Tuesday, September 24, 2024
Homeຂ່າວໜ້າໜຶ່ງທ່ານ ໄຊສົມພອນ ພົມວິຫານ ໂອ້ລົມ ຕໍ່ກອງປະຊຸມຕິດຕາມກວດກາດໍາເນີນຄະດີອາຍາທົ່ວປະເທດຄັ້ງທີ I

ທ່ານ ໄຊສົມພອນ ພົມວິຫານ ໂອ້ລົມ ຕໍ່ກອງປະຊຸມຕິດຕາມກວດກາດໍາເນີນຄະດີອາຍາທົ່ວປະເທດຄັ້ງທີ I

ໃນວັນທີ 14 ກຸມພາ 2023 ທ່ານ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ ໄດ້ໃຫ້ກ່ຽດເຂົ້າຮ່ວມໂອລົ້ມຕໍ່ກອງປະຊຸມວຽກງານຕິດຕາມກວດກາການດໍາເນີນຄະດີອາຍາທົ່ວປະເທດຄັ້ງທີ I ແລະ ກອງປະຊຸມສະຫຼຸບການຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ຂອງອົງການໄອຍະການປະຊາຊົນ,ພາຍໃຕ້ການເປັນປະທານກອງປະຊຸມໂດຍທ່ານ ໄຊຊະນະ ໂຄດພູທອນ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ.ຊຶ່ງມີບັນດາທ່ານ ຮອງຫົວໜ້າ ອອປສ, ຫົວໜ້າອົງການໄອຍະການທະຫານຂັ້ນສູງ, ຄະນະນຳຫ້ອງການ, ສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມໄອຍະການ, ອົງການໄອຍະການປະຊາຊົນ ພາກ, ແຂວງ, ນະຄອນຫຼວງວຽງຈັນ, ເຂດ ແລະ ພະນັກງານໄອຍະການປະຊາຊົນຂັ້ນ I ທົ່ວປະເທດ ເຂົ້າຮ່ວມ.

ໃນວາລະດັ່ງກ່າວ ທ່ານ ໄຊຊະນະ ໂຄດພູທອນ ໄດ້ຂຶ້ນລາຍງານການດຳເນີນ ແລະ ຜົນສຳເລັດຂອງສອງກອງປະຊຸມ ໂດຍຍົກໃຫ້ເຫັນວ່າ ກອງປະຊຸມສະຫຼຸບວຽກງານຕິດຕາມກວດກາການດໍາເນີນຄະດີອາຍາ ທົ່ວປະເທດຄັ້ງ I ແລະ ກອງປະຊຸມສະຫຼຸບການຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດຂອງອົງການໄອຍະກາປະຊາຊົນ ໄດ້ຈັດຂຶ້ນລະຫວ່າງວັນທີ 13-14 ກຸມພາ 2023 ພ້ອມນັ້ນໃນວາລະກອງປະຊຸມຍັງໄດ້ມີພິທີມອບບັດພະນັກງານໄອຍະການປະຊາຊົນຂັ້ນ I ຄັ້ງທີ I ຕື່ມອີກ.

ຈຸດປະສົ່ງກອງປະຊຸມຄັ້ງນີ້: ໄດ້ຜ່ານບົດສະຫຼຸບຕີລາຄາວຽກງານຕິດຕາມກວດກາການດໍາເນີນຄະດີອາຍາ ຂອງອົງການໄອຍະການປະຊາຊົນຕະຫຼອດໄລຍະ 33 ປີຜ່ານມາ; ສະຫຼຸບການຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ຂອງອົງການໄອຍະການປະຊາຊົນ ພ້ອມທັງໄດ້ພ້ອມກັນສະຫຼຸບຕີລາຄາຄືນຜົນສຳເລັດ, ຂໍ້ຄົງຄ້າງ, ບັນຫາຕັ້ງຂຶ້ນ, ບົດຮຽນທີ່ຖອດຖອນໄດ້ ແລະ ທິດທາງວຽກງານຈຸດສຸມໃນຕໍ່ໜ້າ.

ໃນໂອກາດທີ່ມີຄວາມໝາຍສຳຄັນນີ້ ທ່ານ ໄຊສົມພອນ ພົມວິຫານ ໄດ້ໃຫ້ກຽດໂອລົມຕໍ່ກອງປະຊຸມດັ່ງກ່າວ ຊຶ່ງກ່ອນອື່ນໝົດ ທ່ານ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຜົນສຳເລັດຂອງອົງການໄອຍະການປະຊາຊົນ ໃນການຕິດຕາມກວດກາການດຳເນີນຄະດີອາຍາ ແລະ ການປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດຜ່ານມາ. ພ້ອມນັ້ນເພື່ອຮັບປະກັນໃຫ້ວຽກງານດັ່ງກ່າວໄດ້ຮັບໝາກຜົນສູງສຸດຕາມຄາດໝາຍທີ່ວ່າງໄວ້ໂດຍໄດ້ເນັ້ນໃຫ້ທິດທາງໃນຕໍ່ໜ້າອົງການໄອຍະການປະຊາຊົນ ຈະຕ້ອງສຸມໃສ່ວຽກງານຈໍານວນໜຶ່ງ ເປັນຕົ້ນ: ໜຶ່ງ, ວຽກງານປັບປຸງກົງຈັກການຈັດຕັ້ງ ແລະ ກໍ່ສ້າງພັກ-ພະນັກງານ ເອົາໃຈໃສ່ຕື່ມໃນການສຶກສາອົບຮົມການເມືອງ-ແນວຄິດ, ຄຸນທາດການເມືອງ, ເອົາໃຈ ໃສ່ກໍ່ສ້າງພະນັກງານໄອຍະການປະຊາຊົນ ຕິດພັນກັບການສ້າງຂະບວນການວຽກດີຄົນເດັ່ນ ຕາມຄໍາຂວັນ 3 ມີ 4 ຮັບປະກັນ ແລະ ຕາມມາດຕະຖານ ທີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍ ພະນັກງານ-ລັດຖະກອນ; ສອງ, ເພີ່ມທະວີການຕິດຕາມກວດກາການປະຕິບັດກົດໝາຍ ແລະ ສັ່ງຟ້ອງຜູ້ຖືກຫາຂຶ້ນສານ ໂດຍຜັນຂະຫຍາຍເນື້ອໃນມະຕິ ສະບັບເລກທີ 037/ຄບສພ ວ່າດ້ວຍການຍົກສູງປະສິດທິ ພາບຄຸ້ມຄອງລັດ-ຄຸ້ມຄອງສັງຄົມດ້ວຍກົດໝາຍ ແລະ ມະຕິສະບັບເລກທີ 112 ຂອງກົມການເມືອງສູນກາງພັກວ່າດ້ວຍການຍົກສູງຄຸນນະພາບການດຳເນີນຄະດີຕາມຂະບວນການຍຸຕິທຳ, ປະຕິບັດການໂຕ້ຖຽງ, ໂຕ້ແຍ່ງໃນທີ່ປະຊຸມສານຢ່າງມີປະສິດທິຜົນ; ສາມ, ສືບຕໍ່ສ້າງກົນໄກປະສານງານ ລະຫວ່າງ ອົງການໄອຍະການປະຊາຊົນ, ອົງການສືບ ສວນ-ສອບສວນ ແລະ ສານປະຊາຊົນ ຂັ້ນທ້ອງຖິ່ນໃນຂອບເຂດທົ່ວປະເທດໃຫ້ສໍາເລັດ; ສີ່, ສືບຕໍ່ຈັດຕັ້ງຜັນຂະຫຍາຍ ຄໍາສັ່ງຂອງກົມການເມືອງສູນກາງພັກ ສະບັບເລກທີ 02/ກມສພ, ມະຕິສະບັບເລກທີ 04/ສພຊ ຂອງສະພາແຫ່ງຊາດ, ຄໍາສັ່ງຂອງທ່ານນາຍົກລັດຖະມົນຕີ ສະບັບເລກທີ 19/ນຍ ກ່ຽວກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ, ໃຫ້ຮັບປະກັນ 3 ຫຼັກການຕົ້ນຕໍ ຂອງການຈັດຕັ້ງປະຕິບັດວາລະແຫ່ງຊາດ ຄື: ຄວາມເດັດຂາດ, ຄວາມໂປ່ງໃສ ແລະ ຄວາມເປັນມືອາຊີບ; ຫ້າ, ຕັ້ງໜ້າປະຕິບັດແນວທາງການຕ່າງປະເທດຂອງພັກ ແລະ ລັດ ຢ່າງເປັນເຈົ້າການ ແລະ ມີຜົນສໍາເລັດຕົວຈິງ ໂດຍຮັບປະກັນຕ່າງຝ່າຍຕ່າງມີຜົນປະໂຫຍດຮ່ວມກັນ, ເປີດກວ້າງການພົວພັນຮ່ວມມືກັບປະເທດອື່ນໆ ກໍຄືອົງການຈັດຕັ້ງສາກົນ ເພື່ອຍາດແຍ່ງບົດຮຽນ, ເຕັກນິກ, ເຕັກໂນໂລຊີ ແລະ ທຶນຮອນມາພັດທະນາວຽກງານໄອຍະການໃຫ້ກ້າວໜ້າ ແລະ ທັນສະໄໝ; ຫົກ, ສືບຕໍ່ປັບປຸງແບບແຜນ ແລະ ວິທີການນໍາພາຂອງພັກ ຕໍ່ວຽກງານໄອຍະການ ໃນນີ້ໃຫ້ລົງເລິກປັບປຸງຮາກຖານການເມືອງ ຢູ່ໃນແຕ່ລະໜ່ວຍພັກ, ຢູ່ໃນແຕ່ລະກົມກອງຂອງອົງການໄອຍະການປະຊາຊົນ, ຄົ້ນຄວ້າມາດຕະການສະກັດກັ້ນຕໍ່ເປົ້າໝາຍ ທີ່ມີພຶດຕິກໍາລະເມີດກົດໝາຍ ແລະ ລົງວິໄນຕໍ່ຜູ້ລະເມີດ, ພ້ອມກັນຜ່ານຜ່າຄວາມຫຍຸ້ງຍາກນາໆປະການ ຈົນສາມາດປະຕິບັດສໍາເລັດໜ້າທີ່ ພັກ ແລະ ລັດມອບໝາຍໃຫ້ຕາມລະດັບຄາດໝາຍທີ່ວາງໄວ້. (ຂ່າວ:ຈະເລີນສີນ)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments