Tuesday, September 24, 2024
Homeຂ່າວຕ່າງປະເທດເປີດກອງປະຊຸມການສຶກສາດີຈິຕອນໂລກ

ເປີດກອງປະຊຸມການສຶກສາດີຈິຕອນໂລກ

ຂ່າວສານຊີອາໄອລາຍງານ ເມື່ອວັນທີ 13 ກຸມພາທີ່ຜ່ານມານີ້, ກອງປະຊຸມການສຶກສາດີຈິຕອນໂລກໄດ້ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງ. ກອງປະຊຸມຄັ້ງນີ້ດຳເນີນໄປເປັນເວລາ 2 ວັນ, ພາຍໃຕ້ຫົວຂໍ້ “ການຫັນປ່ຽນດີຈິຕອນ ແລະ ອະນາຄົດຂອງການສຶກສາ” ໂດຍຈັດຂຶ້ນຜ່ານທາງອອນລາຍ ແລະ ອອຟລາຍ ມີຜູ້ຕາງໜ້າຈາກ 130 ກວ່າປະເທດ ແລະ ເຂດແຄວ້ນໃນໂລກໄດ້ລົງທະບຽນເຂົ້າຮ່ວມ ຊຶ່ງມີທູຕານຸທູດ ແລະ ຜູ້ຕາງໜ້າອົງການຈັດຕັ້ງສາກົນປະຈຳຈີນເກືອບ 50 ທ່ານ ພ້ອມດ້ວຍອະທິການບໍດີຂອງມະຫາວິທະຍາໄລທີ່ມີຊື່ສຽງຫຼາຍແຫ່ງເຂົ້າຮ່ວມກອງປະຊຸມຄັ້ງນີ້ຜ່ານທາງອອຟລາຍ.

ກອງປະຊຸມຄັ້ງນີ້ຈະປຶກສາຫາລືກ່ຽວກັບການຫັນປ່ຽນຮູບແບບດີຈິຕອນ, ການພັດທະນາ ແລະ ນຳໃຊ້ຊັບພະຍາກອນການຮຽນດີຈິຕອນ, ການຍົກສູງລະດັບຄວາມຮູ້ຄວາມສາມາດດ້ານດີຈິຕອນຂອງຄູ ແລະນັກຮຽນ, ການຄຸ້ມຄອງການສຶກສາດ້ວຍດີຈິຕອນ ແລະ ອື່ນໆ. ນອກຈາກນັ້ນຍັງຈະອອກປຶ້ມປົກສີຟ້າກ່ຽວກັບການສຶກສາສະຕິປັນຍາຈີນ, ດັດຊະນີການພັດທະນາການສຶກສາສະຕິປັນຍາ ແລະ ກົດລະບຽບເວທີການສຶກສາສະຕິປັນຍາ, ພ້ອມທັງສະເໜີຂໍ້ລິເລີ່ມກ່ຽວກັບການສ້າງສະຫະພັນການສຶກສາແບບດີຈິຕອນຂອງໂລກ ແລະ ຂໍ້ລິເລີ່ມກ່ຽວກັບການຮ່ວມມືດ້ານການພັດທະນາການສຶກສາແບບດີຈິຕອນຂອງໂລກ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments