Tuesday, September 24, 2024
Homeສາລະໜ້າຮູ້ອາຫານທີ່ຄວນກິນທຸກມື້

ອາຫານທີ່ຄວນກິນທຸກມື້

ບໍ່ວ່າໃຜກໍ່ລ້ວນແຕ່ຢາກຈະມີສຸຂະພາບທີ່ດີ ດັ່ງນັ້ນ ການອອກກຳລັງກາຍ ການກິນອາຫານທີ່ມີປະໂຫຍດ ແລະ ກິນອາຫານຄົບ 5 ໝູ່ ແລ້ວຈີ່ງເປັນວິທີງ່າຍທີ່ຫຼາຍຄົນເລືອກ ສີ່ງສຳຄັນມັນໄດ້ສົ່ງຜົນກະທົບທີ່ດີໃຫ້ແກ່ເຮົາເອງ ໂດຍສະເພາະເລື່ອງການກິນອາຫານທີ່ເຮັດໃຫ້ສຸຂະພາບດີ ຈາກພາຍໃນສູ່ພາຍນອກ ແລະ ສີ່ງສຳຄັນທີ່ສຸດຕ້ອງເຮັດໃຫ້ໄດ້ທຸກໆ ມື້ ເຮົາໄປເບີ່ງພ້ອມກັນເລີຍ!

  1. ເບີລີ້: ສາມາດຊ່ວຍລະບົບຍ່ອຍອາຫານໄດ້ດີຫຼາຍ ແຖມຍັງມີແອນຕີ້ອ໊ອກຊີເດັນ ເຮັດໃຫ້ຜິວອ່ອນກ່ອນໄວ ແລະ ຍັງມີວິຕາມິນ C ທີ່ຊ່ວຍບຳລຸງຜິວ ແລະ ແກ້ອາການຫັວດນຳອີກ.
  2. ໝາກກ້ຽງ: ເປັນແຫຼ່ງວິຕາມິນ C ທີ່ມີຄຸນນະພາບ ແລະ ຄຸນປະໂຫຍດຕໍ່ການສ້າງເຊວເມັດເລືອດຂາວ ແລະ ສ້າງພູມຕ້ານທານພະຍາດທີ່ມີໄຟເບີສູງ ເປັນແຫຼ່ງແອນຕີ້ອ໊ອກຊີເດັນ ທີ່ຊ່ວຍປົກປ້ອງເຊວຜິວຈາກການຖືກທຳລາຍ ແລະ ຊ່ວຍເພີ່ມການສ້າງຄໍລາເຈນໃນຜິວ.
  3. ມັນດ້າງ: ເປັນອາຫານທີ່ຫາໄດ້ງ່າຍ ແຖມຍັງມີປະໂຫຍດຫຼາຍຕໍ່ສຸຂະພາບ ມັນດ້າງເປັນແຫຼ່ງເບຕາແຄໂຣທີນ ທີ່ຊ່ວຍເຮັດໃຫ້ບຳລຸງສາຍຕາ ສ້າງພູມຕ້ານທານ ແລະ ຍັງສ້າງສານຕ້ານມະເຮັງອີກດ້ວຍ.
  4. ຊາ: ແມ່ນເຄື່ອງດື່ມທີ່ບໍ່ມີຜົນດີຕໍ່ສຸຂະພາບປານໃດ ແຕ່ການດື່ມຊາໃນປະລິມານທີ່ເໝາະສົມ ຈະຊ່ວຍຫຼຸດຄວາມສ່ຽງຕໍ່ການເປັນອາວໄຊເມີ ມະເຮັງ ພ້ອມທັງເຮັດໃຫ້ສຸຂະພາບແຂ້ວ ແລະ ກະດູກແຂງແຮງຂື້ນ ເພາະໃນຊາມີສານແອນຕີ້ອ໊ອກຊີເດັນ ທີ່ເອີ້ນວ່າ: ຟລາໂວນອຍ (flavonoids) ທີ່ມີຜົນດີຕໍ່ສຸຂະພາບ.
  5. ຜັກກາດນາ: ມີສານເບຕ້າແຄໂຣທີນສູງ ຊ່ວຍຫຼຸດຄວາມສ່ຽງຕໍ່ການເປັນມະເຮັງ ກະເພາະອາຫານ ມະເຮັງລໍາໃສ້ ມະເຮັງປອດ ພ້ອມທັງມີວິຕາມິນທີ່ຊ່ວຍສ້າງກ້າມເນື້ອ ສ້າງພູມຕ້ານທານພະຍາດໄດ້ດີ ແລະ ມີແຄລຊຽມ.
  6. ໂຢເກີດ: ມີສານອາຫານທີ່ຈຳເປັນຕໍ່ຮ່າງກາຍຫຼາຍຢ່າງ ເປັນຕົ້ນ: ໂພແທສຊຽມ ຟອສຟໍຣັສ ສັງກະສີ ວິຕາມິນບີ 12 ແລະ ໂປຣຕີນ ດັ່ງນັ້ນຖ້າກິນໂຢເກີດ ມື້ລະ 1 ຈອກ ຈະເຮັດໃຫ້ສຸຂະພາບດີ.
RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments