Friday, October 18, 2024
Homeຂ່າວໜ້າໜຶ່ງການນໍາຂັ້ນສູງສະພາແຫ່ງຊາດ ໄດ້ຮັບຫຼຽນຊາວໜຸ່ມຕະລຸມບອນ ແລະ ຫຼຽນກາລະນຶກ 65 ປີ ວັນສ້າງຕັ້ງ ຄຊປປລ

ການນໍາຂັ້ນສູງສະພາແຫ່ງຊາດ ໄດ້ຮັບຫຼຽນຊາວໜຸ່ມຕະລຸມບອນ ແລະ ຫຼຽນກາລະນຶກ 65 ປີ ວັນສ້າງຕັ້ງ ຄຊປປລ

ພີທີມອບຫຼຽນກາລະນຶກວັນສ້າງຕັ້ງ ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ (ຄຊປປລ) ຄົບຮອບ 65 ປີ (14/4/1955-14/4/2020) ໃຫ້ການນໍາຂັ້ນສູງ ແລະ ຊາວໜຸ່ມປະຊາຊົນປະຕິວັດລາວ ສະພາແຫ່ງຊາດ ໄດ້ຈັດຂຶ້ນໃນວັນທີ 1 ກຸມພານີ້ ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງສະຫາຍ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ ເລຂາຄະນະພັກສະພາແຫ່ງຊາດ ປະທານສະພາແຫ່ງຊາດ ຊຶ່ງມີບັນດາສະຫາຍການນໍາຂັ້ນສູງຂອງສະພາແຫ່ງຊາດ, ອະດີດການນໍາຂັ້ນສູງຂອງສະພາແຫ່ງຊາດ ພ້ອມດ້ວຍ ສະຫາຍ ມອນໄຊ ລາວມົວຊົງ ກໍາມະການສໍາຮອງສູນກາງພັກ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມ ປປ ລາວ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ສະຫາຍ ພອນແກ້ວ ຕົ້ນວໍລະຈິດ ຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ເລຂາຄະນະບໍລິຫານງານຊາວໜຸ່ມສະພາແຫ່ງຊາດ ໄດ້ກ່າວລາຍງານຫຍໍ້ກ່ຽວກັບຄວາມເປັນມາ ແລະ ຄວາມໝາຍຄວາມສໍາຄັນຂອງຫຼຽນກາລະນຶກ 65 ປີ ທີ່ໄດ້ສະແດງໃຫ້ເຫັນເຖິງຂະບວນວິວັດແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງ ຄຊປປລ ພາຍໃຕ້ການນໍາພາຂອງພັກ ແລະ ຄວາມເສຍສະຫຼະທີ່ບໍ່ຮູ້ອິດຮູ້ເມື່ອຍຂອງ ຄຊປປລ.

ຈາກນັ້ນ, ຈັດຕັ້ງພິທີກໍໄດ້ຜ່ານຂໍ້ຕົກລົງ ສະບັບເລກທີ 823/ລຂ, 824/ລຂ ລົງວັນທີ 5 ທັນວາ 2022 ແລະ ຂໍ້ຕົກລົງ 107/ລຂ ລົງວັນທີ 1 ກຸມພາ 2023 ວ່າດ້ວຍການມອບຫຼຽນກາລະນຶກ ຄົບຮອບ 65 ປີ ວັນສ້າງຕັ້ງ ຄຊປປລ, ຫຼຽນຊາວໜຸ່ມຕະລຸມບອນ ໃຫ້ແກ່ການນໍາຂັ້ນສູງ ແລະ ອອກຂໍ້ຕົກລົງສະບັບເລກທີ 22/ລຂ ລົງວັນທີ 10 ມັງກອນ 2023 ວ່າດ້ວຍການມອບຫຼຽນກາລະນຶກ 65 ປີ ໃຫ້ແກ່ບຸກຄົນຂອງສະພາແຫ່ງຊາດ ທີ່ມີຜົນງານດີເດັ່ນໃນການປະກອບສ່ວນໃນວຽກງານຂອງ ຄຊປປ ລາວ ໃນໄລຍະຜ່ານມາ ຊຶ່ງໃນນີ້ ການນໍາຂັ້ນສູງຂອງສະພາແຫ່ງຊາດ ແລະ ອະດີດການນໍາຂອງສະພາແຫ່ງຊາດ ລວມມີ 7 ສະຫາຍ ທີ່ໄດ້ຮັບຫຼຽນຊາວໜຸ່ມຕະລຸມບອນ ແລະ ຫຼຽນກາລະນຶກ 65 ປີ ຂອງ ຄຊປປລ ຊຶ່ງນອນຢູ່ໃນຈໍານວນ 165 ສະຫາຍ ທີ່ໄດ້ຮັບຫຼຽນກາລະນຶກ 65 ປີ ຂອງ ຄຊປປລ ຊຶ່ງປະກອບມີບັນດາສະຫາຍຄະນະນໍາຂອງສະພາແຫ່ງຊາດ, ຄະນະບໍລິຫານງານຊາວໜຸ່ມສະພາແຫ່ງຊາດ ແລະ ສະມາຊິກຊາວໜຸ່ມສະພາແຫ່ງຊາດ ຊຶ່ງແມ່ນຜູ້ທີ່ໄດ້ເຄື່ອນໄຫວວຽກງານຊາວໜຸ່ມຂອງສະພາແຫ່ງຊາດ, ໃນພິທີ ສະຫາຍ ມອນໄຊ ລາວມົວຊົງ ກໍໄດ້ຂຶ້ນມອບຫຼຽນຊາວໜຸ່ມຕະລຸມບອນ ແລະ ມອບຫຼຽນກາລະນຶກ 65 ປີ ຂອງ ຄຊປປລ ໃຫ້ແກ່ບັນດາສະຫາຍການນໍາຂັ້ນສູງ ແລະ ອະດີດການນໍາຂັ້ນສູງຂອງສະພາແຫ່ງຊາດ ທັງ 7 ສະຫາຍ.

ຂ່າວ-ພາບ: ສຸກສະຫວັນ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments