Sunday, September 22, 2024
Homeຂ່າວກິລາຈັ​ບ​ສະ​ຫຼາກສຸ່ມ​ຫາຜູ້​ໂຊກ​ດີ​ລຸ້ນ​ໄປ​ເຊຍ​ບານ​ຢູ່ເດີ່ນ AnfieId ປະ​ເທດ​ອັງ​ກິດ

ຈັ​ບ​ສະ​ຫຼາກສຸ່ມ​ຫາຜູ້​ໂຊກ​ດີ​ລຸ້ນ​ໄປ​ເຊຍ​ບານ​ຢູ່ເດີ່ນ AnfieId ປະ​ເທດ​ອັງ​ກິດ

ຜະລິດຕະພັນ ເບຍ Carlsberg ໄດ້ຈັ​ບ​ສະ​ຫຼາກສຸ່ມ​ຫາ​ຜູ້​ໂຊກ​ດີ​ລຸ້ນ​ໄປ​ເຊຍ​ບານ​ຢູ່ເດີ່ນ AnfieId ປະ​ເທດ​ອັງ​ກິດ​ ຂຶ້ນ​ເມື່ອ​ວັນ​ທີ 15 ກຸມພາ ຜ່ານມານີ້ ທີ່​ນະ​ຄອນ​ຫຼວງວຽງ​ຈັນ ຊຶ່ງ​ແມ່ນ ທ່ານນາງ ອາໂນມາ ອິນທະວົງ ຜູ້ຈັດການກຸ່ມຜະລິດຕະພັນປະເພດເບຍ (Category Manger – Beer) ຂອງບໍລິສັດ ເບຍລາວ ຈໍາກັດ, ທ່ານ ວຽງວາດສະໜາ ວົງທອງຈິດ ຜູ້ຈັດການຜະລິດຕະພັນອາວຸໂສ (Senior Brand Manager) ຂອງ ບໍລິສັດ ເບຍລາວ ຈຳກັດ​ເປັນຜູ້ສຸ່ມ​ຫາ​ຜູ້​ໂຊກ​ດີ ແລະ ມີ​ສື່ມວນ​ຊົນ​ເຂົ້າ​ຮ່ວມ.

ເບຍ ຄາຣສະເບີກ ໄດ້ຈັດໂຄງການສະເຫຼີມສະຫຼອງ ຄົບຮອບ 3 0ປີ ເພື່ອສ້າງຄວາມຊົງຈຳ ແລະ ໃຫ້ມີຄວາມໝາຍຍິ່ງຂຶ້ນ ຄາຣສະເບີກ ໄດ້ຜະລິດກະປ໋ອງລາຍພິເສດ ໂດຍມີກະຕິກາງ່າຍໆ ພຽງແຕ່ສະສົມ ກະປ໋ອງ ຄາສສະເບີກ ໃຫ້ຄົບ 3 ລາຍ ແລ້ວຂຽນຊື່ທີ່ຢູ່ ພ້ອມສົ່ງກະປ໋ອງ 3 ແບບ, ໄດ້ຮັບໜຶ່ງສິດໃນການຮ່ວມຊີງໂຊກ, ແລ້ວປ່ອນລົງກ່ອງຮັບສະຫຼາກຕາມຮ້ານຄ້າທີ່ຮ່ວມລາຍການ ຊຶ່ງ​ໂຄງ​ການ​ໄດ້ເປີດໃຫ້ສະສົມ​ມາຕັ້ງແຕ່ເດືອນຕຸລາ 2022 ເຖິງ 31 ມັງກອນ 2023 ເພື່ອລຸ້ນລາງວັນ ຊຶ່ງ​ປະ​ກ​ອບ​ມີລາງວັນບິນໄປເຊຍບານຢູ່ປະເທດອັງກິດ ລວມມີ 6 ລາງວັນ,​ ລາງວັນ I-phone 13 ມີ 5 ລາງວັນ ແລະ ລາງວັນ Apple watch Series 7 ມີ 5 ລາງວັນ.

ສຳ​ລັບ​ຜູ້​ໂຊກ​ດີ​​ໄປ​ເຊຍ​ບານ​ຢູ່ເດີ່ນ AnfieId ປະ​ເທດ​ອັງກິດ​ຄັ້ງ​ນີ້ມີ​ຈຳນວນ 6 ລາງວັນ ໄດ້ແກ່: ທ່ານ ສຸພາລັກ, ທ່ານ ນາງ ແສງສະຫວັນ ມະນີຕາ, ທ່ານ ນາງ ສີລ່ຽມ ສິດລິວົງ, ທ່ານ ບຸນພະສອນ ບັນຊາທອນ, ທ່ານ ສຸກສາຄອນ ທຳມະວົງ, ທ່ານ ວົງປະດິດ ຈັນທະພອນ ແລະ ຜູ້​ໂຊກ​ດີ​ໄດ້​ຮັບລາງວັນໂທລະສັບໄອໂຟນ13 ຈຳນວນ 5 ລາງວັນ ແລະ ຜູ້​ໂຊກ​ດີ​ໄດ້​ຮັບລາງວັນ Apple Watch Series 7 ມີ 5 ລາງວັນ. ສຳ​ລັບຈໍານວນລາຍຊື່ຜູ້ໄດ້ຮັບລາງວັນ ສາມາດເບິ່ງໄດ້ທີີ facebook ເພຈຂອງ Carlsberg #Pro bablyTheBest #Carlsbe rgLaos #BringTheBestToYourTable.

(ຂ່າວ-ພາບ: ສໍານານ-ແສງຈັນ)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments