັງການກວດກາຄືນຄວາມພ້ອມທາງດ້ານເຄື່ອງມືວັດຖຸ, ອຸປະກອນ, ພາຫະນະ, ຢາປົວພະຍາດ ແລະການເກັບແຮເຄື່ອງຊ່ວຍເຫຼືອບັນເທົາທຸກສຸກເສີນເພື່ອຮັບໃຊ້ເຂົ້າໃນການຕອບໂຕ້ເຫດການໄພພິບັດ; ໃນນັ້ນຄວາມພ້ອມຂອງທີມງານໃຫ້ການຊ່ວຍເຫຼືອສຸກເສີນເປັນຕົ້ນ: ທີມງານປະເມີນຜົນສຸກເສີນ, ທີມງານຊອກຄົ້ນ-ຄົ້ນຫາ ແລະ ກູ້ໄພ, ທີມງານຊ່ວຍເຫຼືອທາງດ້ານການແພດ, ບໍລິການສຸຂະພາບແລະ ອື່ນໆ ພ້ອມດຽວກັນນີ້, ກອງເລຂາ (ຄພສ) ຍັງຕິດຕາມສະພາບອາກາດແລະຄວາມເປັນໄປໄດ້ທີ່ຈະເກີດໄພພິບັດພາຍໃນປະເທດ ແລະ ພາກພື້ນເພື່ອແຈ້ງໃຫ້ບັນດາຄະນະກໍາມະການຮັບຊາບທັງສູນກາງ ແລະ ທ້ອງຖິ່ນໃນການກຽມຄວາມພ້ອມຮັບມືກັບສະພາບດັ່ງກ່າວ.

ທ່ານ ວົງຄຳ ພັນທະນຸວົງ ກ່າວຕື່ມວ່າ: ມາດຕະການໃນການຄວບຄຸມ-ຕອບໂຕ້ສຸກເສີນ ແລະ ບັນດາທ່າແຮງຂອງຂະແໜງການແມ່ນໂດຍປະຕິບັດຕາມຂໍ້ກໍານົດໃນກົດໝາຍວ່າດ້ວຍການຄຸ້ມຄອງໄພພິບັດ, ການຄວບຄຸມຊ່ວຍເຫຼືອແກ້ໄຂສຸກເສີນໃນລະຫວ່າງເກີດໄພພິບັດແມ່ນການຈໍາກັດໄພພິບັດທີ່ພວມເກີດຂຶ້ນບໍ່ໃຫ້ສ້າງຜົນກະທົບຮ້າຍແຮງ ຫຼື ຄວາມເສຍຫາຍຫຼວງຫຼາຍຕໍ່ສຸຂະພາບ, ຊີວິດ, ຊັບສິນຂອງປະຊາຊົນ ຊຶ່ງຕ້ອງປະຕິບັດດັ່ງນີ້: ການຮັບປະກັນຄວາມປອດໄພ, ການຊ່ວຍເຫຼືອສຸກເສີນ, ການຊອກຄົ້ນຫຼືຄົ້ນຫາ ແລະ ກູ້ໄພການປະເມີນຜົນເສຍຫາຍ ແລະ ຄວາມຕ້ອງການຮີບດ່ວນເບື້ອງຕົ້ນ. ການຊ່ວຍເຫຼືອບັນເທົາທຸກ, ການຮ້ອງຂໍການຊ່ວຍເຫຼືອ, ການອຳນວຍຄວາມສະດວກໃນການຊ່ວຍເຫຼືອຈາກສາກົນ, ການຄຸ້ມຄອງການຊ່ວຍຫຼືອ, ການສ້ອມແປງໂຄງລ່າງພື້ນຖານທີ່ຈຳເປັນ, ການປະກາດເປັນເຂດປະສົບໄພພິບັດ ແລະ ການປະກາດຍົກເລີກເຂດປະສົບໄພພິບັດ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments