Friday, October 18, 2024
Homeບຸນປະເພນີເຊີນທ່ຽວບຸນນະມັດສະການພຣະທາດສີໂຄດຕະບອງ ປະຈຳປີ 2023 ລະຫວ່າງ ວັນທີ 3-6 ກຸມພາ 2023

ເຊີນທ່ຽວບຸນນະມັດສະການພຣະທາດສີໂຄດຕະບອງ ປະຈຳປີ 2023 ລະຫວ່າງ ວັນທີ 3-6 ກຸມພາ 2023

ອີງຕາມໃບແຈ້ງຂ່າວບຸນເລື່ອງ: ການຮ່ວມງານບຸນນະມັດສະການພຣະທາດສີໂຄດຕະບອງ ປະຈຳປີ 2023 ເພື່ອເປັນການອານຸລັກ, ປົກປັກຮັກສາ ແລະ ສົ່ງເສີມມູນເຊື້ອວັດທະນະທຳ, ຮີດຄອງປະເພນີອັນດີງາມຂອງຊາດລາວເຮົາ ເວົ້າລວມ, ເວົ້າສະເພາະທີ່ເປັນວັດທະນະທຳ, ຮີດຄອງປະເພນີອັນດີງາມຂອງຊາວແຂວງຄຳມ່ວນ ທີ່ເຄີຍສືບທອດກັນມາແຕ່ບູຮານນະການ ຈຶ່ງຈະໄດ້ຈັດບຸນດັ່ງກ່າວຂຶ້ນລະຫວ່າງ ວັນທີ 3-6 ກຸມພາ 2023 ຢູູ່ ທີ່ວັດພຣະທາດສີໂຄດຕະບອງ ບ້ານມ່ວງສຸມ ເມືອງທ່າແຂກ ແຂວງຄຳມ່ວນ ເຊິ່ງລາຍລະອຽດການດຳເນີນກິດຈະກຳຕ່າງໆພາຍໃນບຸນໄດ້ແຈ້ງໃນໃບຂ່າວບຸນສະລັບເລກທີ 02/ຈຂ ຄຳມ່ວນ ລົງວັນທີ 23 ມັງກອນ 2023.

ໃນໂອກາດດຽວກັນນີ້ ບໍລິສັດລາວພັດທະນາກໍ່ສ້າງ ແລະ ການລົງທຶນຈຳກັດ ນຳໂດຍ ທ່ານ ສຸວັນໄຊ ຫລັກໄມຕຣີ ປະທານບໍລິສັດ ພ້ອມພະນັກງານບໍລິສັດໄດ້ມີຈິດໃຈໃສສັດທາຕັ້ງກອງບຸນອັດຖະຈຳນວນ 1 ກອງ ເພື່ອອຸທິດບຸນກຸສົນຖວາຍແດ່ເຈົ້າພຣະຍາສີໂຄດຕະບອງ ໃນມື້ຂຶ້ນ 15 ຄ່ຳ ເດືອນ ສາມ ປີຂານ ພສ 2565 ກົງກັບ ວັນທີ 5 ກຸມພາ 2023 ທີ່ພຣະທາດສີໂຄດຕະບອງ, ດັ່ງນັ້ນ ຈຶ່ງແຈ້ງຂ່າວບຸນມາຍັງອອກຕົນຍາດໂຍມທັງຫລາຍ ຖ້າທ່ານໃດມີໃຈສັດທາຢາກຮ່ວມເຮັດບຸນກັບບໍລິສັດ ບໍລິສັດລາວພັດທະນາກໍ່ສ້າງ ແລະ ການລົງທຶນຈຳກັດ ກໍສາມາດພົວພັນຫາໝາຍເລກໂທລະສັບ: 020 52328424.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments