Sunday, September 22, 2024
Homeຂ່າວໜ້າໜຶ່ງຮອງລັດຖະມົນຕີກະຊວງການຕ່າງປະເທດ ເຊັນປຶ້ມໄວ້ອາໄລ ຕໍ່ເຫດການແຜນດິນໄຫວຮຸນແຮງ ທີ່ປະເທດຕວັກກີ

ຮອງລັດຖະມົນຕີກະຊວງການຕ່າງປະເທດ ເຊັນປຶ້ມໄວ້ອາໄລ ຕໍ່ເຫດການແຜນດິນໄຫວຮຸນແຮງ ທີ່ປະເທດຕວັກກີ

ໃນວັນທີ 9 ກຸມພາ 2023 ຜ່ານມາ, ທີ່ສະຖານເອກອັກຄະລັດຖະທູດຕວັກກີ້ ປະຈຳ ສປປ ລາວ, ທ່ານ ບຸນເຫລືອ ພັນດານຸວົງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ນຳພາຄະນະ ແລະ ຕາງໜ້າກະຊວງ ການຕ່າງປະເທດ ແຫ່ງ ສປປ ລາວ ເຂົ້າຮ່ວມເຊັນປຶ້ມໄວ້ອາໄລ ຕໍ່ເຫດການແຜ່ນດິນໄຫວ ຢູ່ ແຂວງກາຊຽນເທັບ, ປະເທດ ຕວັນກີ້ ເຊິ່ງເນື້ອໃນມີດັ່ງນີ້:

ພວກຂ້າພະເຈົ້າ ສຶກໂສກເສົ້າເສຍໃຈທີ່ຮັບຊາບກ່ຽວກັບເຫດການແຜ່ນດິນໄຫວທີ່ຮຸນແຮງ ທີ່ເກີດຂຶ້ນຢູ່ ແຂວງກາຊຽນເທັບ ຂອງ ຕວັກກີ, ໃນວັນທີ 6 ກຸມພາ 2023 ໂດຍຕາງຫນ້າໃຫ້ກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສະແດງຄວາມເສົ້າສະ ຫລົດໃຈຢ່າງສຸດຊຶ້ງ ແລະ ສະແດງຄວາມເຫັນໃຈຢ່າງເລິກເຊິ່ງ ມາຍັງທ່ານທູດ, ແລະ ຜ່ານທ່ານທູດ ໄປຍັງ ລັດຖະບານ ແລະ ປະຊາຊົນ ສາທາລະນະລັດຕວັກກີ ໂດຍສະເພາະ ແມ່ນຄອບຄົວຂອງຜູ້ປະສົບເຄາະຮ້າຍຈາກຜົນ ກະທົບຂອງໄພພິບັດທຳມະຊາດທີ່ຮຸນແຮງນີ້.

ຂ້າພະເຈົ້າເຊື່ອໝັ້ນວ່າ ດ້ວຍຄວາມປີຊາສາມາດຂອງການນຳພາ ແລະ ຄວາມພະຍາຍາມຢ່າງເຕັມທີ່ຂອງ ລັດຖະບານ, ປະຊາຊົນ ຕວັກກີ ຈະສາມາດຜ່ານຜ່າໄພພິບັດທຳມະຊາດນີ້ໄດ້ ແລະ ຟື້ນຟູພື້ນທີ່ ທີ່ໄດ້ຮັບຜົນກະທົບ ໃຫ້ກັບຄືນສູ່ສະພາບປົກກະຕິໄດ້ໂດຍໄວ.

ຂໍໃຫ້ດວງວິນຍານ ປະຊາຊົນຕວັກກີ ຜູ້ທີ່ໄດ້ຮັບເຄາະຮ້າຍ ຈົ່ງໄປສູ່ສຸຂະຕິດ້ວຍເຖີດ.

ຂ່າວ-ພາບ: ກົມການຂ່າວ, ກະຊວງການນຕ່າງປະເທດ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments