Sunday, September 22, 2024
Homeທຸລະກິດກຳລັງສ້າງໂຮງງານຊີລີຄອນທີ່ໃຫຍ່ສຸດໃນລາວ ທີ່ແຂວງບໍລິຄຳໄຊ

ກຳລັງສ້າງໂຮງງານຊີລີຄອນທີ່ໃຫຍ່ສຸດໃນລາວ ທີ່ແຂວງບໍລິຄຳໄຊ

ໃນໂອກາດທີ່ ທ່ານ ທອງພັດ ອິນທະວົງ ຮອງລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ລົງຢ້ຽມຢາມ ແລະ ຕິດຕາມໂຄງການກໍ່ສ້າງສາຍສົ່ງແຮງສູງ 155 ກິໂລໂວນ ແລະ ກໍ່ສ້າງສະຖານີ ເພື່ອສະໜອງໄຟຟ້າໃຫ້ໂຮງງານຜະລິດຊີລີຄອນຂອງບໍລິລິສັດ ລາວຊີລີຄອນ ຈໍາກັດ ໃນວັນທີ 13 ກຸມພາ 2023 ທີ່ຜ່ານມາ. ທ່ານ ຊິນ ອິນທະວົງ ຜູ້ອຳນວຍການລັດວິສາຫະກິດກໍ່ສ້າງ ແລະ ຕິດຕັ້ງໄຟຟ້າ ໄດ້ລາຍງານໃຫ້ຮູ້ວ່າ: ບໍລິລິສັດ ລາວຊີລີຄອນ ຈໍາກັດ ໄດ້ຮັບການສ້າງຕັັ້ງຂຶ້ນໃນປີ 2006, ໄດ້ສ້າງຕັັ້ງໂຮງງານປຸງແຕ່ງຊີລີຄອນ ເພື່ອການສົ່ງອອກ ຢູ່ເຂດອຸດສະຫະກໍາຫຼັກ21 ນະຄອນຫລວງວຽງຈັນ, ໃນເນື້ອທີ່ 6 ເຮັກຕ້າ,ມີອາຄານຜະລິດ 2 ຫຼັງ, ມີເຕົາຫຼອມທັງໝົດ 3 ເຕົາ, ເປັນໂຮງງານແຫ່ງທໍາອິດ ແລະ ແຫ່ງດຽວໃນ ສປປ ລາວ, ເປັນໂຮງງານຂະໜາດກາງ, ມີກໍາລັງການຜະລິດ 12.000 ໂຕນ/ປີ, ມີພະນັກງານກໍາມະກອນທັງໝົດ 385 ຄົນ.

ການດໍາເນີນກິດຈະການໃນໄລຍະຜ່ານມາ ເຫັນວ່າມີປະສິດທິຜົນ ສາມາດປະຕິບັດພັນທະອາກອນໃຫ້ລັດ ເປັນປົກະຕິ ແລະ ທ່າແຮງທາງດ້ານວັດຖຸດິບພາຍໃນທີ່ມີຄວາມອຸດົມສົມບູນໃນຂອບເຂດທົ່ວປະເທດ. ດັ່ງນັັ້ນ, ບໍລິສັດ ຈຶ່ງໄດ້ຕັດສິນໃຈຂະຫຍາຍໂຮງງານປຸງແຕ່ງຊີລີຄອນແຫ່ງທີ 2 ຕື່ມອີກຢູ່ເຂດບ້ານ ທ່າບົກ, ເມືອງ ທ່າພະບາດ , ແຂວງ ບໍລິຄໍາໄຊ ໃນເນຶ້ອທີ່ 16 ເຮັກຕາ, ໂຮງງານທີ່ຈະສ້າງຂຶ້ນໃໝ່ນີ້ ເປັນໂຮງງານຂະໜາດໃຫຍ່ ແລະ ທັນສະໄຫມກວ່າເກົ່າ, ໂດຍມີແຜນຈະສ້າງທັງໝົດ 6 ເຕົາຫຼອມ, ມີກໍາລັງການຜະລິດ 54 ພັນໂຕນ/ປີ, ນໍາໃຊ້ພະລັງງານ ໄຟຟ້າທັງໝົດ 84MW, ມູນຄ່າການລົງທຶນທັງໝົດປະມານ: 51 ລ້ານໂດລາສະຫະລັດ, ນໍາໃຊ້ແຮງງານປະມານ 300-500 ຄົນ, ຄາດວ່າໂຮງງານແຫ່ງທີ 2 ນີ້ຈະກໍ່ສ້າງສໍາເລັດໃນປີ2024.

ທ່ານ ກ່າວຕື່ມວ່າ: ຂະບວນການຜະລິດຊິລິຄອນຈະປະກອບດ້ວຍ: ວັດຖຸດິບພາຍໃນປະກອບມີ: 1) ພະລັງງານໄຟຟ້າ 2) ແຮ່ຄວາສ ແລະ 3) ຖ່ານໄມ້ . ສໍາລັບວັດຖຸດິບນໍາເຂົ້າປະກອບມີ: 1) ຂົ້ວໄຟຟ້າ Electrode 2) ຖ່ານກາກກັ່ນຈາກນ້ຳມັນ ແລະ 3) ຖ່ານກາກກັ່ນຈາກຖ່ານຫີນ. ຫຼັກການພື້ນຖານຂອງການຜະລິດຊິລິຄອນໂລຫະແມ່ນ ໃຊ້ແຮກວາສ (SiO2) ມາປະຕິກິລິຍາກາກບອນ ( C ) ເພື່ອໃຫ້ກາກບອນໂອຊີແຊນ ( O2) ທີ່ມີຢູ່່ໃນແຮ່ກວາສ (SiO2) ອອກ ແລະ ກໍ່ຈະໄດ້ຮັບຊີລິຄອນເກດ ໂລຫະດັ່ງສະແດງລຸ່ມນີ້: SiO2 +C = Si + CO2 (ຫີນແຮ່ ກວາສ + ຖ່ານ = ຊີລີຄອນໂລຫະ + ແກຊ CO2) ໃນເຕົາຫຼອມຊີລີຄອນພາຍໃຫ້ອຸນນະພູມ 1800 ° c ທີ່ໄດ້ຈາກພະລັງງານໄຟຟ້າແລ່ນຜ່ານຂົ້ວໄຟຟ້າອີເລັກໂທຮດ, ວັດຖຸດິບ (ແຮ່ກວາສ ແລະ ຖ່ານໃນອັດຕາສ່ວນທີ່ເໝາະສົມ) ທີ່ຖືກປ້ອນເຂົ້າເຕົາຫຼອມແລ້ວເກີດ ປະຕິກິລິຍາຂືຶ້ນໂດຍຖ່ານກາກບອນຈະດູດເອົາອົກຊີແຊນທີ່ຢູ່ໃນແຮກວາສແລ້ວກາຍເປັນແກ໊ຊ CO2, ແລ້ວປ່ອຍສູ່ບັນຍາກາດ, ສ່ວນຊີລີຄອນ ( Si ) ຈະຖືກປອ່ຍລົງເບົ້າຫຼອມກ້າມເປັນແຜ່ນຊີຄອນໂລຫະທີ່ມີຄຸນນະພາບ 99,00% ເພື່ອສົ່ງອອກ.

ຂອບໃຈຂ່າວຈາກ ສູນຂ່າວພະລັງງານ ແລະບໍ່ແຮ່

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments