Saturday, September 21, 2024
Homeຂ່າວຕ່າງປະເທດຫວຽດນາມ ຊຸກຍູ້ຖັນແຖວປັນຍາຊົນ, ນັກວິທະຍາສາດ, ນັກສິລະປິນ

ຫວຽດນາມ ຊຸກຍູ້ຖັນແຖວປັນຍາຊົນ, ນັກວິທະຍາສາດ, ນັກສິລະປິນ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ວັນທີ 16 ກຸມພາ ຜ່ານມາ ຢູ່ ຮ່າໂນ້ຍ, ທ່ານ ຫວໍວັນເຖືອງ ຜູ້ປະຈຳການຄະນະເລຂາສູນກາງພັກກອມມູນິດ ຫວຽດນາມ ໄດ້ເປັນປະທານກອງປະຊຸມພົບປະກັບຜູ້ແທນປັນຍາຊົນ, ນັກວິທະຍາສາດ, ນັກສິລະປິນ ເນື່ອງໃນໂອກາດຕົ້ນລະດູບານໃໝ່ປີ 2023.

ຂ່າວລະບຸວ່າ: ພາຍຫຼັງຮັບຟັງບັນດາຜູ້ແທນແລກປ່ຽນ, ແບ່ງປັນ ກ່ຽວກັບບົດຮຽນ, ປະສົບການ ແລະ ໝາກຜົນທີ່ພົ້ນເດັ່ນ. ທ່ານ ຫວໍວັນເຖືອງ ໄດ້ຕີລາຄາສູງ, ຮັບຮູ້ຂໍ້ສະເໜີຂອງບັນດາຜູ້ແທນ ແລະ ເນັ້ນໜັກວ່າ: ຖັນແຖວນັກວິທະຍາສາດ, ປັນຍາຊົນ, ນັກສິລະປິນ ແມ່ນກົກເຄົ້າກຳລັງແຮງຂອງປະເທດຊາດ, ແມ່ນຊັບສົມບັດອັນລ້ຳຄ່າຂອງຊາດ. ທ່ານສະເໜີໃຫ້ສຸມໃສ່ສ້າງລະບົບລະບຽບການຕາມທິດສ້າງກຳລັງໜູນໃຫ້ສົມບູນແບບ ເພື່ອໃຫ້ຖັນແຖວປັນຍາຊົນ, ນັກວິທະຍາສາດ, ນັກສິລະປິນ ພັດທະນາກຳລັງຄວາມສາມາດ, ຮັບໃຊ້ປະເທດຊາດ; ສ້າງກົນໄກນະໂຍບາຍດຶງດູດ, ຖືເປັນສຳຄັນໃນການນຳໃຊ້ຜູ້ມີຄວາມສາມາດ, ເກື້ອກູນຢ່າງເໝາະສົມສຳລັບຜູ້ທີ່ມີຄວາມສາມາດຢູ່ພາຍໃນ ແລະ ຕ່າງປະເທດ.

ປັດຈຸບັນ, ບັນດາສະມາຄົມວິທະຍາສາດ ແລະ ເຕັກນິກ ຫວຽດນາມ ມີປັນຍາຊົນ, ນັກວິທະຍາສາດ ລວມທັງໝົດປະມານ 2,2 ລ້ານຄົນ. ນອກຈາກນັ້ນ ຍັງມີປັນຍາຊົນ, ນັກວິທະຍາສາດ, ນັກສິລະປິນ ຫຼາຍຄົນພວມດຳລົງຊີວິດ, ເຮັດວຽກຢູ່ຕ່າງປະເທດ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments