Home ຂ່າວການເມືອງ ສູນກາງ ອພສ ສະຫລຸບການເຄື່ອນໄຫວວຽກງານປີ 2022

ສູນກາງ ອພສ ສະຫລຸບການເຄື່ອນໄຫວວຽກງານປີ 2022

0
387

ໃນວັນທີ 16 ກຸມພາ 2022 ນີ້, ສູນກາງອົງການພຸດທະສາສະໜາສຳ ພັນ(ອພສ) ແຫ່ງ ສປປ ລາວ ຈັດກອງປະຊຸມສະຫລຸບ-ຖອດຖອນບົດຮຽນ ການເຄື່ອນ ໄຫວວຽກງານປີ 2022 ກໍຄື ການຈັດຕັ້ງປະຕິບັດໂຄງການເມດຕາທຳ ແລະ ສະເໜີແຜນການເຄື່ອນໄຫວວຽກງານປີ 2023 ຢູ່ຫໍທຳມະສະພາ ວັດທາດຫລວງເໜືອ ເມືອງໄຊເສດຖາ ນະຄອນຫລວງວຽງຈັນ ໂດຍມີ ພະອາຈານ ມະຫາເຫວດ ມະເສໄນ ຮອງປະທານສູນກາງ, ອົງການພຸດທະສາສະໜາສໍາພັນ ແຫ່ງ ສປປ ລາວ, ມີຮອງຫົວໜ້າກົມສາສະໜາ ສູນກາງແນວລາວສ້າງຊາດ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ໂອກາດດັ່ງກ່າວ, ພະອາຈານ ອະທິປະໄຕ ໄມຕີຈິດ ປະທານໂຄງການເມດຕາທຳ ໄດ້ຜ່ານບົດສະຫລຸບການເຄື່ອນໄຫວວຽກງານໃນໄລຍະ 1 ປີ ຜ່ານມາ ໂດຍໄດ້ຍົກໃຫ້ເຫັນກິດຈະກຳທີ່ໄດ້ປະຕິບັດຕົວຈິງ ໃນໄລຍະຜ່ານມາ ເປັນຕົ້ນ ໄດ້ໂຄສະນາເຜີຍແຜ່ສຶກສາອົບຮົມ ຜົນຮ້າຍສິ່ງເສບຕິດ, ບົດບາດຜູ້ອາຍຸສູງ, ບົດບາດຍິງ-ຊາຍ, ສິດທິເດັກ ແລະ ຈະຣິຍະທຳ, ອາລົມຈິດ, ສະຕິປັນຍາການບໍລິການຊຸມຊົນແນໃສ່ການພັດທະນາຄົນໃຫ້ມີຄຸນນະທຳ ໂດຍຜ່ານກິດຈະກຳຕ່າງໆ ເຊັ່ນ: ກິດຈະກຳສອນທັກສະຊີວິດທາງພຸດທະສາສະໜາໃນໂຮງຮຽນ, ບຸນບັນພະຊາສາມະເນນ ແລະ ອົບຮົມສິລະທຳ ໃຫ້ແກ່ຊາວໜຸ່ມ-ເຍົາວະຊົນ, ກິດຈະກຳຮ່ວມກັບສະມາຄົມນ້ຳໃຈຊາວບ້ານ, ບັນ ຍາຍທຳຕາມສະຖານການສຶກສາ ຕາມການນິມົນ, ອອກບຸນນິທັດສະການ ແລະ ກິດ ຈະກຳອື່ນໆ.

ພ້ອມກັນນີ້,, ພະອາຈານ ອະທິປະໄຕ ໄມຕີຈິດ ຍັງໄດ້ຍົກໃຫ້ເຫັນຄວາມເປັນມາຂອງໂຄງການເມດຕາທຳ ເຊິ່ງໂຄງການດັ່ງກ່າວ, ໄດ້ຮັບການສ້າງຕັ້ງຂຶ້ນໃນປີ 2001 ໂດຍການຊີ້ນຳຂອງ ສູນກາງອົງການພຸດທະສາສະໜາສຳພັນ ແຫ່ງ ສປປ ລາວ ແລະ ສູນກາງແນວລາວສ້າງຊາດ ເພື່ອສົ່ງເສີມບົດບາດພະສົງໃນການເຄື່ອນໄຫວວຽກງານຊ່ວຍເຫລືອ ຫລຸດຜ່ອນການຈຳແນກລັງກຽດ ແລະ ໃຫ້ກຳລັງໃຈແກ່ຜູ້ຕິດເຊື້ອ ເຮສໄອວີ ແລະ ພະຍາດເອສ(HIV/AIDS).

ຂ່າວ: ທະນູທອງ

ພາບ: ຂັນໄຊ

NO COMMENTS

LEAVE A REPLY

Please enter your comment!
Please enter your name here