Friday, October 18, 2024
Homeຂ່າວຕ່າງປະເທດສິນຄ້າສົ່ງອອກ-ນຳເຂົ້າ ຜ່ານທາງທະເລ ຫວຽດນາມ ໄປ ອາເມຣິກາ ແມ່ນອັນດັບທີ 2 ໃນອາຊີ

ສິນຄ້າສົ່ງອອກ-ນຳເຂົ້າ ຜ່ານທາງທະເລ ຫວຽດນາມ ໄປ ອາເມຣິກາ ແມ່ນອັນດັບທີ 2 ໃນອາຊີ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ຕາມສະຖິຕິຫຼ້າສຸດຂອງສະມາຄົມວິສາຫະກິດ ອາເມຣິກາ (AmCham) ໃຫ້ຮູ້ວ່າ: ປະລິມານສິນຄ້າສົ່ງອອກ – ນຳເຂົ້າ ທີ່ຂົນສົ່ງຜ່ານທາງທະເລຂອງ ຫວຽດນາມ ໄປສູ່ຕະຫຼາດ ອາເມຣິກາ ແມ່ນອັນດັບທີ 2 ໃນພາກພື້ນອາຊີ.

ຂ່າວລະບຸວ່າ: ຕາມຜູ້ຕາງໜ້າກົມເດີນທະເລ, ກະຊວງຄົມມະນາຄົມ – ຂົນສົ່ງ ຫວຽດນາມ ໃຫ້ຮູ້ວ່າ: ເພື່ອບັນລຸໄດ້ຜົນງານດັ່ງກ່າວແມ່ນຍ້ອນໃນໄລຍະຜ່ານມາ, ລະບົບພື້ນຖານໂຄງລ່າງທ່າກ່ຳປັ່ນຂອງ ຫວຽດນາມ ນັບມື້ນັບພັດທະນາດ້ວຍຂອບຂະໜາດທັນສະໄໝ, ປະກອບສ່ວນຍົກສູງຄຸນນະພາບການບໍລິການ ແລະ ກຳລັງແກ່ງແຍ້ງເມື່ອທຽບໃສ່ບັນດາປະເທດອື່ນຢູ່ພາກພື້ນ. ມີນັກລົງທຶນຫຼາຍຄົນໄດ້ຂຸດຄົ້ນທ່າກ່ຳປັ່ນຢ່າງເປັນມືອາຊີບ ແລະ ບັນດາບໍລິສັດກ່ຳປັ່ນໃຫຍ່ຂອງໂລກເຂົ້າຮ່ວມການລົງທຶນ ກໍ່ສ້າງ ແລະ ຂຸດຄົ້ນທ່າກ່ຳປັ່ນຢູ່ ຫວຽດນາມ, ບັນດາທ່າກ່ຳປັ່ນນີ້ລ້ວນແຕ່ຢູ່ແຂວງບ່າເຣຍ – ວູງເຕົາ.

ປັດຈຸບັນ, ຫວຽດນາມ ແມ່ນ 1 ໃນຈຳນວນ 3 ປະເທດມີເສັ້ນທາງຂົນສົ່ງໃຫຍ່ສຸດຢູ່ພາກພື້ນ. ກຳລັງຄວາມສາມາດຂອງທ່າກ່ຳປັ່ນ ຫວຽດນາມ ໃນປັດຈຸບັນແມ່ນປະຖົມປັດໄຈເພື່ອໃຫ້ບັນດາບໍລິສັດກ່ຳປັ່ນໃຫຍ່ນຳໃຊ້ທ່າກ່ຳປັ່ນຂອງ ຫວຽດນາມ ເປັນຕ່ອງໂສ້ສຳຄັນໃນລະບົບເດີນທະເລທົ່ວໂລກ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments