Friday, October 18, 2024
Homeຂ່າວໜ້າໜຶ່ງສະຫຼຸບຕີລາຄາວຽກງານປ້ອງກັນຊາດ

ສະຫຼຸບຕີລາຄາວຽກງານປ້ອງກັນຊາດ

ກອງປະຊຸມສະຫຼຸບຕີລາຄາວຽກງານປ້ອງກັນຊາດ ປະຈໍາປີ 2022 ແລະ ທິດທາງແຜນການ ປະຈໍາປີ 2023 ໄດ້ຈັດຂຶ້ນໃນວັນທີ 2 ກຸມພານີ້ ທີ່ສະໂມສອນກົມໃຫຍ່ການເມືອງກອງທັບກະຊວງປ້ອງກັນຄວາມສະຫງົບ,ໂດຍພາຍໃຕ້ການເປັນປະທານຂອງທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີລັດຖະມົນຕີກະຊວງປ້ອງກັນປະເທດ, ມີພະນັກງານຫຼັກແຫຼ່ງທົ່ວກອງທັບເຂົ້າຮ່ວມ

ທ່ານ ພົນເອກ ຈັນສະໝອນ ຈັນຍາລາດໄດ້ກ່າວເປີດກອງປະຊຸມຄັ້ງນີ້ວ່າ:ກອງທັບໄດ້ຈັດຕັ້ງຜັນຂະຫຍາຍປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກກະຊວງປ້ອງກັນປະເທດ ຊຶ່ງຫາກໍສໍາເລັດກອງປະຊຸມຄົບຄະນະບໍລິຫານງານພັກ ກະຊວງປ້ອງກັນປະເທດປະຈໍາປີ 2022 ແລະ ການສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 74 ປີ ຕິດພັນກັບຂະບວນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ການກໍ່ສ້າງກອງ 3 ປອດ (ປອດໃສ, ປອດໄພ, ປອດຄະດີ), ການສ້າງກົມກອງວັດທະນະທໍາ ແລະ ນັກຮົບວັດທະນະທໍາ, ຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາເຕັມໄປດ້ວຍເນື້ອໃນຄວາມໝາຍເລິກເຊິ່ງ, ມີບັນຍາກາດຟົດຟື້ນ, ກວ້າງຂວາງໃນທົ່ວກອງທັບ ແລະ ສັງຄົມ. ພ້ອມນັ້ນ, ກໍສ້າງຜົນງານຂໍ່ານັບຮັບຕ້ອນວັນສໍາຄັນຂອງພັກ, ຂອງຊາດ, ຂອງກອງທັບເຮົາ ແລະ ປັບປຸງກອງທັບກ້າວຂຶ້ນເປັນກອງທັບໃຫ້ມີແບບແຜນ ແລະ ທັນສະໄໝ.ໃນປີ 2022ພາຍໃຕ້ການຊີ້ນໍາ-ນໍາພາຂອງຄະນະພັກກະຊວງ, ກໍຄືຄະນະພັກ-ຄະນະບັນຊາແຕ່ລະຂັ້ນ ໃນການຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກ ແລະ ວຽກງານຈຸດສຸມຂອງກະຊວງ, ສາມາດຍາດໄດ້ຜົນສໍາເລັດໃນຫຼາຍດ້ານ ແລະ ຮັບປະກັນສະຖຽນລະພາບທາງດ້ານການເມືອງ, ມີຄວາມສະຫງົບ, ມີຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ, ແກ້ໄຂຄວາມທຸກຍາກ ຂອງປະຊາຊົນຢ່າງໜັກແໜ້ນ ແລະ ມີຜົນສໍາເລັດເປັນຢ່າງດີ, ເຮັດໃຫ້ບົດບາດອິດທິພົນຂອງຊາດລາວເຮົາພົ້ນເດັ່ນຂຶ້ນໃນເວທີສາກົນ ແລະ ພາກພື້ນ. ໃນນັ້ນ, ກອງທັບໄດ້ເປັນກໍາລັງຫຼັກແຫຼ່ງໃນການປ້ອງກັນບັນດາວັນບຸນ ແລະ ກອງປະຊຸມສໍາຄັນຕ່າງໆ ມີຄວາມສະຫງົບປອດໄພ 100%, ສ້າງໄດ້ຄວາມເຊື່ອໝັ້ນ, ຄວາມໄວ້ວາງໃຈຈາກການນໍາພັກ-ລັດ ກໍຄືປະຊາຊົນບັນດາເຜົ່າ ແລະໄດ້ສຸມໃສ່ຮັບປະກັນປົກປັກຮັກສາອໍານາດອະທິປະໄຕຂອງຊາດຮັບປະກັນເຮັດໃຫ້ການເມືອງມີສະຖຽນລະພາບ, ສັງຄົມມີຄວາມສະຫງົບ-ປອດໄພ ໂດຍພື້ນຖານ; ການປະຕິບັດແນວທາງແຜນນະໂຍບາຍຂອງພັກ, ການພັດທະນາເສດຖະກິດ-ວັດທະນະທໍາສັງຄົມ ຍັງສືບຕໍ່ຂະຫຍາຍຕົວ, ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປັບປຸງດີຂຶ້ນເປັນກ້າວໆ, ການປັບປຸງກໍ່ສ້າງກອງທັບກໍມີຫຼາຍດ້ານພົ້ນເດັ່ນຂຶ້ນ ແລະ ກ້າວເຂົ້າສູ່ຄວາມເປັນລະບຽບ, ມີແບບແຜນ ແລະ ທັນສະໄໝ; ແຕ່ເຫັນວ່າຍັງມີຫຼາຍບັນຫາທີ່ຈະຕ້ອງໄດ້ສຸມໃສ່ແກ້ໄຂເປັນຕົ້ນແມ່ນປະກົດການຫຍໍ້ທໍ້ຕ່າງໆ, ຄຸນທາດການເມືອງຂອງພະນັກງານຈໍານວນໜຶ່ງ ຍັງມີການເຊື່ອມຖອຍລົງ, ຂາດຄວາມຈູບຈ້າວຫ້າວຫັນຕໍ່ວຽກງານ, ບັນຫາຢາເສບຕິດ, ການຄ້າມະນຸດ, ອາຊະຍາກໍາ ແລະອື່ນໆ ຊຶ່ງໄດ້ສົ່ງຜົນກະທົບໂດຍກົງຕໍ່ການພັດທະນາເສດຖະກິດ-ສັງຄົມ ເວົ້າລວມ, ເວົ້າສະເພາະ ກໍຄືການປັບປຸງກໍ່ສ້າງກອງທັບໄປພ້ອມກັນ, ການຈັດຕັ້ງປະຕິບັດແນວທາງແຜນນະໂຍບາຍຂອງພັກ ແລະ ວຽກງານຈຸດສຸມຂອງກະຊວງ, ເປັນຕົ້ນແມ່ນວຽກງານເຮັດໃຫ້ສະພາບມີຄວາມສະຫງົບ, ການປັບປຸງກໍ່ສ້າງກໍາລັງ, ການປະກອບສ່ວນພັດທະນາເສດຖະກິດ-ວັດທະນະທໍາ-ສັງຄົມ ກໍຄືວຽກງານອື່ນໆ.

ທ່ານ ພົນເອກ ຈັນສະໝອນ ຈັນຍາລາດກ່າວຕື່ມອີກວ່າ: ກອງທັບຍັງມີບາງດ້ານທີ່ຕ້ອງໄດ້ເບິ່ງຄືນ ແລະ ພ້ອມກັນຄົ້ນຄວ້າໃຫ້ຈະແຈ້ງ ເພື່ອມີວິທີການຊຸກຍູ້-ຊີ້ນໍາການຈັດຕັ້ງປະຕິບັດໃຫ້ມີການຫັນປ່ຽນດີຂຶ້ນກວ່າເກົ່າ.ດັ່ງນັ້ນ, ກອງປະຊຸມຄັ້ງນີ້ຈະໄດ້ພ້ອມກັນສັງເກດ-ຕີລາຄາການຈັດຕັ້ງປະຕິບັດ ວຽກງານໃນປີຜ່ານມາ ໂດຍສະເພາະແມ່ນ 4 ໜ້າທີ່ໃຫຍ່ 26 ແຜນງານ ທີ່ກະຊວງ ກໍຄືກົມກອງທີ່ໄດ້ຈັດຕັ້ງປະຕິບັດໃນປີຜ່ານ ເພື່ອຄວາມເປັນເອກະພາບໃນການປັບປຸງກໍ່ສ້າງກອງທັບໃຫ້ມີການຫັນປ່ຽນໃໝ່ຢ່າງຕັ້ງໜ້າ ແລະ ພ້ອມກັນຄົ້ນຄວ້າເປັນເອກະພາບທິດທາງແຜນການ ທີ່ຈະສຸມໃສ່ຈັດຕັ້ງປະຕິບັດໃນປີ 2023, ໃນການຄົ້ນຄວ້າຕ້ອງຍົກສູງຈິດໃຈຄວາມເປັນເຈົ້າການ, ເສີມຂະຫຍາຍປະຊາທິປະໄຕ ແລະ ມີຄວາມຮັບຜິດຊອບໃນການເບິ່ງບັນຫາ, ຕີລາຄາສະພາບການຢ່າງພາວະວິໄສ; ຕ້ອງເບິ່ງຄືນບັນດາໜ້າວຽກທີ່ເຮັດໄດ້ ແລະ ບັນຫາທີ່ຫຍໍ້ທໍ້-ຄົງຄ້າງ ເພື່ອກໍານົດທິດທາງວຽກງານຈຸດສຸມໃນປີ 2023ໃຫ້ແທດເໝາະກັບສະພາບຕົວຈິງຂອງກອງທັບ, ບົນພື້ນຖານການຊຸກຍູ້ຂະບວນການປະຕິບັດໜ້າທີ່ວຽກງານໃນດ້ານຕ່າງໆດ້ວຍຈິດໃຈບຸກທະລຸ, ມີການຫັນປ່ຽນທີ່ຕັ້ງໜ້າຫຼາຍຂຶ້ນ ແລະ ເກີດໝາກຜົນຕົວຈິງ.

ຂ່າວ-ພາບ: ບຸນອູ້ມ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments