Monday, September 23, 2024
Homeຂ່າວຕ່າງປະເທດສສ ຫວຽດນາມ ພັດທະນາ ເຂດທົ່ງພຽງ ແມ່ນ້ຳແດງ ເປັນສີຂຽວ-ຍືນຍົງ

ສສ ຫວຽດນາມ ພັດທະນາ ເຂດທົ່ງພຽງ ແມ່ນ້ຳແດງ ເປັນສີຂຽວ-ຍືນຍົງ

ຕາມຂ່າວຈາກວິທະຍຸສາກົນຫວຽດນາມ ເມື່ອບໍ່ດົນມານີ້ ທ່ານ ຟ້າມ ມິງຈິງ ນາຍົກລັດຖະມົນຕີ ສສ ຫວຽດນາມ ໄດ້ເປັນປະທານກອງປະຊຸມຜັນຂະຫຍາຍປະຕິບັດໂຄງການດຳເນີນງານ ຂອງລັດຖະບານ ສຳລັບການປະຕິບັດມະຕິເລກທີ 30 ລົງວັນທີ 23 ພະຈິກ 2022 ຂອງກົມການເມືອງ ກ່ຽວກັບທິດທາງພັດທະນາເສດຖະກິດ-ສັງຄົມ, ຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ເຂດທົ່ງພຽງແມ່ນ້ຳແດງ ຮອດປີ 2030, ວິໄສທັດ ຮອດປີ 2045 ແລະ ສົ່ງເສີມການລົງທຶນເຂດ, ດ້ວຍຫົວຂໍ້ “ຮ່ວມສຳພັນພັດທະນາ-ປ່ຽນແປງໃໝ່ປະດິດຄິດສ້າງ-ຂຽວ ​ແລະ ຍືນຍົງ”. ໂຄງການດັ່ງກ່າວໄດ້ວາງເປົ້າໝາຍ ພັດທະນາເຂດທົ່ງພຽງແມ່ນ້ຳແດງໃຫ້ກາຍເປັນເຂດພັດທະນາໄວ, ຍືນຍົງ, ມີໂຄງປະກອບເສດຖະກິດເໝາະສົມ, ເຂັ້ມຂົ້ນ ໄປດ້ວຍສີສັນວັດທະນະທຳຂອງຊາດ; ອຸດສາຫະກຳ, ການບໍລິການທັນສະໄໝ ແລະ ກະສິກຳ, ເຕັກໂນໂລຊີສູງ, ອົງຄະທາດ, ຂຽວ, ໝູນວຽນ, ມີມູນຄ່າເສດຖະກິດສູງ. ຈາກ​ນັ້ນ ທ່ານ ຟ້າມມິງຈິງ ເນັ້ນໜັກວ່າ: ຈົ່ງສຸມໃສ່ພັດທະນາພື້ນຖານໂຄງລ່າງ, ພິເສດແມ່ນໂຄງລ່າງຍຸດທະສາດຮ່ວມສຳພັນ ລະຫວ່າງເຂດ, ພາກ ແລະ ສາກົນ. ນອກ​ນີ້ຍັງສຸມໃສ່ພັດທະນາການຫັນເປັນດີຈີຕອນ, ຫັນເປັນສີຂຽວ, ເສດຖະກິດໝູນວຽນ, ເສດຖະກິດພູມປັນຍາ, ປົກປັກຮັກສາສິ່ງແວດລ້ອມ ແລະ ຮັບມືກັບ ການປ່ຽນແປງຂອງດິນຟ້າອາກາດ./.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments