Sunday, September 22, 2024
Homeຂ່າວການເມືອງການປະຕິຮູບການບໍລິຫານແມ່ນໄມ້ງັດ ເພື່ອພັດທະນາເສດຖະກິດ-ສັງຄົມ

ການປະຕິຮູບການບໍລິຫານແມ່ນໄມ້ງັດ ເພື່ອພັດທະນາເສດຖະກິດ-ສັງຄົມ

ການປະຕິຮູບການບໍລິຫານ ແມ່ນໜຶ່ງໃນບັນດາຂອດບຸກທະລຸຍຸດທະສາດ ເພື່ອພັດທະນາເສດຖະກິດ-ສັງຄົມ. ໃນໄລຍະຜ່ານມາ, ກ່ຽວກັບການຊຸກຍູ້ການປະຕິຮູບການບໍລິຫານ, ຫວຽດນາມ ໄດ້ຍົກສູງກຳລັງຄວາມສາມາດແກ່ງແຍ້ງແຫ່ງຊາດ, ຊຸກຍູ້ ແລະ ລະດົມບັນດາແຫຼ່ງກຳລັງໃຫ້ແກ່ການພັດທະນາປະເທດຊາດ. ໂດຍສືບຕໍ່ທ່ວງທ່າດັ່ງກ່າວ, ປີ 2023, ລັດຖະບານຫວຽດນາມ ຮຽກຮ້ອງໃຫ້ບັນດາກະ ຊວງ, ຂະແໜງການ, ທ້ອງຖິ່ນສຸມໃສ່ຊຸກຍູ້ການປະຕິຮູບການບໍລິຫານ ຕິດພັນກັບການປ່ຽນແປງໃໝ່ປະດິດຄິດສ້າງ, ຫັນເປັນດີຈີຕອນ, ຊຸກຍູ້ການຟື້ນຟູ ແລະ ພັດທະນາເສດຖະກິດ-ສັງຄົມ.

ປີ 2022 ແລະ 1 ເດືອນຕົ້ນປີ 2023, ວຽກງານການປະຕິຮູບການບໍລິຫານ ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນຜົນງານລວມຂອງທົ່ວປະເທດ. ການຜັນຂະຫຍາຍການປະຕິບັດແຜນການປະຕິຮູບການບໍລິຫານ ໄດ້ປະກອບສ່ວນຊຸກຍູ້ການຜະລິດ, ດຳເນີນທຸລະກິດ, ຊຸກຍູ້ການຟື້ນຟູ ແລະ ພັດທະນາເສດຖະກິດ-ສັງຄົມ.

ໃນບົດລາຍງານສະຫຼຸບວຽກງານປະຕິຮູບການບໍລິຫານ ປີ 2022, ໃນກອງປະຊຸມຄັ້ງທີ 3 ຄະນະຊີ້ນຳການບໍລິຫານຂອງລັດຖະບານ ຫວຽດນາມ ຊຶ່ງຈັດຂຶ້ນໃນວັນທີ 3 ກຸມພາ 2023 ຢູ່ ຮ່າໂນ້ຍ ໄດ້ຊີ້ໃຫ້ເຫັນວ່າ: ປີ 2022, ວຽກງານປະຕິຮູບການບໍລິຫານ, ປັບປຸງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດ ໄດ້ຮັບການຊຸກຍູ້, ຮັບໃຊ້ປະຊາຊົນ ແລະ ວິສາຫະກິດໄດ້ເປັນຢ່າງດີ. ຫວຽດນາມ ໄດ້ຫຼຸດຜ່ອນ, ຫັນລະບຽບການການດຳເນີນທຸລະກິດຫຼາຍກວ່າ 1.000 ຂໍ້ ໃຫ້ເປັນງ່າຍດາຍ. ທົ່ວປະເທດໄດ້ສ້າງພາກສ່ວນປະຕູດຽວຫຼາຍກວ່າ 11.700 ແຫ່ງ ເພື່ອຮັບໃຊ້ ແລະ ແກ້ໄຂລະບຽບການບໍລິຫານ. ກະຊວງ, ຂະແໜງການ, ທ້ອງຖິ່ນ ໄດ້ສ້າງ, ນຳເອົາລະບົບປະຕູຖານຂໍ້ມູນການບໍລິການສາທາລະນະ ແລະ ລະບົບຂໍ້ມູນເອເລັກໂຕຣນິກປະຕູດຽວ ເຂົ້ານຳໃຊ້ໃນຂັ້ນກະຊວງ ແລະ ຂັ້ນແຂວງ.

ໝາກຜົນຂອງການປະຕິຮູບການບໍລິຫານໄດ້ສ້າງປະຖົມປັດໄຈ, ຊຸກຍູ້ການພັດທະນາຢ່າງຄົບຊຸດໃນຫຼາຍຂົງເຂດໃນການພັດທະນາເສດຖະກິດ-ສັງຄົມ, ຄວາມສາມາດແກ່ງແຍ່ງແຫ່ງຊາດໃນສະພາບການປະຕິວັດອຸດສາຫະກຳ ຄັ້ງທີ 4 ແລະ ທ່າອ່ຽງຫັນເປັນໂລກາພິວັດທົ່ວໂລກ. ພິເສດ, ໃນຂົງເຂດວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ມີການປ່ຽນແປງໃໝ່ຢ່າງແຂງແຮງ, ມີການຈັດຕັ້ງ, ກົນໄກຄຸ້ມຄອງ, ກົນໄກການເຄື່ອນໄຫວວິທະຍາສາດ, ເຕັກໂນໂລຊີຢ່າງຄົບຊຸດ. ໃນນັ້ນ, ກໍຍົກສູງດັດຊະນີການປ່ຽນແປງ ໃໝ່ປະດິດຄິດສ້າງຂອງ ຫວຽດນາມ ເມື່ອທຽບໃສ່ບັນດາປະເທດໃນໂລກ. ໃນບົດລາຍງານກ່ຽວກັບດັດຊະນີການປ່ຽນແປງໃໝ່ປະດິດຄິດສ້າງ (GII) ປີ 2022 ໂດຍອົງການຊັບສິນທາງປັນຍາໂລກ ໄດ້ປະກາດໃນເດືອນກັນຍາ 2022 ຢູ່ ເຊີແນວ ປະເທດສະວິດ, ດັດຊະນີ GII ຂອງ ຫວຽດນາມ ໄດ້ຮັບການດັດປັບເປັນທີ່ໜ້າປະທັບໃຈ, ເລື່ອນຂຶ້ນ 32 ຂັ້ນ, ຈາກອັນດັບທີ 83 ໃນປີ 2021 ຂຶ້ນເປັນອັນດັບທີ 51 ໃນປີ 2022, ໃນຈຳນວນ 132 ພື້ນຖານເສດຖະກິດ.

ປີ 2023, ລັດຖະບານ ຫວຽດນາມ ກຳນົດວ່າເປັນປີຂໍ້ມູນດີຈີຕອນ, ສ້າງ ແລະ ຂຸດຄົ້ນຂໍ້ມູນຂ່າວສານເພື່ອສ້າງຄຸນຄ່າໃໝ່. ດັ່ງນັ້ນ, ຫວຽດນາມ ຕ້ອງສ້າງສູນຂໍ້ມູນຂ່າວສານລະດັບຊາດ ເພື່ອຮັບໃຊ້ປະຊາຊົນ ແລະ ວິສາຫະກິດໃຫ້ມີປະສິດທິພາບ, ປະສິດທິຜົນດີຂຶ້ນກວ່າເກົ່າ, ສ້າງພື້ນຖານເສດຖະກິດການຕະຫຼາດຕາມກຳນົດທິດສັງຄົມນິຍົມ ເອກະລາດ, ເປັນເຈົ້າຕົນເອງ ຕິດພັນກັບການເປັນເຈົ້າການຢ່າງຕັ້ງໜ້າໃນການເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງ, ກວ້າງຂວາງ, ບັນລຸປະສິດທິຜົນ. ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ເນັ້ນໜັກວ່າ: ການຊຸກຍູ້ການປະຕິຮູບການບໍລິຫານຈະສ້າງຄວາມສະດວກໃຫ້ແກ່ປະຊາຊົນ ແລະ ວິສາຫະກິດ; ຫຼຸດຜ່ອນກຳລັງເຫື່ອແຮງ, ເວລາຂອງບຸກຄະລາກອນໃນການປະຕິບັດໜ້າທີ່; ການປະຕິຮູບການບໍລິຫານຈະປະກອບສ່ວນເຂົ້າໃນການປ້ອງກັນ, ຕ້ານການສໍ້ຫຼາດບັງຫຼວງ, ສິ່ງຫຍໍ້ທໍ້; ຫຼຸດຜ່ອນລາຍຈ່າຍສົ້ນເຂົ້າໃຫ້ແກ່ການຜະລິດດຳເນີນທຸລະກິດ; ສ້າງສະພາບແວດລ້ອມລະບົບການບໍລິຫານໃຫ້ທັນສະໄໝ, ວ່ອງໄວ, ໂປ່ງໃສ.

ກະຊວງຕຳຫຼວດຕ້ອງສົມທົບກັບຫ້ອງວ່າການລັດຖະບານ, ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ປະມວນ, ແບ່ງປັນຂໍ້ມູນລະຫວ່າງຖານຂໍ້ມູນແຫ່ງຊາດກ່ຽວກັບພົນລະເມືອງ ກັບປະຕູຖານຂໍ້ມູນແຫ່ງຊາດ, ລະບົບຂໍ້ມູນຂ່າວສານແກ້ໄຂລະບຽບການບໍລິຫານຂັ້ນກະຊວງ, ຂັ້ນແຂວງ, ຕ້ອງປະຕິບັດສຳເລັດໃນໄຕມາດທີ 1 ປີ 2023. ທ່ານ ຟ້າມມິງຈິງ ຮຽກຮ້ອງໃຫ້ກະຊວງຖະແຫຼງຂ່າວ ແລະ ສື່ສານ ຫວຽດນາມ ກະຕຸກຊຸກຍູ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຜັນຂະຫຍາຍບາງໜ້າທີ່, ມາດຕະການ,ແກ້ໄຂຈຸດສຸມຂອງການພັດທະນາລັດຖະບານເອເລັກໂຕຣນິກ.

ເປົ້າໝາຍຕົ້ນຕໍຂອງການປະຕິຮູບການບໍລິຫານ ແມ່ນການສ້າງພື້ນຖານການບໍລິຫານທີ່ມີປະຊາທິປະໄຕ, ທັນສະໄໝ, ມີກຳລັງແຮງຢ່າງພຽງພໍ, ນຳໃຊ້ສິດອຳນາດຢ່າງຖືກຕ້ອງ ເພື່ອບັນລຸປະສິດທິພາບ, ປະສິດທິຜົນ ໃນວຽກງານຂອງລັດ, ສ້າງເປັນໄມ້ງັດທີ່ມີຜົນສັກສິດເພື່ອພັດທະນາເສດຖະກິດ-ສັງຄົມ. ການຜັນຂະຫຍາຍການປະຕິຮູບການບໍລິຫານຈະປະກອບສ່ວນຢ່າງສຳຄັນໃຫ້ແກ່ການສ້າງລັດແຫ່ງກົດໝາຍສັງຄົມນິຍົມຢູ່ ຫວຽດນາມ ຢ່າງສຳເລັດຜົນ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments