Saturday, September 21, 2024
Homeຂ່າວຕ່າງປະເທດ5 ສະຖານທີ່ທ່ອງທ່ຽວຕ້ອງໄປສຳຜັດ ເມື່ອເດີນທາງໄປອີຣານ

5 ສະຖານທີ່ທ່ອງທ່ຽວຕ້ອງໄປສຳຜັດ ເມື່ອເດີນທາງໄປອີຣານ

(ເນື່ອງໃນໂອກາດວັນຊາດອີຣານ ວັນທີ 11 ກຸມພາ) ອີຣານ ຫຼື ສາທາລະນະລັດອິສລາມອີຣານ ເປັນປະເທດໃນອາຊີຕາເວັນອອກສ່ຽງໃຕ້ ມີຊາຍແດນຕິດກັບປະເທດອາກເມນີ, ທາງທິດຕາເວັນຕົກສ່ຽງເໜືອຕິດກັບປະເທດກາຊັກສະຖານ ແລະ ຣັດເຊຍ, ທາງທິດຕາເວັນອອກສ່ຽງເໜືອຕິດກັບປະເທດຕວັກເມນິດສະຖານ, ທາງທິດຕາເວັນອອກຕິດກັບປະເທດອັຟການິສຖານ ແລະ ປາກິດສະຖານ, ທາງທິດໃຕ້ຕິດກັບອ່າວເປີເຊຍ ແລະ ອ່າວໂອມານ ແລະ ທາງທິດຕາເວັນຕົກຕິດກັບປະເທດຕວັກກີ ແລະ ອີຣັກ. ມີເນື້ອທີ່ 1.648.195 ກິໂລຕາແມັດ ເປັນປະເທດໃຫຍ່ທີ່ສຸດອັນດັບທີ 2 ໃນຕາເວັນອອກກາງ ແລະ ອັນດັບທີ 18 ໃນໂລກ ມີປະຊາກອນ 86.782.281 ຄົນ (ອີງຕາມຂໍ້ມູນເມື່ອວັນທີ 7 ກຸມພາ 2023).

ເມື່ອກ່າວເຖິງອີຣານ ຫຼາຍທ່ານອາດຈະຄິດບໍ່ອອກວ່າມີສະຖານທີ່ທ່ອງທ່ຽວທີ່ໜ້າສົນໃຈຫຼາຍແຫ່ງ ແລະ ມັກຄິດວ່າເປັນປະເທດທີ່ໜ້າຢ້ານກົວ ແຕ່ໃນຄວາມເປັນຈິງແລ້ວອີຣານເປັນປະເທດທີ່ໜ້າໄປທ່ອງທ່ຽວປະເທດໜຶ່ງ ເນື່ອງຈາກວ່າມີສະຖານທີ່ທ່ອງທ່ຽວທີ່ສວຍງາມ ແລະ ມີປະຫວັດສາດທີ່ໜ້າຄົ້ນຫາຈົນໄດ້ຮັບການຂຶ້ນທະບຽນມໍລະດົກໂລກຫຼາຍແຫ່ງ ຜູ້ຄົນໃນອີຣານກໍອັດທະຍາໄສດີ ແລະ ໄລຍະເວລາທີ່ ເໝາະສົມທີ່ສຸດໃນການທ່ອງທ່ຽວອີຣານຄື ໄລຍະກາງເດືອນມີນາເຖິງທ້າຍເດືອນພຶດສະພາ ເນື່ອງຈາກອາກາດດີ ຊຶ່ງອຸນຫະພູມຢູ່ໃນລະຫວ່າງ 15-25 ອົງສາ, ຍົກຕົວຢ່າງ 5 ສະຖານທີ່ທ່ອງທ່ຽວທີ່ໜ້າສົນໃຈໃນອີຣານໄດ້ແກ່:

ໜຶ່ງ, ພະຣາຊວັງໂກເລສຕານ ຫຼື ພະຣາຊວັງກຸຫຼາບ ເປັນໜຶ່ງໃນສະຖານທີ່ປະຫວັດສາດທີ່ເກົ່າແກ່ທີ່ສຸດຂອງນະຄອນຫຼວງເຕຫະຣານ ຊຶ່ງເປັນນະຄອນຫຼວງຂອງອີຣານ ສ້າງຕັ້ງຂຶ້ນຕັ້ງແຕ່ສະໄໝສະຕະວັດທີ 16 ໃນຣາຊວົງຊາຟາວິດ (Safavid) ຄວາມໂດດເດັ່ນຂອງພະຣາຊວັງແຫ່ງນີ້ຄື ຄວາມງົດງາມໃນການຕົບແຕ່ງພາຍໃນດ້ວຍແວ່ນເງົາຕັດຫຼ່ຽມເພັດ ແລະ ການຕົບແຕ່ງພາຍນອກດ້ວຍກະເບື້ອງເຄືອບສຸດອະລັງການ ໂດຍອົງການເພື່ອການສຶກສາ ວິທະຍາສາດ ແລະ ວັດທະນະທຳແຫ່ງສະຫະປະຊາຊາດ (UNESCO) ໄດ້ປະກາດໃຫ້ພະຣາຊວັງໂກເລສຕານ ເປັນມໍລະດົກໃນປີ 2007. ປັດຈຸບັນ, ພະຣາຊວັງໂກເລສຕານ ຍັງຄົງໃຊ້ເປັນສະຖານທີ່ຮອງຮັບບຸກຄົນສຳຄັນ ແລະ ແຂກບ້ານແຂກເມືອງຈາກຕ່າງປະເທດຢ່າງເປັນທາງອີກດ້ວຍ.

Nasir ol Molk Mosque ຫຼື ມັສຢິດສີບົວແຫ່ງເມືອງຊີຣາສ (Shiraz) ຊຶ່ງເປັນເມືອງແຫ່ງນັກປະພັນຂອງອີຣານ ທີ່ມີບັນຍາກາດສຸດແສນໂຣແມນຕິກໃນດິນແດນເປີເຊຍທີ່ທ່ານໃດມາທ່ອງທ່ຽວອີຣານຕ້ອງມາສຳຜັດໃຫ້ໄດ້ ພາຍໃນຫ້ອງໂຖງຂອງມັສຢິດຈະມີແສງສີຕ່າງໆສ່ອງຜ່ານແວ່ນເທິງເພດານໜ້າຕ່າງ ເຮັດໃຫ້ເກີດເປັນສີສັນທີ່ສວຍງາມ.

Naqsh E Rostam ນະຄອນຫຼັງຄວາມຕາຍ ຫຼື ສຸສານສີ່ກະສັດ ແຫ່ງຣາຊວົງຄາມິນິກ ທີ່ເຄີຍປົກຄອງອານາຈັກເປີເຊຍ ຊຶ່ງເປັນສຸສານຫຼວງຂອງຈັກກະພັນດິເປີເຊຍໃນອະດີດ ດ້ວຍຄວາມເຊື່ອຕາມຫຼັກຄຳສອນຂອງສາສະໜາໂຊໂຣແອສເຕີ ທີ່ວ່າຫຼັງຈາກຈົບສິ້ນຊີວິດຈາກຄວາມເປັນມະນຸດໃນໂລກແລ້ວ ຊີວິດກໍຍັງຄົງດຳເນີນຕໍ່ໄປ ພຽງແຕ່ວ່າຈະຕ້ອງໄປສູ່ອີກໂລກໜຶ່ງ ຫຼື ໃນອີກມິຕິໜຶ່ງເທົ່ານັ້ນ ຊາວເປີເຊຍເລີຍມີຄວາມເຊື່ອວ່າ ຕ້ອງສ້າງສຸສານແຫ່ງນີ້ຂຶ້ນມາໃຫ້ມີຄວາມຍິ່ງໃຫຍ່ຫຼູຫຼາເຊັ່ນດຽວກັບພະຣາຊວັງທີ່ກະສັດເຫຼົ່ານັ້ນເຄີຍປະທັບມາກ່ອນ ສ້າງໂດຍການຂຸດເຈາະໂພງເຂົ້າໄປໃນພູໃຫ້ເປັນຫ້ອງຂະໜາດໃຫຍ່ເທິງຜາຫີນ ສູງຈາກພື້ນດິນປະມານ 20 ແມັດ ຊຶ່ງເຕັມໄປດ້ວຍຄວາມຍິ່ງໃຫຍ່ ເປັນອີກໜຶ່ງສະຖານທີ່ທ່ອງທ່ຽວໃນອີຣານທີ່ໜ້າສົນໃຈຫຼາຍ.

Imam Square ຈະຕຸລັດອິໝ່າມ ຫຼື ມີອີກຊື່ໜຶ່ງວ່າ Naqsh-e Jahan Square ເປັນສູນກາງຂອງໂລກຍຸກກາງ ຕັ້ງຢູ່ເມືອງເອສຟາຫານ (Esfahan) ເມືອງທີ່ຄັ້ງໜຶ່ງເຄີຍໄດ້ຮັບການຍອມຮັບວ່າ ເປັນຈຸດສູນກາງຂອງໂລກ ຊຶ່ງຈະຕຸລັດອີໝ່າມຍິ່ງໃຫຍ່ອະລັງການ ໂດຍບັນດາສິ່ງກໍ່ສ້າງທີ່ຕັ້ງຢູ່ອ້ອມຮອບທັງສີ່ທິດຂອງຈະຕຸລັດອີໝ່າມນັ້ນຄື ມໍລະດົກແຫ່ງອາລິຍະທຳເປີເຊຍທີ່ແທ້ຈິງ ທາງທິດໃຕ້ມີມັສຢິດອິໝ່າມ ທາງທິດຕາເວັນອອກມີມັສຢິດໄຊ ລັອດຟອນລາ (Sheikh Lotfollah) ທາງທິດຕາເວັນຕົກມີພະຣາຊວັງ Ali Qapu ແລະ ທາງທິດເໜືອມີຂົວ Si-o-She Pol ເປັນສັນຍາລັກອັນເກົ່າແກ່ຂອງອິສຟາຮານທີ່ຊາວເມືອງມັກຈະມາໃຊ້ເວລາຕອນແລງຈົນເຖິງຄ່ຳມືດຢູ່ທີ່ນີ້.

Maranjab Desert ທະເລຊາຍມາຣານຈ໊າບ ທະເລຊາຍຂະໜາດໃຫຍ່ກາງພູພຽງອີຣານ ຫ່າງຈາກຕາເວັນອອກຂອງເມືອງເຕຫະຣານໄປປະມານ 300 ກິໂລແມັດ ທະເລຊາຍມີຄວາມຍາວປະມານ 800 ກິໂລແມັດ ແລະ ກວ້າງ 320 ກິໂລແມັດ ປະກອບດ້ວຍຂີ້ຕົມ ແລະ ບໍ່ເກືອທີ່ຖົມສະສົມມາເປັນເວລາສິບລ້ານປີ. ໃນສະໄໝກ່ອນບໍລິເວນນີ້ເຄີຍເປັນມະຫາສະໝຸດທີ່ເຕັມໄປດ້ວຍເກືອ ປັດຈຸບັນເມື່ອມະຫາສະໝຸດແຫ້ງກໍປະຖິ້ມເກືອທີ່ໜາປະມານ 6-7 ກິໂລເອົາໄວ້ ເມື່ອເວລາຜ່ານໄປ ເກືອກໍຖືກຝັງຢູ່ພາຍໃຕ້ຂີ້ຕົມໜາ, ມີກິດຈະກຳໃຫ້ນັກທ່ອງທ່ຽວສາມາດຂີ່ອູດທ່ຽວຊົມທະເລຊາຍ ແລະ ນັ່ງລົດຝ່າທະເລຊາຍອັນໜ້າຕື່ນເຕັ້ນ ແລະ ມ່ວນອົກມ່ວນໃຈ.

ຮຽບຮຽງໂດຍ: ວິໄລພອນ ເພັດໄພບູນ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments