Tuesday, September 24, 2024
Homeບຸນປະເພນີງານຕະຫຼາດນັດວາງສະແດງຂາຍສິນຄ້າໃນງານມະຫະກໍາບຸນຊ້າງມີ 289 ຮ້ານເຂົ້າຮ່ວມ

ງານຕະຫຼາດນັດວາງສະແດງຂາຍສິນຄ້າໃນງານມະຫະກໍາບຸນຊ້າງມີ 289 ຮ້ານເຂົ້າຮ່ວມ

ພິທີເປີດງານຕະຫຼາດນັດວາງສະແດງຂາຍສິນຄ້າໃນງານມະຫະກໍາບຸນຊ້າງ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 13 ກຸມພາຜ່ານມາ, ທີ່ສະໜາມຫຼວງ ແຂວງໄຊຍະບູລີ ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ເພັດພິໄຊ ສູນວິໄລ ຮອງເຈົ້າແຂວງໆໄຊຍະບູລີ, ມີການນຳແຂວງ-ເມືອງ, ຫົວໜ່ວຍທຸລະກິດ, ອົງການຈັດຕັ້ງບ້ານພາຍໃນເທດສະບານເຂົ້າຮ່ວມ.

ທ່ານ ຈັນເພັງ ພັນທຸອາມາດ ຫົວໜ້າພະແນກອຸດສະຫະກໍາ ແລະ ການຄ້າແຂວງ ໄດ້ໃຫ້ຮູ້ວ່າ: ການຈັດງານຕະຫຼາດນັດ ແລະ ວາງສະແດງຂາຍສິນຄ້າໃນຄັ້ງນີ້ ເປັນການສ້າງຂະບວນການ ເພື່ອປະກອບສ່ວນຊຶ່ງເປັນໜຶ່ງໃນກິດຈະກຳຂອງງານມະຫະກຳບຸນຊ້າງ, ເປັນການສ້າງເງື່ອນໄຂເອື້ອອຳນວຍ ແລະ ສົ່ງເສີມໃຫ້ຜູ້ປະກອບການທຸລະກິດ, ຜູ້ຜະລິດສິນຄ້າຢູ່ໃນແຕ່ລະທ້ອງຖີ່ນທັງພາຍໃນ ແລະ ຕ່າງປະເທດ ໄດ້ມີໂອກາດການພົບປະແລກປ່ຽນບົດຮຽນໃນການຊື້-ຂາຍສິນຄ້າຂອງຕົນ ທີ່ຜະລິດອອກມາ ພ້ອມກັນນັ້ນກໍເພື່ອເປັນການແລກປ່ຽນ ແລະ ຖອດຖອນບົດຮຽນຊຶ່ງກັນ ແລະ ກັນໃນຂະບວນການຜະລິດສິນຄ້າຂອງຕົນໃຫ້ມີການຂະຫຍາຍຕົວທັງປະລິມານ ແລະ ຄຸນນະພາບ.

ເປັນການສ້າງໂອກາດໃຫ້ຫົວໜ່ວຍທຸລະກິດຕ່າງໆໄດ້ໂຄສະ ນາ ແນະນຳສິນຄ້າທີ່ຕົນເອງຜະລິດຂຶ້ນມາໃຫ້ສັງຄົມ ກໍຄືຜູ້ບໍລິໂພກໄດ້ຮັບຮູ້ ແລະ ເຂົ້າໃຈກ່ຽວກັບຜະລິດຕະພັນຂອງຕົນເອງຢ່າງກ້ວາງຂວາງ. ການຈັດງານຄັ້ງນີ້ມີຮ້ານວາງສະແດງສິນຄ້າເຂົ້າຮ່ວມທັງໝົດ 289 ຮ້ານ, ມີມູນຄ່າສິນຄ້າປະມານ 8 ຕື້ກວ່າກີບ, ໃນນີ້ມາຈາກພາຍໃນ 180 ຮ້ານ ແລະ ຕ່າງປະເທດ 89 ຮ້ານ, ພະແນກການຂອງແຂວງ 5 ຮ້ານ, ມາຈາກຕ່າງແຂວງ 4 ຮ້ານ. ຈາກນັ້ນ, ທ່ານ ເພັດພິໄຊ ສູນວິໄລ ພ້ອມດ້ວຍການນໍາແຂວງໄດ້ຮ່ວມກັນຕັດແຖບຜ້າ-ປ່ອຍປຸມເປົ້າເປີດງານຢ່າງເປັນທາງການ. ຂ່າວ: ມະໄລວັນ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments