Sunday, September 22, 2024

ປະກາດແຕ່ງຕັ້ງ ທ່ານ ຄໍາ​ໄຫຼ ສີ​ປະ​ເສີດ ເປັນຮອງປະທານສູນກາງແນວລາວສ້າງຊາດ

—————

ໃນວັນທີ 10 ກຸມພາ 2023, ຢູ່ສູນ​ຝືກອົບຮົມ ສູນ​ກາງ​ແນວ​ລາວ​ສ້າງ ໄດ້ຈັດພິທີປະກາດການຈັດຕັ້ງ ໂດຍ ທ່ານ ຄໍາ​ໄຫຼ ສີ​ປະ​ເສີດ ກໍາມະການ​ສູນ​ກາງ​ພັກ ​​ເປັນຮອງເລຂາຄະນະບໍລິຫານງານພັກ, ທັງເປັນຮອງ​ປະທານສູນ​ກາງ​ແນວ​ລາວ​ສ້າງ​ຊາດ.

ການປະກາດການແຕ່ງຕັ້ງດັ່ງກ່າວແມ່ນປະຕິບັດຕາມມະຕິຕົກລົງຂອງ​ເລຂາ​ທິ​ການ​ສູນ​ກາງ​ພັກ ສະບັບ ​ເລກທີ 285/ຄລສພ ລົງ​ວັນ​ທີ 26 ມັງກອນ 2023 ວ່າ​ດ້ວຍ​ການ​ແຕ່ງ​ຕັ້ງ​ກໍາມະການ​ຄະນະ​ພັກ ຄະນະ​ປະ​ຈໍາສູນ​ກາງ​ແນວ​ລາວ​ສ້າງ​ຊາດ ແລະ ມະຕິ​ຕົກລົງ​ຂອງກົມ​ການ​ເມືອງ​ສູນ​ກາງ​ພັກ ສະບັບເລກທີ 11/ກມສພ ລົງວັນທີ 26 ມັງກອນ 2023 ວ່າ​ດ້ວຍ​ການ​ແຕ່ງ​ຕັ້ງ​ຮອງ​ເລຂາ​ຄະນະ​ບໍລິຫານ​ງານ​ພັກ, ຮອງ​ປະທານສູນ​ກາງ​ແນວ​ລາວ​ສ້າງ​ຊາດ.

ໃນພິທີດັ່ງກ່າວຍັງໄດ້ຜ່ານມະຕິຕົກລົງ ຂອງກົມ​ການ​ເມືອງ​ສູນ​ກາງ​ພັກສະບັບ​ເລກທີ 04/ກມສພ ລົງ​ວັນ​ທີ 20 ມັງກອນ 2023 ວ່າ​ດ້ວຍ​ການ​ອະນຸມັດ​ໃຫ້​ພະນັກງານ​ການ​ນໍາ​ຂັ້ນ​ສູງ​ອອກ​ພັກ​ການ-​ຮັບ​ອຸດ​ໜູນ​ບໍານານ ​ໂດຍ​ແມ່ນ ທ່ານຄໍາເຜີຍ ບຸດດາວຽງ ກໍາມະການສູນກາງພັກ, ຮອງປະທານສູນກາງແນວລາວສ້າງຊາດ

ເຂົ້າຮວ່ມເປັນກຽດໃນພິທີປະກາດການຈັດຕັ້ງຄັ້ງນີ້ມີທ່ານ ສິນລະວົງ ຄຸດໄພທູນ ກໍາມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ,​ຄະນະ​ຈັດ​ຕັ້ງ​ສູນ​ກາງ​ພັກ, ຄະນະ​ປະ​ຈໍາ​ພັກ, ຄະນະພັກ, ຫົວໜ້າຫ້ອງການ, ຫົວໜ້າ​ກົມ, ສູນ​ຝືກອົບຮົມ ສນຊ ​ແລະ ຫົວໜ້າ​-ຮອງ​ພະ​ແນ​ກ​ເຂົ້າ​ຮ່ວມ.

(ຂ່າວ:ສນຊ)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments