Saturday, September 21, 2024
Homeຂ່າວໜ້າໜຶ່ງທ່ານສະເຫຼີມໄຊ ກົມມະສິດຕ້ອນຮັບທູດ ສເກົາຫຼີ ປະຈຳ ລາວ

ທ່ານສະເຫຼີມໄຊ ກົມມະສິດຕ້ອນຮັບທູດ ສເກົາຫຼີ ປະຈຳ ລາວ

ໃນວັນທີ 15 ກຸມພາ ນີ້ທີ່ ກະຊວງການຕ່າງປະເທດ,ທ່ານ ສະເຫຼີມໄຊ ກົມມະສິດຮອງນາຍົກລັດຖະມົນຕີລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ຈອງ ຢອງ ຊູ (Jung Yung-soo) ເອກອັກຄະລັດຖະທູດ ວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສາທາລະນະລັດ ເກົາຫຼີ ປະຈໍາ ສປປ ລາວ. ໃນໂອກາດດັ່ງກ່າວ, ທ່ານສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ສະແດງຄວາມຊົມເຊີຍ ທ່ານເອກອັກຄະລັດຖະທູດ ຈອງ ຢອງ ຊູ ທີ່ໄດ້ຮັບການແຕ່ງຕັ້ງໃຫ້ມາປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ ໃນຄັ້ງນີ້, ພ້ອມທັງສະແດງຄວາມເຊື່ອໝັ້ນວ່າ ດ້ວຍຄວາມຮູ້ຄວາມສາມາດ ແລະ ປະສົບການຂອງທ່ານເອກອັກຄະລັດຖະທູດ, ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ຂອງສອງປະເທດ ສປປ ລາວ ແລະ ສເກົາຫຼີ ຈະສືບຕໍ່ເພີ່ມທະວີຮັດແໜ້ນ ແລະ ຈະເລີນງອກງາມຍິ່ງໆຂຶ້ນ.ພ້ອມນີ້, ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ຕີລາຄາສູງຕໍ່ການພົວພັນມິດຕະພາບທີ່ດີ ແລະ ການຮ່ວມມືອັນເຕັມໄປດ້ວຍໝາກຜົນ ລະຫວ່າງ ສປປ ລາວ ແລະ ສ ເກົາຫຼີ, ໂດຍສະເພາະ ດ້ານການເມືອງ ເຫັນໄດ້ຈາກການພົບປະ ແລະ ແລກປ່ຽນການຢ້ຽມຢາມຢ່າງເປັນປົກກະຕິ, ພ້ອມກັນນັ້ນການຮ່ວມມືໃນຂົງເຂດການຄ້າ, ການລົງທຶນ, ການທ່ອງທ່ຽວ, ການພັດທະນາຊັບພະຍາກອນມະນຸດ, ສາທາລະນະສຸກ, ພື້ນຖານໂຄລ່າງ, ປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ດ້ານສະພາ ຍັງສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ. ທ່ານ ສະເຫຼີມໄຊ ກົມມະສິດ ຍັງໄດ້ສະແດງຄວາມຂອບໃຈຕໍ່ລັດຖະບານ ແລະ ປະຊາຊົນ ສ.ເກົາຫຼີ ທີ່ໄດ້ໃຫ້ການຊ່ວຍເຫຼືອ ແກ່ ສປປ ລາວ ຕະຫຼອດໄລຍະຜ່ານມາ ເປັນຕົ້ນການຊ່ວຍເຫຼືອເພື່ອການພັດທະນາ (ODA) ແລະ ການສະໜອງເງິນກູ້ຜ່ານກອງທຶນຮ່ວມມືພັດທະນາເສດຖະກິດ (EDCF) ຂອງ ສເກົາຫຼີ,ໂດຍສະເພາະ ດ້ານການພັດທະນາພື້ນຖານໂຄງລ່າງ, ສາທາລະນະສຸກ, ການສຶກສາ, ກະສິກໍາ ແລະ ອື່ນໆ ແນໃສ່ປັບປຸງຊີວິດການເປັນຢູ່ຂອງປະຊາຊົນລາວໃຫ້ດີຂຶ້ນເປັນກ້າວໆ, ພ້ອມທັງໄດ້ຕີລາຄາສູງ ຕໍ່ການລົງທຶນໃນ ສປປ ລາວ ຂອງ ສເກົາຫຼີຊຶ່ງຈັດຢູ່ໃນອັນດັບທີ 5 ຂອງການລົງທຶນໂດຍກົງຈາກຕ່າງປະເທດ ໃນ ສປປ ລາວ (ມີທັງໝົດ 312 ໂຄງການ, ມູູນຄ່າ 758 ລ້ານກວ່າໂດລາ) ແລະ ໄດ້ປະກອບສ່ວນອັນສໍາຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ໃນໄລຍະຜ່ານມາ. ພ້ອມດຽວກັນນັ້ນ, ທ່ານສະເຫຼີມໄຊ ກົມມະສິດ ຍັງໄດ້ສະເໜີຝ່າຍ ສເກົາຫຼີ ສືບຕໍ່ຊຸກຍູ້ການຮ່ວມມືດ້ານການຄ້າ ແລະ ການລົງທຶນ ລະຫວ່າງ ສອງປະເທດ ໃນຊຸມປີຕໍ່ໜ້າ, ໂດຍສະເພາະໃນຂະແໜງກະສິກຳ, ການກໍ່ສ້າງພື້ນຖານໂຄງລ່າງ, ການແລກປ່ຽນດ້ານແຮງງານ ແລະ ການທ່ອງທ່ຽວ, ລວມເຖິງການຊຸກຍູ້ສົ່ງເສີມການໄປມາຫາສູ່ ລະຫວ່າງ ປະຊາຊົນສອງຊາດ ແລະ ການແລກປ່ຽນວັດທະນະທໍາ ລະຫວ່າງ ສປປ ລາວ ແລະ ສເກົາຫຼີ, ພ້ອມທັງໄດ້ສະແດງຄວາມຂອບໃຈ ຕໍ່ລັດຖະບານ ສເກົາຫຼີ ທີ່ໄດ້ສະແດງເຈດຈໍານົງໃນການຊ່ວຍເຫຼືອ ສປປ ລາວ ໃນການເປັນປະທານອາຊຽນ ໃນປີ 2024. ນອກຈາກນັ້ນ, ສອງຝ່າຍຍັງໄດ້ຢໍ້າຄືນການສະໜັບສະໜູນ ຊຶ່ງກັນແລະ ກັນ ໃນຂອບພາກພື້ນ ແລະ ສາກົນ ລວມເຖິງການຮ່ວມມືໃນຂອບອົງການ ສປຊ ແລະ ແມ່ນໍ້າຂອງ-ສເກົາຫຼີ.

ໃນໂອກາດດຽວກັນນີ້, ທ່ານທູດ ໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນໃນຄັ້ງນີ້, ພ້ອມທັງໄດ້ຕີລາຄາສູງ ຕໍ່ການພົວພັນຮ່ວມມືຂອງສອງປະເທດໃນໄລຍະຜ່ານມາ ແລະ ຍັງໄດ້ສະແດງຄວາມຍິນດີ ທີ່ຈະສືບຕໍ່ປະກອບສ່ວນຊຸກຍູ້ສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສອງປະເທດ ສເກົາຫຼີ ແລະ ສປປ ລາວ ໃຫ້ໄດ້ຮັບການເສີມຂະຫຍາຍ ແລະ ພັດທະນາຂຶ້ນເລື້ອຍໆ ໃນຊຸມປີຕໍ່ໜ້າ ໂດຍສະເພາະການສົ່ງເສີມການລົງທຶນຈາກສເກົາຫຼີ ຊຶ່ງຈະເປັນການປະກອບສ່ວນສຳຄັນ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ເປັນຕົ້ນໃນຂົງເຂດການພັດທະນາພື້ນຖານໂຄງລ່າງທີ່ສຳຄັນຂອງ ສປປ ລາວ.

ຂ່າວ-ພາບ: ກະຊວງການຕ່າງປະເທດ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments