Monday, September 23, 2024
Homeຂ່າວຕ່າງປະເທດໄທ ຈະເຈລະຈາສັນຍາການຄ້າເສລີກັບສະຫະພາບເອີຣົບ ຄືນໃໝ່

ໄທ ຈະເຈລະຈາສັນຍາການຄ້າເສລີກັບສະຫະພາບເອີຣົບ ຄືນໃໝ່

ຕາມຂ່າວຈາກວິທະຍຸສາກົນ ແຫ່ງ ສປ ຈີນ ​ເມື່ອ​ບໍ່​ດົນ​ມາ​ນີ້ີ້ເວັບໄຊລັດຖະບານໄທ ແຈ້ງຂ່າວວ່າ: ລັດຖະບານໄທ ໄດ້ອະນຸມັດ ຂໍ້ສະເໜີຂອງກະຊວງການຄ້າໄທ ຈະເລີ່ມຕົ້ນຂະບວນການດຳເນີນການເຈລະຈາສັນຍາການຄ້າເສລີກັບສະຫະພາບເອີຣົບ (ອີ​ຢູ) ຄືນໃໝ່ ​ເນື່ອງ​ຈາກອີ​ຢູ ແມ່ນເຂດເສດຖະກິດຂະໜາດໃຫຍ່ທີ່ມີພວມບົ່ມຊ້ອນ, ການດຳເນີນການເຈລະຈາສັນຍາ ການຄ້າເສລີ ກັບອີ​ຢູ ຄືນໃໝ່ແມ່ນວຽກງານອັນສຳຄັນທີ່ຄວນເລັ່ງຈັດຕັ້ງປະຕິບັດ, ເຊິ່ງມີຜົນດີຕໍ່ການຊຸກຍູ້ຜົນປະໂຫຍດລວມຂອງໄທ, ເພີ່ມທະວີໂອກາດດ້ານການຄ້າ ແລະ ການລົງທຶນຂອງໄທ. ສຳລັບອີ​ຢູ ແມ່ນຄູ່ການຄ້າໃຫຍ່ອັນດັບ 4 ຂອງໄທ, ປັດຈຸບັນ, ຜະລິດຕະພັນທີ່ໄທສົ່ງອອກໄປອີ​ຢູ ຕົ້ນຕໍ ລວມມີ: ອຸປະກອນ ແລະ ເຄື່ອງອາໄຫລ່ຄອມພິວເຕີ, ເພັດນິນຈິນດາ, ແອເຢັນ ແລະ ເຄື່ອງອາໄຫລ່ແອເຢັນ, ຜະລິດຕະພັນຢາງພາລາ, ອາຫານ ແລະ ອື່ນໆ ສ່ວນຜະລິດຕະພັນທີ່ໄທນຳເຂົ້າຈາກອີ​ຢູ ຕົ້ນຕໍແມ່ນເຄື່ອງຈັກ ແລະ ເຄື່ອງອາໄຫລ່ຂອງເຄື່ອງຈັກ, ຢາປົວພະຍາດ, ຜະລິດຕະພັນເຄມີ ແລະ ອື່ນໆ ອີກ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments