Friday, October 18, 2024
Homeບຸນປະເພນີເປີດງານບຸນນະມັດສະການພະທາດໂຜ່ນປະຈໍາປີ 2023

ເປີດງານບຸນນະມັດສະການພະທາດໂຜ່ນປະຈໍາປີ 2023

ພິທີເປີດງານບຸນນະມັດສະການພະທາດໂຜ່ນປະຈໍາປີ 2023ໄດ້ຈັດຂຶ້ນໃນວັນທີ 1 ກຸມພາຜ່ານມາທີ່ເດີ່ນເວທີກາງວັດພະທາດໂຜ່ນ ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານນາງ ຫຼິງທອງ ແສງຕາວັນ ຮອງເຈົ້າແຂວງສະຫວັນນະເຂດ,ມີບັນດາການນໍາຂັ້ນສູງຂອງແຂວງ,ເມືອງ ພ້ອມດ້ວຍແຂກຖືກເຊີນ, ມວນຊົນເຂົ້າຮ່ວມຢ່າງຄຶກຄື້ນ.

ທ່ານນາງ ດາວວອນໄຊສຸລຽນ ເຈົ້າເມືອງໄຊພູທອງປະທານຈັດງານບຸນກ່າວວ່າ: ການຈັດງານບຸນຄັ້ງນີ້ຖືເປັນບຸນໃຫຍ່ຂອງຊາວແຂວງສະຫວັນນະເຂດ,ເວົ້າລວມ,ເວົ້າສະເພາະກໍຄືຊາວເມືອງໄຊພູທອງໄດ້ຈັດຂຶ້ນເປັນປະຈໍາທຸກໆປີເພື່ອເປັນການສືບທອດມູນເຊື້ອປະເພນີອັນດີງາມທີ່ເປັນເອກະລັກທາງດ້ານວັດທະນະທຳທີ່ອຸດົມສົມບູນມີຫຼາຍສີສັນ, ມີມວນຊົນທັງພາຍໃນ ແລະ ປະເທດໃກ້ຄຽງເຂົ້າຮ່ວມຢ່າງຫຼວງ ຫຼາຍ,ຈຸດປະສົງຂອງການຈັດງານດັ່ງກ່າວເພື່ອເປັນການອະນຸລັກຮັກສາສົ່ງເສີມວັດທະນະທຳຮີດຄອງປະເພນີອັນດີງາມທີ່ໄດ້ສືບທອດກັນມາຫຼາຍຮຸ່ນຄົນໃຫ້ມີຄວາມຍືນຍົງຄົງຕົວຄູ່ກັບຄົນລາວຕະຫຼອດໄປ.

ທ່ານໄດ້ຍົກໃຫ້ເຫັນປະຫວັດຄວາມເປັນມາທີ່ຕັ້ງຂອງພະທາດໂຜ່ນຊຶ່ງເປັນປູສະນີຍະສະຖານທີ່ມີຄວາມສັກສິດຄູ່ບ້ານຄູ່ເມືອງຂອງຊາວພຸດ. ຕາມຕໍານານໄດ້ກ່າວໄວ້ວ່າ: ເຈົ້າແມ່ແພງສີໄດ້ພ້ອມໃຈກັນສ້າງພະທາດອົງນີ້ຂຶ້ນໃນຕອນຄໍ່າຂອງວັນພຸດເດືອນ 12 ພສ 118 ສ້າງດ້ວຍຫີນເຂົ້າຈີ່ຫຼືເອີ້ນວ່າ: (ຫີນໜາມໜໍ່) ກໍ່ເປັນທາດອຸໂມງ (ຮູບໂອຂວໍ່າ) ພະທາດຮູບນີ້ກວ້າງດ້ານລະ 12 ວາສ້າງມື້ໜຶ່ງກັບຄືນໜຶ່ງຈຶ່ງສໍາເລັດ.ມາເຖິງປັດຈຸບັນນີ້ມີອາຍຸເຖິງ 2.439 ປີ. ສະນັ້ນສະຖານທີ່ແຫ່ງນີ້ຈຶ່ງຖືວ່າເປັນມໍລະດົກຕົກທອດ,ເປັນສົມບັດມິ່ງເມືອງທີ່ມີຄ່າສູງ,ໂດດເດັ່ນທາງດ້ານວັດທະນະທໍາອັນລໍ້າຄ່າ ແລະ ເປັນປະຫວັດສາດຊຶ່ງຕິດພັນກັບແບບແຜນດໍາລົງຊີວິດຂອງປະຊາຊົນລາວບັນດາເຜົ່າມາແຕ່ດຶກດໍາບັນ. ຢັ້ງຢືນເຖິງຄວາມເປັນມາຂອງຊາດລາວ, ຄົນລາວໃນແຕ່ລະຍຸກສະໄໝ ແລະ ຍັງເປັນສະຖານທີ່ທ່ອງທ່ຽວທາງດ້ານວັດທະນະທໍາທີ່ສໍາຄັນ ແລະ ມີຊື່ສຽງອີກແຫ່ງໜຶ່ງຂອງແຂວງສະຫວັນນະເຂດ ກໍຄືຂອງຊາວເມືອງໄຊພູທອງ.

ໂອກາດນີ້, ທ່ານຮອງເຈົ້າແຂວງພ້ອມການນຳຂັ້ນສູງໄດ້ໃຫ້ກຽດລັ່ນຄ້ອງ 9 ບາດເພື່ອເປີດງານບຸນນະມັດສະການພະທາດໂຜ່ນແລະ ຊົມການສະແດງສິລະປະ-ວັນນະຄະດີ.ຈາກນັ້ນການນໍາຂັ້ນສູງ ແລະ ມວນຊົນໄດ້ເຂົ້າຮ່ວມແຫ່ຜາສາດເຜິ້ງ ແລະ ຂັນໝາກເບັງໃຫຍ່, ແຫ່ອ້ອມພະທາດໂຜ່ນ 3 ຮອບເພື່ອເປັນການບູຊາແດ່ພະທາດໂຜ່ນທີ່ໄດ້ປະຕິບັດກັນມາແຕ່ບູຮານນະການ.

ຂ່າວ-ພາບ: ສະຫວັນນະເຂດ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments