Home ຂ່າວການເມືອງ ພູເບ້ຍ ມາຍນິງ ສະເຫຼີມສະຫຼອງ ຄົບຮອບ 10 ປີໂຄງການ ບ້ານຫ້ວຍຊາຍ

ພູເບ້ຍ ມາຍນິງ ສະເຫຼີມສະຫຼອງ ຄົບຮອບ 10 ປີໂຄງການ ບ້ານຫ້ວຍຊາຍ

0
408

ງານສະເຫຼີມສະຫຼອງ ຄົບຮອບ 10 ປີ ຂອງໂຄງການຂຸດຄົ້ນ-ປຸງແຕ່ງ ຄໍາເງິນ ບ້ານຫ້ວຍຊາຍ ຂອງບໍລິສັດ ພູເບ້ຍ ມາຍນິງ ໄດ້ຈັດຂຶ້ນໃນຄໍ່າຄືນວັນທີ 10 ກຸມພາ ຜ່ານມານີ້ ທີ່ແຄັມຂອງໂຄງການ ຢູ່ບ້ານນາໄຊສະຫວ່າງ ເມືອງລ່ອງແຈ້ງ ແຂວງໄຊສົມບູນ ໂດຍມີ ທ່ານ ທອງພັດ ອິນທະວົງ ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ປະທານຄະນະກໍາມະການຕິດຕາມການປະຕິບັດງານຂອງບໍລິສັດ ພູເບ້ຍ ມາຍນິງ, ທ່ານ ຕົງມົວ ຊົວໂກ້ ຮອງເຈົ້າແຂວງໄຊສົມບູນ, ທ່ານ ດາລິງ ເຊັງ (Daling Zheng) ຜູ້ອໍານວຍການໃຫຍ່ ທັງເປັນປະທານບໍລິຫານ ບໍລິສັດ ແພນອອສ໌ ຈໍາກັດ (ບໍລິສັດແມ່ຂອງພູເບ້ຍ ມາຍນິງ) ແລະ ທ່ານ ຈັນເພັງ ບຸນນະຜົນ ປະທານບໍລິສັດ ພູເບ້ຍ ມາຍນິງ ພ້ອມດ້ວຍບັນດາພະນັກງານຂອງບໍລິສັດ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ຈັນເພັງ ບຸນນະຜົນ ໄດ້ຕາງໜ້າບໍລິສັດພູເບ້ຍ ແລະ ຜູ້ລົງທຶນ ຂໍສະແດງຄວາມຂອບໃຈເປັນຢ່າງສູງ ຕໍ່ລັດຖະບານລາວ, ອຳນາດການປົກຄອງແຂວງໄຊສົມບູນ ແລະ ພໍ່ແມ່ປະຊາຊົນທ້ອງຖິ່ນ ທີ່ໄດ້ອຳນວຍຄວາມສະດວກທຸກປະການ ພ້ອມທັງໄດ້ກ່າວໃຫ້ຮູ້ວ່າ: ໂຄງການຂຸດຄົ້ນ-ປຸງແຕ່ງ ຄໍາເງິນ ບ້ານຫ້ວຍຊາຍ ໄດ້ມີການສ້າງຕັ້ງໂຮງງານໃນປີ 2010 ແລະ ເປີດດຳເນີນງານໃນປີ 2012 ຊຶ່ງເປັນເຂດທີ່ຢູ່ຫ່າງໄກສອກຫຼີກ, ພູຜາປ່າດົງ ແລະ ບໍ່ມີເສັ້ນທາງເຂົ້າເຖິງໄດ້. ພວກເຮົາໄດ້ສ້າງເສັ້ນທາງເຂົ້າ, ຕຶກອາຄານ ແລະ ສິ່ງອໍານວຍຄວາມສະດວກທັງໝົດ ຈາກສະພາບທີ່ຍັງບໍ່ໄດ້ຮັບການພັດທະນາ ຊຶ່ງມາຮອດ 10 ປີແຫ່ງການດຳເນີນງານ ໄດ້ມີຜົນສຳເລັດຫຼາຍຢ່າງ ທີ່ເປັນການປະກອບສ່ວນ, ທຸ້ມເທມັນສະໝອງ ແລະ ເຫື່ອແຮງຂອງພະນັກງານພວກເຮົາທຸກຄົນ ສ້າງໃຫ້ສໍາເລັດ ເອົາຊະນະຄວາມທ້າທາຍຕ່າງໆ ສ້າງຜົນປະໂຫຍດທັງທາງກົງ ແລະ ທາງອ້ອມໃຫ້ແກ່ປະຊາຊົນອ້ອມຂ້າງ ແລະ ແຂວງໄຊສົມບູນ ເວົ້າສະເພາະ, ເວົ້າລວມກໍແມ່ນ ປະກອບສ່ວນສຳຄັນໃນການພັດທະນາຂະແໜງບໍ່ແຮ່ ແລະ ຜົນປະໂຫຍດແກ່ລັດຖະບານ ກໍຄື ປະເທດຊາດຂອງພວກເຮົາ.

ທ່ານ ທອງພັດ ອິນທະວົງ ໄດ້ກ່າວຊົມເຊີຍເຖິງຜົນສຳເລັດວ່າ: ໃນຕະຫຼອດໄລຍະຜ່ານມາ, ບໍລິສັດ ພູເບ້ຍ ມາຍນິງ ໄດ້ປະກອບສ່ວນດ້ວຍຜົນງານອັນໃຫຍ່ຫຼວງ ເຂົ້າໃນການພັດທະນາເສດຖະ ກິດ-ສັງຄົມຂອງ ສປປ ລາວ ກໍຄືການພັດທະນາທ້ອງຖິ່ນແຂວງໄຊສົມບູນ ໃຫ້ມີການເຕີບໃຫຍ່ຂະຫຍາຍຕົວ. ດັ່ງທີ່ພວກເຮົາຮູ້ນໍາກັນ, ບໍລິສັດ ພູເບ້ຍ ມາຍນິງ ກໍເປັນໜຶ່ງໃນ ບໍລິສັດ ທີ່ມີມາດຖານຢູ່ໃນລະດັບສາກົນ, ມີປະສົບການດ້ານການພັດທະນາຂະແໜງບໍ່ແຮ່ ຕາມທິດສີຂຽວ ແລະ ຢືນຍົງ; ເປັນບໍລິສັດໜຶ່ງທີ່ເປັນຕົວແບບໃນການພັດທະນາດ້ານບໍ່ແຮ່ຢູ່ ສປປ ລາວຂອງພວກເຮົາ ຊຶ່ງໄດ້ນໍາໃຊ້ເຕັກນິກວິທະຍາສາດ-ເຕັກໂນໂລຊີທີ່ທັນສະໄໝໃນລະດັບສາກົນ. ພ້ອມນີ້, ທ່ານ ທອງພັດ ອິນທະວົງ ຍັງເນັ້ນໜັກໃຫ້ ບໍລິສັດ ພູເບ້ຍ ມາຍນິງ ສືບຕໍ່ສ້າງຜົນງານໃຫ້ໃຫຍ່ຫຼວງກວ່າເກົ່າ ເປັນຕົວແບບໃນການພັດທະນາດ້ານບໍ່ແຮ່ຢູ່ ສປປ ລາວ.

ທ່ານ ຕົງມົວ ຊົວໂກ້ ໄດ້ກ່າວວ່າ: ໂຄງການຂຸດຄົ້ນ-ປຸງແຕ່ງ ຄໍາເງິນ ບ້ານຫ້ວຍຊາຍ ເປັນໂຄງການໜຶ່ງທີ່ໄດ້ທີ່ຊ່ວຍໃນການພັດທະນາ ໂດຍສະເພາະການກໍ່ສ້າງ ແລະ ປັບປຸງເສັ້ນທາງ ໃຫ້ມີການໄປ-ມາໄດ້ດີຂຶ້ນ ແລະ ສະດວກກວ່າເກົ່າ. ນອກນີ້, ກໍໄດ້ເຄື່ອນໄຫວຢ່າງແຂງແຮງ ສ້າງລາຍຮັບໃຫ້ແກ່ບໍລິສັດ ໄດ້ຫຼວງຫຼາຍສົມຄວນ; ພ້ອມກັນນີ້, ກໍສ້າງວຽກເຮັດງານທໍາໃຫ້ແກ່ປະຊາຊົນລາວ ຈໍານວນຫຼວງຫຼາຍ ໂດຍສະເພາະ ປະຊາຊົນຊາວແຂວງໄຊສົມບູນ ແລະ ກໍໄດ້ພ້ອມກັນກັບບ້ານ-ເມືອງ ພ້ອມກັນຂຶ້ນແຜນພັດທະນາປະຈໍາປີ ເປັນຕົ້ນ ໂຄງການກໍ່ສ້າງພື້ນຖານໂຄງລ່າງ ເສັ້ນທາງ, ໂຮງຮຽນ, ສຸກສາລາ, ຝຶກອົບຮົມວິຊາຊີບ ແລະ ອື່ນໆ ຊຶ່ງສະແດງເຖິງການປະກອບສ່ວນ ໃຫ້ບັນດາພື້ນທີ່ໃກ້ຄຽງ ໄດ້ຮັບການປັບປຸງເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນດີຂຶ້ນ, ຄອບຄົວທຸກຍາກ ໄດ້ຮັບການແກ້ໄຂ ແລະ ໄດ້ຫຼຸດລົງເທື່ອລະກ້າວ. ບໍລິສັດ ຍັງໄດ້ປະກອບສ່ວນພັນທະອາກອນ ໃຫ້ແກ່ລັດຖະບານ ເປັນຈໍານວນຫຼວງຫຼາຍ ແລະ ເປັນປົກກະຕິ.

(ຂ່າວ-ພາບ: ສຸກສະຫວັນ)

NO COMMENTS

LEAVE A REPLY

Please enter your comment!
Please enter your name here