Saturday, September 21, 2024
Homeຂ່າວຕ່າງປະເທດຢູເອັນ ປະກາດລະດົມທຶນຊ່ວຍເຫລືອ ຊາວຊີຣີ ມູນຄ່າ 397 ລ້ານໂດລາ

ຢູເອັນ ປະກາດລະດົມທຶນຊ່ວຍເຫລືອ ຊາວຊີຣີ ມູນຄ່າ 397 ລ້ານໂດລາ

ສຳນັກຂ່າວຕ່າງປະເທດ ລາຍງານຈາກນະຄອນນີວຢອກຂອງ ສ.ອາເມລິກາ ເມື່ອວັນທີ 15 ກຸມພາວ່າ: ທ່ານ ອັນໂຕນິໂອ ກູເຕຣເຣສ ເລຂາທິການໃຫ່ຍ ສະຫະປະຊາຊາດ (ຢູເອັນ) ປະກາດຂໍລະດົມທຶນ ຈຳນວນ 397 ລ້ານໂດລາສະຫະລັດ ເພື່ອຊ່ວຍເຫລືອຊາວຊີຣີ ທີ່ໄດ້ຮັບຜົນກະທົບຈາກເຫດແຜ່ນດິນໄຫວຢ່າງຮຸນແຮງ ເມື່ອວັນທີ 6 ກຸມພາຜ່ານມາ. ຢູເອັນ ໄດ້ປະເມີນຈຳນວນຜູ້ປະສົບໄພຊາວຊີຣີ ຈາກໄພພິບັດໃນຄັ້ງນີ້ຫລາຍກວ່າ 5,3 ລ້ານຄົນ, ໃນຂະນະທີ່ຈຳນວນຜູ້ເສຍຊີວິດຈາກ ເຫດແຜ່ນດິນໄຫວໃນຊີຣີ ຫລາຍກວ່າ 5.814 ຄົນ, ສ່ວນຜູ້ໄດ້ຮັບບາດເຈັບອີກ ກວ່າ 14.500 ຄົນ. ໂດຍເຮືອບິນ ລຳລຽງສິ່ງຂອງອາຣັບບີຊາອຸດິດ ພ້ອມສິ່ງຂອງບັນເທົາທຸກ ລວມເຖິງອາຫານແຫ້ງ, ເຄື່ອງນຸ່ງຫົ່ມ ແລະ ຢາປິ່ນປົວພະຍາດ ໂດຍມີ ນໍ້າໜັກລວມ 35 ໂຕນ ໄດ້ລົງຈອດທີ່ສະໜາມບິນໃນເມືອງເລບໂປ ທາງພາກຕາເວັນຕົກສຽງເໜືອ ຂອງຊີຣີ ເພື່ອມອບຄວາມຊ່ວຍເຫລືອດ້ານມະນຸດສະທຳໃຫ້ແກ່ຜູ້ປະສົບໄພແຜ່ນດິນໄຫວໃນຄັ້ງນີ້.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments