Saturday, September 21, 2024
Homeທ່ອງທ່ຽວເມືອງເຟືອງ ຈະມີນັກທ່ອງທ່ຽວເຂົ້າມາທ່ຽວ 1 ແສນກວ່າຄົນ ໃນປີ 2023

ເມືອງເຟືອງ ຈະມີນັກທ່ອງທ່ຽວເຂົ້າມາທ່ຽວ 1 ແສນກວ່າຄົນ ໃນປີ 2023

ຜູ້ປະກອບການທຸລະກິດທ່ອງທ່ຽວເຮືອນພັກ ເຮືອແພເມືອງເຟືອງ ແຂວງວຽງຈັນຍິ້ມຢ່າງມີຄວາມສຸກ ເມື່ອນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ຫຼັ່ງໄຫຼມາສັ່ງຈ່ອງຫ້ອງນອນອັ່ງອໍເຕັມເກືອບທຸກໆມື້ ແລະ ບາງວັນເກືອບບໍ່ມີວັນຫວ່າງ. ໃນນັ້ນ, ນັກທ່ອງທ່ຽວຊາວໄທກວມອັດຕາຈ່ອງຫ້ອງນອນຫຼາຍກວ່າ 30%-40%, ສ່ວນທີ່ເຫຼືອແມ່ນຊາວລາວ, ຍີ່ປຸ່ນ, ເກົ່າຫລີ, ເອີຣົບ, ອາເມລິກາ ແລະ ປະເທດອື່ນໆ.

ທ່ານ ຄໍາເພັດ ຈັນສົມພູ ເຈົ້າເມືອງເຟືອງຢັ້ນຢັນວ່າ: ການທ່ອງທ່ຽວແມ່ນໜຶ່ງໃນວຽກງານທີ່ເປັນບຸລິມະສິດສໍາຄັນທີ່ສຸດຂອງເມືອງເຮົາຕິດພັນກັບການປູກການລ້ຽງ ແລະ ປົກປັກຮັກສາສິ່ງແວດລ້ອມແບບຍືນຍົງໃນການປະກອບສ່ວນພັດທະນາເສດຖະກິດ-ສັງຄົມ, ແກ້ໄຂຄວາມທຸກຍາກ, ສ້າງວຽກເຮັດງານທໍາ ແລະ ໃຫ້ປະຊາຊົນມີສ່ວນຮ່ວມ. ນັບແຕ່ລັດຖະບານປະກາດເປີດປະເທດໃນຕົ້ນປີ 2022 ມາເຖິງວັນທີ 24 ມັງກອນ 2023 ມີນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເຂົ້າມາທ່ອງທ່ຽວເມືອງເຟືອງຫຼາຍກວ່າ 47.000 ຄົນ ແລະ ຄາດວ່ານັກທ່ອງທ່ຽວຈະສືບຕໍ່ເພີ່ມຂຶ້ນຫຼາຍກວ່າ 100.000 ກວ່າຄົນພາຍໃນປີ 2023 ນີ້.

ເມືອງເຟືອງ ແມ່ນໜຶ່ງທີ່ຂຶ້ນກັບແຂວງວຽງຈັນ, ມີປະຊາກອນປະມານ 50 ພັນກວ່າຄົນ ຫ່າງຈາກນະຄອນຫລວງວຽງຈັນ ປະມານ 100 ກິໂລແມັດ ຖ້າຂີ່ລົດເດິນທາງຜ່ານທາງດ່ວນວັງວຽງ-ວຽງຈັນຈະໃຊ້ເວລາພຽງ 1 ຊົ່ວໂມງເທົ່ານັ້ນ ຊຶ່ງເມືອງດັ່ງກ່າວຂຶ້ນຊື່ລືນາມວ່າ “ນໍ້າຄໍາ ພູເງິນ ແລະ ດິນທອງ” ໝາຍວ່າ: ຄວາມອຸດົມສົມບູນຂອງທໍາມະຊາດກໍໃຫ້ເກີດອູ່ເຂົ້າອູ່ປາ ແລະ ກາຍເປັນໄມ້ງັດເສດຖະກິດໃຫ້ເມືອງມີເສດຖະກິດເຂັ້ມແຂງບໍ່ເປັນສອງຮອງຈາກເມືອງອື່ນໆ ພາຍໃນແຂວງ ໂດຍສະເພາະສາຍນໍ້າລີກບໍ່ພຽງແຕ່ປະກອບສ່ວນເຂົ້າໃນການພັດທະນາສ້າງພະລັງງານໄຟຟ້າທີ່ສະອາດ ຫາກຍັງເປັນສາຍເລືອດໃຫຍ່ຂອງຊາວເມືອງເຟືອງທີ່ຫລໍ່ລ້ຽງຊີວິດເຂົາເຈົ້າມາແຕ່ບັນພະບູລຸດຄື: ສະໜອງນໍ້າກິນ ນໍ້າໃຊ້ໃຫ້ແກ່ການຜະລິດພືດພັນທັນຍາຫານເປັນສິນຄ້າ, ສັດລ້ຽງ ລວມທັງກໍໃຫ້ເກີດໜໍ່ແໜງຕໍ່ພາກອຸດສາຫະກໍາທ່ອງທ່ຽວພົ້ນເດັ່ນ ແລະ ໂດ່ງດັງອີກດ້ວຍ.

ທ່ານ ຄໍາເພັດ ຈັນສົມພູ ໄດ້ເລົ່າສູ່ຟັງບາງເລື່ອງລາວທີ່ໜ້າສົນໃຈໃຫ້ ນັກຂ່າວ ຟັງໃນອາທິດຜ່ານ ໂດຍມີຫຼາຍຕອນ ແລະ ບາງເນື້ອໃນຕື່ນເຕັ້ນຄູ່ຄວນຍ້ອງຍໍຊົມເຊີຍຜົນງານຂອງເພີ່ນວ່າ “ດ້ວຍຄວາມຮູ້ບຸນຂອງພັກ-ລັດ, ເບື້ອງຕົ້ນໄດ້ຮັບການແຕ່ງຕັ້ງໃຫ້ເປັນເຈົ້າເມືອງນັ້ນຂ້າພະເຈົ້າເອງຍັງຄິດບໍ່ອອກວ່າເມືອງຂອງເຮົາຄວນຈະດຶງຈຸດສົນໃຈ ແລະ ສິ່ງທີ່ເປັນເອກະລັກສະເພາະແທ້ໆເພື່ອກໍ່ໃຫ້ເກີດການພັດທະນາ ແລະ ຈະນໍາພາປະຊາຊົນພົ້ນທຸກໄດ້ແນວໃດ? ແຕ່ເມື່ອລົງເຄື່ອນໄຫວເຮັດວຽກຢ່າງໄກ້ຊິດກັບປະຊາຊົນທ້ອງຖິ່ນຕົວຈິງບວກກັບທ້ອງຖິ່ນດິນນາຕົນເອງແນ່ຈິ່ງຄົ້ນພົບ 2 ກຸນແຈສໍາຄັນທີ່ສຸດຈະເຮັດໃຫ້ເມືອງເຟືອງຢືນໃນແຖວໜ້າທີ່ມີທ່າແຮງຕ່າງຈາກເມືອງອື່ນໆພາຍແຂວງວຽງຈັນຄື: ທ່ອງທ່ຽວ ແລະ ການປູກການລ້ຽງນີ້ເອງຄືຈຸດປ່ຽນແປງພົ້ນເດັ່ນຍ້ອນເມືອງດັ່ງກ່າວມີພູຫີນປູນເປັນຮູບຮ່າງຄ້າຍຄື (ຄີປາບາງໆ) ຕັ້ງຢູ່ກະແຈກກະຈາຍສະຫຼັບສັບຊ້ອນເປັນຈຸດໆມີສາຍນໍ້າລີກໄຫລຜ່ານ, ອອ້ມລ້ອມເຕັມໄປດ້ວຍປ່າດົງ, ທົ່ງນາ ແລະ ພູດອຍບ່ອນສູງຕໍ່າແຕກຕ່າງກັນອອກໄປ ພ້ອມດຽວກັນນັ້ນ ປະຊາຊົມເມືອງເຟືອງກໍມີມູນເຊື້ອດຸໝັ່ນເຮັດການຜະລິດມາແຕ່ດົນນານ, ສິ່ງນັ້ນຄື ທ່າແຮງບົ່ມຊ້ອນກໍໃຫ້ເກີດເສດຖະກິດສາມາດເນລະມິດເປັນເງິນເປັນຄໍາກໍວ່າໄດ້.

ເມື່ອກໍາສະພາບໄດ້ແນວນັ້ນ, ເວລາຕໍ່ມາ ຂ້າພະເຈົ້າຈິ່ງໄດ້ນໍາເອົາເນື້ອໃນຈິດໃຈ ແລະ ແຜນພັດທະນາເມືອງສີຂຽວຍືນຍົງຂຶ້ນໄປສະເໜີພັກ-ລັດຖະບານກໍຄືອໍານາດການປົກຄອງແຂວງເພື່ອຂໍຄໍາເຫັນ ແລະ ຄໍາແນະນໍາຈາກເພີ່ນອັນຈະເປັນພື້ນຖານຕໍ່ການພັດທະນາໃຫ້ຖືກທິດ ຖືກທາງຂອງພັກ-ລັດຖະບານກໍານົດໄວ້ໃນກອງປະຊຸມໃຫຍ່ຂອງພັກຄັ້ງ 9-ຄັ້ງທີ 10 ຄື: ການພັດທະນາສີຂຽວຍືນຍົງຮອດປີ 2030 ຕິດພັນກັບການສ້າງວຽກເຮັດງານທໍາ, ແກ້ໄຂຄວາມທຸກຍາກ ແລະ ປະຊາຊົນມີສ່ວນຮ່ວມຢ່າງຕັ້ງໜ້າ ສຸດທ້າຍກໍນໍາເອົາເນື້ອໃນໃຈຈິດເຫຼົ່ານັ້ນມາປຶກສາຫາລື, ຄົ້ນຄົ້ວ ແລະ ວິເຄາະວິໃຈກັບຄະນະນໍາຂອງພວກເຮົາ, ຊ່ຽວຊານ, ນັກຮຽນຮູ້ປັນຍາຊົນ ແລະ ປະຊາຊົນອອ້ມຂ້າງດ້ວຍຄວາມເປັນເອກະພາບສູງ “ຈິ່ງໄດ້ຕັບໄດ້ບີຂອງການພັດທະນາທີ່ແທ້ຈິງ” ໂດຍໄດ້ກໍານົດວຽກປາຍແຫລມຂອງເມືອງດັ່ງນີ້: 1..ນໍ້າລີກຕ້ອງພັດທະນາໃຫ້ເປັນແຫຼ່ງທ່ອງທ່ຽວເຮືອນແພເປັນເອກະລັກໜຶ່ງດຽວແຕກຕ່າງຈາກບ່ອນອື່ນໆໃນ ສປປ ລາວໂດຍເປີດໄຟຂຽວໃຫ້ນັກລົງທຶນພັດທະນາໃຫ້ຖືກລະບົບລະບຽບ ແລະ ມີໃຈມັກຮັກທໍາມະຊາດຢ່າງດູດດື່ມຄື: ຮັກສາອະນາໄມຢ່າງເຄັ່ງຄັດຫ້າມຖີມຂີ້ເຫຍື້ອລົງໃສ່ນໍ້າເດັດຂາດ, ຫ້າມຜູ້ປະກອບການສ້າງຫ້ອງນໍ້າ ຫຼື ປ່ອຍອາຈົມລົງນໍ້າເດັດຂາດ, ຮັກສາລະບຽບການຫຼິນກິນຕາມກໍານົດເວລາເພື່ອບໍ່ໃຫ້ບົນແຊວຜູ້ມາພັກເຊົາ (22.30 ໂມງຕ້ອງງຽບ ແລະ ບໍ່ສົ່ງສຽງດັງ); 2. ເມືອງຂອງພວກເຮົາມີແຫຼ່ງນໍ້າສະອາດຫຼາຍສາຍ ແລະ ມີດິນອຸດົມສົມບູນ. ສະນັ້ນ, ເຮົາຕ້ອງຜະລິດກະສິກໍາຄື: ປູກເຂົ້າ ແລະ ພືດພັນທັນຍາຫານເພື່ອເປັນສິນຄ້າ ແລະ ຄໍ້າປະກັນສະບຽງອາຫານໄປຄວບຄູ່ກັບການລ້ຽງສັດ; 3. ສືບຕໍ່ພັດທະນາຖະໜົນຫົນທາງເຂົ້າພື້ນຖານການຜະລິດ ແລະ ບ່ອນທ່ອງທ່ຽວແຫ່ງໃໝ່ເພື່ອຮັບປະກັນໃຫ້ສາມາດຖຽວໄດ້ຕະຫຼອດປີ. ມາຮອດປັດຈຸບັນນີ້, ພວກເຮົາໄດ້ສໍາເລັດການກໍ່ສ້າງເສັ້ນທາງຫຼາຍເສັ້ນ ແລະ ສ້ອມແປງທາງປູຢາງເຂົ້າມາຫາເທສະບານເມືອງຍາວປະມານ 30 ກວ່າກິໂລແມັດ ຈາກຈຸດເຊື່ອມຕໍ່ທາງດ່ວນວັງວຽງ-ວງຽຈັນ. ສະນັ້ນ, ນັກທ່ອງທ່ຽວ ສາມາດໄປມາສະດວກສະບາຍແລ້ວ.

ທ່ານ ເຈົ້າເມືອງ ຍັງກ່າວຕື່ມວ່າ: ແຜນໃນອະນາຄົດຕໍ່ໜ້າຈະສືບຕໍ່ພັດທະນາແຫຼ່ງທ່ອງທ່ຽວໃໝ່ຫຼາຍແຫ່ງເປັນຕົ້ນ: ຖໍ້າຜາຫຼວງ, ນໍ້າສາງຜີບັງບົດ, ນໍ້າຕົກຕາດຫຼາຍແຫ່ງ, ສ້າງເຮືອນແພເຄື່ອນທີ່ຢູ່ລຸ່ມເຂື່ອນໄຟຟ້ານໍ້າລີກ, ສ້າງເສັ້ນທາງລຽບແຄມນໍ້າລີກທັງສອງເບື້ອງເພື່ອໃຫ້ທ່ອງທ່ຽວນັ່ງຫຼີ້ນ ແລະ ຍ່າງອອກກໍາລັງກາຍໃນບໍລິເວນໄກ້ເຮືອນແພແຄມນໍ້າ, ສ້າງຂົວຂ້າມນໍ້າລີກຈາກບ້ານເມືອງເຟືອງ ໄປຫາ ອີກຝັ່ງໜຶ່ງທີ່ມີ 4 ບ້ານເພື່ອເອື້ອຍອໍານວຍຄວາມສະດວກ ສະບາຍໃຫ້ປະຊາຊົນ, ນັກທ່ອງທ່ຽວໃນຍາມແລ້ງ ແລະ ຍາມຝົນ. ສໍາລັບໂຄງການກໍ່ສ້າງຂ້າມລີກຈະລົງມືພາຍໃນປີ 2023 ນີ້, ມີມູນຄ່າປະມານ 6 ຕື້ກວ່າກີບ.

ໂດຍ: ນາງ ສະຫວັນຄຳ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments