Friday, October 18, 2024
Homeບຸນປະເພນີບຸນພະເຫວດແຫ່ຜີຕາໂຂນ

ບຸນພະເຫວດແຫ່ຜີຕາໂຂນ

ບຸນຜີຕາໂຂນເປັນບຸນປະເພນີທີ່ເກົ່າແກ່ ແລະ ມີຊື່ສຽງໂດ່ງດັ່ງຫຼາຍຢູ່ໃນແຂວງໄຊຍະບູລີ. ໃນມື້ຂຶ້ນ 13-15 ຄ່ຳຂອງເດືອນສາມລາວ ຊຶ່ງກົງກັບເດືອນກຸມພາຂອງທຸກໆປີຈະມີການຈັດບຸນຜີຕາໂຂນຂຶ້ນທີ່ວັດສີບຸນເຮືອງ (ຕັ້ງຢູ່ບ້ານໃຫຍ່ຫ່າງຈາກຕົວເມືອງໄຊຍະບູລີແຂວງໄຊຍະບູລີປະມານ 1 ກິໂລແມັດ) ຊຶ່ງເປັນວັດຄູ່ບ້ານຄູ່ເມືອງ ຂອງປະຊາຊົນຊາວເມືອງໄຊຍະບູລີ. ໃນມື້ຂຶ້ນ 13ຄ່ຳແມ່ນເປັນມື້ບວດຜີຕາໂຂນຢູ່ພາຍໃນປ່າຊ້າແຄມວັດ ໂດຍເຖົ້າແກ່ແນວໂຮມຜູ້ຊົງຄຸນວຸດທິເປັນຜູ້ເຮັດພິທີກໍາທາງສາສະໜາ ແລະ ໃນຍາມຄ້ອຍຄ່ຳລົງແລງຂອງມື້ດຽວກັນ (ປະມານ 4-7 ໂມງແລງ) ເພິ່ນກໍແຫ່ຂະບວນຜີຕາໂຂນດັ່ງກ່າວຈາກປ່າຊ້າວັດເພື່ອສູດ ແລະ ໃຫ້ປະຊາຊົນໄດ້ຊົມ ແລະ ກາບໄຫວ້. ເມື່ອຄົບງັນເປັນເວລາ 3 ວັນ 3 ຄືນແລ້ວ (ໃນມື້ຂຶ້ນ 15 ຄໍ່າ) ກໍໄດ້ມີພິທີລາສິກຂອງຂະບວນຜີຕາໂຂນຢູ່ແຄມແມ່ນ້ຳຮຸ່ງແຄມວັດ. ໃນບຸນຜີຕາໂຂນດັ່ງກ່າວ, ປະຊາຊົນຜູ້ມີຈິດໃຈສັດທາໄດ້ພາກັນມາຄົບງັນ, ເຮັດບຸນ-ໃສ່ບາດ ແລະ ອ່ານໜັງສື (ຂັບລຳທ້ອງຖິ່ນ) ຢ່າງຟົດຟື້ນເປັນຈຳນວນຫຼວງຫຼາຍໃນແຕ່ລະປີ.

ຮຽບຮຽງໂດຍ: ຕຸໄລເພັດ

ຂໍ້ມູນຈາກ: ກົມໂຄສະນາການທ່ອງທ່ຽວກະຊວງ ຖວທ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments