Saturday, September 21, 2024
Homeທ່ອງທ່ຽວທ່ານໍ້າຊຽງຍືນ ສະຖານທີ່ທ່ອງທ່ຽວແຫລ່ງໃໝ່ ແຂວງສາລະວັນ

ທ່ານໍ້າຊຽງຍືນ ສະຖານທີ່ທ່ອງທ່ຽວແຫລ່ງໃໝ່ ແຂວງສາລະວັນ

ແຫລ່ງຂ່າວແຂວງສາລະວັນ ໃຫ້ຮູ້ວ່າ: ທ່ານໍ້າຊຽງຍືນ ເທສະບານເມືອງ ແລະ ແຂວງສາລະວັນ ໄດ້ເປີດເປັນແຫລ່ງທ່ອງທ່ຽວແຫ່ງໃໝ່ ຕິດພັນກັບການປະກາດເປັນວັງສະຫງວນ ຢ່າງເປັນທາງການ ໃນວັນທີ 13 ກຸມພາ 2023, ທີ່ທ່ານໍ້າເຊໂດນ-ຊຽງຍືນ.

ທ່ານ ສົມໃຈ ອຸ່ນຈິດ ຮອງເຈົ້າແຂວງສາລະວັນ ຜູ້ຊີ້ນໍາວຽກງານວັດທະນະທໍາ-ສັງຄົມ ໄດ້ກ່າວວ່າ: ທ່ານໍ້າເຊຊຽງຍືນ ມີປະຫວັດມາຈາກທ້າວຊຽງໝັ້ນ-ທ້າວຊຽງຍືນ ເຊິ່ງເປັນຜູ້ປົກຄອງນຳພາສ້າງຕັ້ງເມືອງສາລະວັນ ຈົນມາເຖິງເທົ່າທຸກວັນນີ້ ຕໍ່ມາໄດ້ປັບປຸງສ້າງຜ່າມໄຊຊ່ວງເຮືອ, ສ້າງກັນເຈື່ອນ ແລະ ປັດຈຸບັນ ໄດ້ພັດທະນາເປັນແຫລ່ງທ່ອງທ່ຽວແຫ່ງໃໝ່, ເປັນບ່ອນພັກຜ່ອນຂອງນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ ໄດ້ເຂົ້າມາທ່ອງທ່ຽວ, ຊົມໃຊ້ຜົນຜະລິດກະສິກຳຂອງປະຊາຊົນ, ນັບແຕ່ໄດ້ເປີດທົດລອງແຫລ່ງທ່ອງທ່ຽວ ແຕ່ຕົ້ນເດືອນກຸມພາ 2023 ເຖິງປັດຈຸບັນ, ມີນັກທ່ອງທ່ຽວມາໃຊ້ບໍລິການຫລາຍກວ່າ 1.000 ຄົນ ເຊິ່ງກິດຈະກຳທີ່ໃຫ້ບໍລິການໃນແຫລ່ງທ່ອງທ່ຽວ ມີ ອາຫານຕາມສັ່ງ, ຂີ່ກົງເບັງ, ຂີ່ເຮືອ ແລະ ກິດຈຳກຳອື່ນໆ.

ພ້ອມນີ້, ໃນພິທີ ຍັງໄດ້ຜ່ານກົດລະບຽບວ່າດ້ວຍການຄຸ້ມຄອງເຂດອະນຸລັກ, ວັງສະຫງວນ( ທ່ານໍ້າປະປາ) ທີ່ມີຂອບເຂດຕິດຈອດກັບ 4 ບ້ານເທສະບານຄື: ບ້ານນາກົກ, ນາເລັກ, ເຕົາປູນ ແລະ ບ້ານວັດກາງ. ຈາກນັ້ນ, ກໍໄດ້ເປີດແຫລ່ງທ່ອງທ່ຽວແຫ່ງໃໝ່ ຕິດພັນກັບການປະກາດວັງສະຫງວນທ່ານ້ຳຊຽງຍືນ ຢ່າງເປັນທາງການ ແລະ ປ່ອຍປາໃນວັງສະຫງວນທ່າຊຽງຍືນ ຈຳນວນ 5000 ໂຕ.

ຂ່າວ-ພາບ: ທິດລານີ ໂຄດໂຍທາ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments