Saturday, September 21, 2024
Homeຂ່າວຕ່າງປະເທດເດືອນຜ່ານມານັກທ່ອງທ່ຽວຕ່າງປະເທດ ເດີນທາງໄປຍີ່ປຸ່ນສູງເກືອບ 1,5 ລ້ານຄົນ

ເດືອນຜ່ານມານັກທ່ອງທ່ຽວຕ່າງປະເທດ ເດີນທາງໄປຍີ່ປຸ່ນສູງເກືອບ 1,5 ລ້ານຄົນ

ຂ່າວຕ່າງປະເທດລາຍງານ ເມື່ອວັນທີ 15 ກຸມພາ ຜ່ານມາ, ອົງການສົ່ງເສີມການທ່ອງທ່ຽວແຫ່ງປະເທດຍີ່ປຸ່ນ (JNTO) ໄດ້ເປີດເຜີຍບົດລາຍງານສະຖິຕິນັກທ່ອງທ່ຽວຈາກຕ່າງປະເທດທີ່ເດີນທາງເຂົ້າມາປະເທດເມື່ອເດືອນມັງກອນຜ່ານມາ ມີຈຳນວນ 1.497.300 ຄົນ ເພີ່ມຂຶ້ນຈາກສະຖິຕິ 1,37 ລ້ານຄົນເມື່ອເດືອນທັນວາ 2022.

ສ່ວນສະຖິຕິນັກທ່ອງທ່ຽວຕ່າງປະເທດທີ່ເດີນທາງເຂົ້າມາຍີ່ປຸ່ນຕະຫຼອດປີ 2022 ມີຈຳນວນປະມານ 3,83 ລ້ານຄົນ ເພີ່ມຂຶ້ນ 15,5 ເທົ່າ ເມື່ອທຽບກັບສະຖິຕິຂອງປີ 2021 ຊຶ່ງມີນັກທ່ອງທ່ຽວຕ່າງປະເທດເດີນທາງມາຢ້ຽມຢາມຍີ່ປຸ່ນພຽງ 245.862 ຄົນ ເນື່ອງຈາກເປັນໄລຍະທີ່ສະຖານະການໆແຜ່ລະບາດຂອງພະຍາດໂຄວິດ-19 ຮຸນແຮງຕະຫຼອດປີ ແລະ ນາໆປະເທດລວມເຖິງຍີ່ປຸ່ນຍັງຄົງໃຊ້ນະໂຍບາຍຄວບຄຸມດ້ານສາທາລະນະສຸກຢ່າງເຄັ່ງຄັດ.

ເຖິງຢ່າງໃດກໍຕາມ, ສະຖິຕິການຢ້ຽມຢາມຍີ່ປຸ່ນຂອງນັກທ່ອງທ່ຽວຕ່າງປະເທດຕະຫຼອດປີ 2022 ຄິດເປັນອັດຕາສ່ວນປະມານ 10% ເມື່ອທຽບກັບສະຖິຕິຂອງປີ 2019 ຊຶ່ງເປັນປີສຸດທ້າຍກ່ອນທີ່ທົ່ວໂລກຈະປະເຊີນກັບການແຜ່ລະບາດຂອງພະຍາດໂຄວິດ-19 ໂດຍຈຳນວນນັກທ່ອງທ່ຽວຕ່າງປະເທດທີ່ເດີນທາງໄປຢ້ຽມຢາມຍີ່ປຸ່ນນັ້ນສູງເຖິງ 31.88 ລ້ານຄົນ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments