Monday, September 23, 2024
Homeຂ່າວພາຍໃນແຂວງສະຫວັນນະເຂດ ຄົ້ນພົບເມືອງເກົ່າສະໄໝບູຮານ ຄາດວ່າອາຍຸ 2.000 ປີ

ແຂວງສະຫວັນນະເຂດ ຄົ້ນພົບເມືອງເກົ່າສະໄໝບູຮານ ຄາດວ່າອາຍຸ 2.000 ປີ

ພົບຂໍ້ມູນຫຼັກຖານບູຮານສະຖານ ຢູ່ບ້ານໜອງເຮືອທອງ ເມືອງໄຊບູລີ ແຂວງສະຫວັນນະເຂດ ຄາດວ່າເປັນເມືອງເກົ່າ ສະໄໝບູຮານອາຍຸ 2.000 ປີ. ວັນທີ 10 ກຸມພາ 2023 ຜ່ານມານີ້ ທ່ານບຸນເລິງ ອິນທິສັກ ຮອງຫົວໜ້າຂະແໜງວັດທະນະທຳ ແຂວງສະຫວັນນະເຂດ ລາຍງານວ່າ: ແຫຼ່ງບູຮານວິທະຍາ ໜອງເຮືອທອງ ເຊິ່ງກ່ອນໜ້ານີ້ ຄື ໃນປີ 2008 ປະຊາຊົນໄດ້ຂຸດຄົ້ນ ພົບວັດຖຸມີຄ່າຫຼາຍລາຍການ, ປັດຈຸບັນແຂວງສະຫວັນນະເຂດ ເປັນຜູ້ເກັບຮັກສາໄວ້, ຈາກການສໍາຫຼວດເກັບກຳຂໍ້ມູນໃນເບື້ອງຕົ້ນ ຄາດວ່າຈະເປັນຕົວເມືອງເກົ່າໃນສະໄໝບູຮານ ຈຶ່ງໄດ້ລົງເກັບກຳຂໍ້ມູນຄືນໃໝ່ ແລະສໍາຫຼວດຂຸດຄົ້ນບາງຈຸດ ຄາດວ່າຈະແມ່ນຄູເມືອງ ແລະຈຸດທີ່ພົບວັດຖຸມີຄ່າກ່ອນໜ້ານີ້ການສຳຫຼວດເລີ່ມວັນທີ 1 ກຸມພາ 2023 ເປັນຕົ້ນມາ ແລະໄດ້ຂຸດເພື່ອສໍາຫຼວດເບິ່ງ ຊັ້ນດິນທັງໝົດ 13 ຈຸດ.

ມີບາງຈຸດໄດ້ພົບຫຼັກຖານທີ່ຈະນຳໄປສູ່ການກຳນົດອາຍຸຂອງສະຖານທີ່ ແລະທີ່ເດັ່ນກວ່າໝູ່ແມ່ນບໍລິເວນດອນສິມໄດ້ພົບດິນຈີ່ເກົ່າແກ່ໂຄງສ້າງອາຄານຄາດວ່າຈະມີອາຍຸກວ່າ 2.000 ປີ ແຕ່ການສໍາຫຼວດນີ້ຈະດຳເນີນໄປຮອດ ວັນທີ 2 ມີນາ 2023 ຈຶ່ງຈະໄດ້ຢຸດລົງ.

ຂ່າວຈາກ: ສະຫວັນພັດທະນາຂ່າວ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments