Sunday, September 22, 2024
Homeຂ່າວການເມືອງພົງສະຫວັນ ປະກັນໄພ ສືບຕໍ່ຊ່ວຍເຫຼືອປະກັນໄພ ອຸປະຕິເຫດສ່ວນບຸກຄົນຜູ້ສະໝັກໃຈບໍລິຈາກເລືອດ

ພົງສະຫວັນ ປະກັນໄພ ສືບຕໍ່ຊ່ວຍເຫຼືອປະກັນໄພ ອຸປະຕິເຫດສ່ວນບຸກຄົນຜູ້ສະໝັກໃຈບໍລິຈາກເລືອດ

ບໍລິສັດ ພົງສະຫວັນ ປະກັນໄພ (ເອພີເອ) ມອບການຊ່ວຍເຫລືອປະກັນໄພອຸປະຕິເຫດສ່ວນບຸກຄົນໃຫ້ແກ່ຜູ້ທີ່ສະໝັກໃຈບໍລິຈາກເລືອດຈຳນວນ 1.000 ຄົນທຳອິດ ຊຶ່ງມີວົງເງິນຄຸ້ມຄອງລວມສູງສຸດ 5 ຕື້ກີບ ນັບຕັ້ງແຕ່ວັນທີ່ 14 ກຸມພາ 2023 ເປັນຕົ້ນໄປ ພິທີລົງນາມຮ່ວມມື ໃຫ້ການຊ່ວຍເຫຼືອດັ່ງກ່າວ ໄດ້ຈັດຂຶ້ນ ໃນວັນທີ 14 ກຸມພານີ້ ທີ່ສະຖາບັນເລືອດແຫ່ງຊາດ, ຮ່ວມລົງນາມຄັ້ງນີ້ມີ ທ່ານ ຈັນທະລາ ສຸກສາຄອນ, ຫົວໜ້າສະຖາບັນເລືອດແຫ່ງຊາດ ອົງການກາແດງແຫ່ງຊາດລາວ ແລະ ຕາງບໍລິສັດແມ່ນ ທ່ານ ດີນໂຣເບີດຣສັນ ຜູ້ອຳນວຍການໃຫຍ່ບໍລິສັດພົງສະຫວັນປະກັນໄພ (ເອພີເອ) ໂດຍໃຫ້ກຽດເຂົ້າຮ່ວມ ຂອງ ທ່ານ ນາງ ແສງດາວ ບຸພະກອນຄຳ, ປະທານສະພາບໍລິຫານ ຂອງບໍລິສັດພົງສະຫວັນປະກັນໄພ (ເອພີເອ) ແລະ ພາກສ່ວນທີ່ກ່ຽວຂ້ອງທັງສອງພາກສ່ວນເຂົ້າຮ່ວມ. ທ່ານ ນາງ ແສງດາວ ບຸພະກອນຄຳກ່າວວ່າ: ໃນປີ 2021 ທີ່ຜ່ານມາ ພວກເຮົາກໍ່ໄດ້ມີຊ່ວນຮ່ວມໃນການຊ່ວຍເຫຼືອໃຫ້ ກັບ ສະຖາບັນເລືອດແຫ່ງຊາດ ອົງການກາແດງແຫ່ງຊາດລາວ . ເນື່ອງຈາກພວກເຮົາເຫັນວ່າປັດຈຸບັນເລືອດຍັງຂາດແຄນຫຼາຍ ແລະ ມີຄວາມຈຳເປັນສຳລັບຫຼາຍໆຄົນທີ່ຕ້ອງການເລືອດໃນກໍລະນີສຸກເສີນ ດັ່ງນັ້ນ ບໍລິສັດ ພົງສະ ຫວັນ ປະກັນໄພ (ເອພີເອ) ຈຳກັດ ມີຈຸດປະສົງສືບຕໍ່ປະກອບສ່ວນໃນການຊ່ວຍເຫຼືອສັງຄົມ ແລະຊ່ວຍເຫຼືອປະກັນໄພ ອຸປະຕິເຫດ ສ່ວນບຸກຄົນໃຫ້ແກ່ຜູ້ສະໝັກໃຈບໍລິຈາກເລືອດໃຫ້ ສະຖາບັນເລືອດແຫ່ງຊາດ ອົງການກາແດງແຫ່ງຊາດລາວ. ພວກເຮົາມີຄວາມພາກພູມໃຈທີ່ໄດ້ ເປັນສວ່ນໜຶ່ງໃນກິດຈະກໍາຕ່າງໆ ກ່ຽວກັບການປະກອບສ່ວນຊ່ວຍສັງຄົມ ຂອງບໍລິສັດພົງສະຫວັນປະກັນໄພ (ເອພີເອ) ແລະ ເປັນການຕອບແທນຄືນແກ່ຜູ້ທີ່ສະໝັກໃຈໃນການມີສ່ວນຮ່ວມບໍລິຈາກເລືອດ.

ທ່ານ ຈັນທະລາ ສຸກສາຄອນ ກ່າວ່າ:ການປະກອບສວ່ນໃນການຊ່ວຍເຫຼືອປະກັນໄພຄຸ້ມຄອງອຸປະຕິເຫດສວ່ນບຸກຄົນ ໃຫ້ແກ່ຜູ້ສະໝັກໃຈບໍລິຈາກເລືອດ ຈໍານວນ 1.000 ຄົນ ຂອງບໍລິສັດປະກັນໄພພົງສະຫວັນ ເອພີເອ ໃນຄັ້ງນີ້ແມ່ນວິທີການປຸກລະດົມໃນຮູບການໜຶ່ງທີ່ເປັນນະວັດຕະກໍາອັນໄໝ່ທີ່ມີສີສັນປະກອບສວ່ນເຂົ້າໃນການເພີ້ມຈໍານວນຜູ້ບໍລິຈາກເລືອດໃຫ້ຫຼາຍຂຶ້ນທັງເປັນການຊຸກຍູ້ໃຫ້ສະຖາບັນເລືອດແຫ່ງຊາດ, ອົງການກາແດງລາວສາມາດບັນລຸຕາມຄາດໝາຍທີ່ວາງໄວ້ໃນແຜນຍຸດທະສາດໃນການປຸກລະດົມບໍລິຈາກເລືອດ ແລະ ສະໜອງເລືອດທີ່ປອດໄພໃນທົ່ວປະເທດ ແລະ ທັງເປັນຕົວແບບໃຫ້ແກ່ພາກສວ່ນທຸລະກິດອຶ່ນໆ ໃນການປະກອບສວ່ນຊ່ວຍເຫຼືອສັງຄົມ ເຊີ່ງໃນປີຜ່ານມາໂຄງການດັ່ງກ່າວນີ້ແມ່ນໄດ້ຮັບການຕອບຮັບຈາກຜູ້ບໍລິຈາກເລືອດທັ້ງນີ້ກໍ່ແມ່ນເປັນການສະແດງໃຫ້ເຫັນຄວາມເປັນຫວ່ງເປັນໄຍ ຂອງບໍລິສັດປະກັນໄພພົງສະຫວັນ (ເອພີເອ) ໃນການດູແລຜູ້ບໍລິຈາກເລືອດ.

ປີ 2023 ແຜນການຄາດຫໝາຍສູ້ຊົນທີ່ສະພາແຫ່ງຊາດຮັບຮອງທົ່ວປະເທດຕ້ອງບັນລຸ 73.000 ຖົງ ເຊີ່ງກໍໄດ້ແບ່ງຕົວເລກໃຫ້ແຕ່ລະແຂວງໄປຈັດຕັ້ງປະຕິບັດ, ພວກເຮົາມີຄວາມໝຸ້ງໝັ້ນຈະໃຫ້ເບັນລຸຕາມຄາດໝາຍດັ່ງກ່າວເພື່ອໃຫ້ເປັນໄປຕາມຄວາມຕ້ອງການເລືອດຂັ້ນຕໍ່າຂອງອົງການອານາໄມໂລກ ທີ່ກຳນົດໄວ້ວ່າ: ຕ້ອງຮັບບໍລິຈາກເລືອດໃຫ້ໄດ້ 1% ຂອງປະຊາຊົນຕໍ່ປີ ຫລື 10 ຖົງ ຕໍ່ 1.000 ຄົນ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments