Sunday, September 22, 2024
Homeຂ່າວຕ່າງປະເທດອິນໂດເນເຊຍ ກະກຽມຂັ້ນຕອນນຳ ຕີມໍແລດສະເຕ ເຂົ້າເປັນສະມາຊິກອາຊຽນ

ອິນໂດເນເຊຍ ກະກຽມຂັ້ນຕອນນຳ ຕີມໍແລດສະເຕ ເຂົ້າເປັນສະມາຊິກອາຊຽນ

ຕາມຂ່າວຈາກວິທະຍຸສາກົນຫວຽດນາມ ດ້ວຍຖານະເປັນປະທານອາຊຽນ ປີ 2023 ອິນໂດເນເຊຍ ພວມກະກຽມຂັ້ນຕອນ ເພື່ອຊ່ວຍຕີ​ມໍ​ແລດ​ສະ​ເຕ ​ເຂົ້າເປັນສະມາຊິກຢ່າງເປັນທາງການ ຂອງອາຊຽນ. ພາຍຫລັງ ຖະແຫລງການຮ່ວມ ​ໃນ​ວັນທີ 13 ກຸມພານີ້​ ທ່ານ Taur Matan Ruak, ນາຍົກລັດຖະມົນຕີ ຕີ​ມໍ​ແລດ​ສະ​ເຕ ຢູ່ວັງ Bogor, ແຂວງ Java ຕາເວັນຕົກ, ປະເທດ ອິນໂດເນເຊຍ, ທ່ານ Joko Widodo, ປະທານາທິບໍດີອິນໂດເນເຊຍ ໃຫ້ຮູ້ວ່າ: ກ່ຽວກັບດ້ານຫລັກການແລ້ວ, ຕີ​ມໍ​ແລດ​ສະ​ເຕ ໄດ້ຮັບຮູ້ ເປັນສະມາຊິກຂອງ ອາຊຽນແລ້ວ. ຂັ້ນຕອນ ເພື່ອກາຍເປັນ ສະມາຊິກ ທາງການພວມໄດ້ຮັບ ການກະກຽມ, ນຳໜ້າແມ່ນອິນໂດເນເຊຍ ດ້ວຍຖານະເປັນປະທານອາຊຽນ. ສ່ວນ ທ່ານ Retno Marsudi, ລັດຖະມົນຕີກະຊວງການຕ່າງປະເທດອິນໂດເນເຊຍ ສະແດງຄວາມເຊື່ອໝັ້ນວ່າ: ເລື່ອງຕີ​ມໍ​ແລດ​ສະ​ເຕ ກາຍເປັນສະມາຊິກອາຊຽນ ຈະປະກອບສ່ວນ ຮັບປະກັນຄວາມສະຖຽນລະພາບ ແລະ ຄວາມວັດທະນາຖາວອນຂອງພາກພື້ນ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments