Sunday, September 22, 2024
Homeຂ່າວພາຍໃນໂຮງໝໍສູນກາງ 103 ກອງທັບ ສຳເລັດການຜ່າຕັດຄົນເຈັບປະສາດຖືກໜີບເຕັງໃນຂວັ້ນສະໝອງ

ໂຮງໝໍສູນກາງ 103 ກອງທັບ ສຳເລັດການຜ່າຕັດຄົນເຈັບປະສາດຖືກໜີບເຕັງໃນຂວັ້ນສະໝອງ

ໃນໄລະ 2 ເດືອນ ຕົ້ນປີ 2023 ໂຮງໝໍສູນກາງ 103 ກອງທັບ ສົມທົບກັບຊ່ຽວຊານການແພດ ກອງທັບປົດປ່ອຍປະຊາຊົນຈີນ ຜ່າຕັດສໍາເລັດ 3 ກໍລະນີ, ຍິງ 2 ທ່ານ ທີ່ເຈັບປະສາດຄູ່ທີ V ຖືກໜີບເຕັງ ໃນຂວັ້ນສະໝອງ ເຊິ່ງອາການສະແດງອອກແມ່ນ ເຈັບເຂດໃບໜ້າ, ເຈັບລາມ ອ້ອມກະໂປ່ງຕາ, ເຈັບຫລາຍເວລາປາກເວົ້າ, ຫຍໍ້າອາຫານ, ໄອ-ຈາມ.

ການຜ່າຕັດຄັ້ງນີ້, ນໍາພາໂດຍ ຮສຈ. ປອ. ຫລີ ຊ່ານ ຈົ່ງ (Li San Zhong) ພ້ອມທີມງານວິຊາການ ຜ່າຕັດ ຂອງໂຮງໝໍສູນກາງ 103 ກອງທັບປະຊາຊົນລາວ, ຜ່ານການກວດກາອາການພະຍາດ, ປະຫວັດພະຍາດ, ກວດກາຕົວຈິງຂອງຄົນເຈັບ ແລະ ສົມທົບຮູບພາບ ຊິທີເອ, ເອັມອາໄອ ຈຶ່ງສະມາດບົ່ງມະຕິຊັດເຈນ ແມ່ນ ປະສາດຄູ່ທີ V ຖືກເສັ້ນເລືອດໃນສະໜອງໜີບເຕັງ ເຊິ່ງ ທິດທາງປີ່ນປົວຕ້ອງໄດ້ຜ່າຕັດໄຂກະໂຫກຫົວເຂດຫລັງຫູ, ໃຊ້ກ້ອງສ່ອງຂະຫຍາຍເພື່ອເຂົ້າໄປຊອກເສັ້ນປະສາດຄູ່ທີ V ທີ່ແຍກຕົວອອກຈາກຂວັ້ນສະໝອງ ແລະ ຊອກຊັດ ເຈນຈຸດເສັ້ນເລືອດໜີບເຕ່ງ. ພາຍຫລັງກໍານົດຈຸດໜີບເຕັງ ຊັດເຈນແລ້ວ, ຈະໃຊ້ເຄື່ອງຜ່າຕັດສະເພາະທາງເຂົ້າໄປ ແຍກເສັ້ນເລືອດໃຫ້ອອກຫ່າງຈາກປະສາດ ແລະ ໃຊ້ແຜ່ນສໍາເລັດຮູບທາງການແພດ ມາຂັ້ນໄວ້ເພື່ອບໍໃຫ້ເສັ້ນເລືອດ ມາໜີບເຕັງຕື່ມ.

ພາຍຫລັງຜ່າຕັດ ສະພາບຄົນເຈັບແຕ່ລະຄົນດີຂຶ້ນຕາມລໍາດັບ, ອາການກ່ຽວກັບເສັ້ນປະສາດຄູ່ທີ V ແມ່ນ ຫາຍຂາດເກືອບ 100%, ນີ້ແມ່ນ 3 ກໍລະນີ ຜ່າຕັດກ່ຽວກັບເສັ້ນປະສາດທີ V ໃນສະໝອງຖືກໜີບເຕ່ງ ທໍາອິດໃນ ສປປ ລາວ ນໍາພາໂດຍຊ່ຽວຊານການແພດກອງທັບປົດປ່ອຍປະຊາຊົນຈີນ ໄດ້ນໍາເອົາເຕັກນິກໃໝ່ທັນສະໄໝ ມາປີ່ນ ປົວໃຫ້ຄົນເຈັບ ແລະ ຖ່າຍທອດເຕັກນິກໃຫ້ແກ່ວິຊາການຜ່າຕັດລາວເຮົາ. ການຜ່າຕັດເສັ້ນປະສາດທີ V ໃນສະ ໝອງຖືກໜີບເຕັງກໍລະນີນີ້, ມັນໄດ້ເປີດໂອກາດໃຫ້ຄົນເຈັບຢູ່ ສປປ ລາວເຮົາ ໄດ້ມີວິທີການປີ່ນປົວພະຍາດໃຫ້ຫາຍຂາດ ແລະ ມີທາງເລືອກທີດີ ສໍາລັບກໍລະນີຄົນເຈັບເປັນພະຍາດດັ່ງກ່າວ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments