Home ຂ່າວໜ້າໜຶ່ງ ກົມພາສີ ກະຊວງການເງິນ ສະຫລອງວັນພາສີສາກົນ ປະຈຳປີ 2023

ກົມພາສີ ກະຊວງການເງິນ ສະຫລອງວັນພາສີສາກົນ ປະຈຳປີ 2023

0
683

ເມື່ອບໍ່ດົນມານີ້, ກົມພາສີ ກະຊວງການເງິນ ຈັດພິທີສະເຫລີມສະຫລອງວັນພາສີສາກົນປະຈຳປີ 2023 ແລະ ມອບໃບຍ້ອງຍໍຈາກ ອົງການພາສີໂລກ ໂດຍການເປັນປະທານຂອງ ທ່ານ ພູເຂົາຄໍາ ວັນນະວົງໄຊ ຫົວໜ້າກົມພາສີກະຊວງການເງິນ, ມີຮອງຫົວໜ້າກົມພາສີ, ພ້ອມດ້ວຍຫົວໜ້າ-ຮອງຫົວໜ້າພະແນກ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ໃນພິທີ, ທ່ານ ພູເຂົາຄຳ ວັນນະວົງໄຊ ໄດ້ມີຄຳເຫັນວ່າ: ການສະເຫລີມສະຫລອງວັນພາສີສາກົນ ເພື່ອສະແດງເຖິງການປະກອບສ່ວນຢ່າງຕັ້ງໜ້າຂອງກົມພາສີລາວ ຕໍ່ບັນດາວຽກງານອົງການາສີໂລກ ໃນນາມເປັນສະມາຊິກຂອງອົງການພາສີໂລກ ແລະ ປີນີ້ເປັນການສະເຫລີມສະຫລອງ ຄົບຮອບ 70 ປີ ຂອງອົງການພາສີໂລກ (WCO) ເປັນອົງການຈັດຕັ້ງທີ່ມີເອກະລັກສະເພາະ ເພື່ອການຮ່ວມມືສາກົນ ແລະ ແລກປ່ຽນຄວາມຮູ້ດ້ານວຽກງານພາສີ.

ໂອກາດດຽວກັນ, ຍັງໄດ້ມອບໃບຍ້ອງຍໍຈາກອົງການພາສີໂລກ ໃຫ້ແກ່ເຈົ້າໜ້າທີ່ພາສີຈຳນວນ 20 ທ່ານ ທີ່ໄດ້ປະຕິບັດວຽກງານທີ່ພົ້ນເດັ່ນດ້ວຍ ຄຳຂວັນປະຈຳປີ ທີ່ອົງການພາສີໂລກໄດ້ກຳນົດຂຶ້ນດັງຄຳຂວັນທີ່ວ່າ “ບຳລຸງສ້າງຄົນລຸ້ນໃໝ່, ຊຸກຍູ້ວັດທະນະທຳແບ່ງປັນຄວາມຮູ້ ແລະ ຄວາມພາກພູມໃຈໃນອາຊີບພາສີ” ເພື່ອເນັ້ນໜັກເຖິງການສ້າງຄວາມສະດວກໃຫ້ແກ່ການແລກປ່ຽນຄວາມຮູ້, ເພີ່ມທະວີຄວາມພາກພູມໃຈໃນການເປັນສ່ວນໜຶ່ງຂອງລັດຖະການພາສີ ແລະ ຂອງປະຊາຄົມພາສີທົ່ວໂລກ.

ຂ່າວ-ພາບ: ກະຊວງການເງິນ

NO COMMENTS

LEAVE A REPLY

Please enter your comment!
Please enter your name here