Friday, October 18, 2024
Homeຂ່າວໜ້າໜຶ່ງຫາລືຄວາມຄືບໜ້າແຜນງານວັກຊິນໄຂ້ຫວັດໃຫຍ່ ໃນບັນດາຄູ່ຮ່ວມງານ

ຫາລືຄວາມຄືບໜ້າແຜນງານວັກຊິນໄຂ້ຫວັດໃຫຍ່ ໃນບັນດາຄູ່ຮ່ວມງານ

ກະຊວງສາທາລະນະສຸກ ຈັດກອງປະຊຸມສາກົນປະຈຳປີ ຂອງຄູ່ຮ່ວມພັດທະນາດ້ານການແນະນຳການໃຫ້ວັກຊິນກັນພະຍາດໄຂ້ຫວັດໃຫຍ່ ຄັ້ງທີ VI ໃນວັນທີ 31 ມັງກອນ ຜ່ານມາເພື່ອທົບທວນການຈັດຕັ້ງປະຕິບັດງານ ແລະ ຄວາມຄືບໜ້າຂອງແຜນງານວັກຊິນໄຂ້ຫວັດໃຫຍ່ ໃນບັນດາປະເທດຄູ່ຮ່ວມງານຂອງການພັດທະນາການຮ່ວມມືດ້ານການແນະນຳວັກຊິນກັນໄຂ້ຫວັດໃຫຍ່(PIVI), ກຳນົດແນວທາງການປະ ຕິບັດງານທີ່ດີທີ່ສຸດສຳລັບແຜນງານໃຫ້ວັກຊິນກັນໄຂ້ຫວັດໃຫຍ່, ແລກປ່ຽນບົດຮຽນ-ປະສົບການ ເຊິ່ງກັນ ແລະ ກັນ ລະຫວ່າງບັນດາປະເທດຄູ່ຮ່ວມງານ ໂດຍເນັ້ນໃສ່ການປັບປຸງແຜນງານ, ລະບຸຄວາມທ້າທາຍຕ່າງໆ ແລະ ທິດທາງແກ້ໄຂ ສຳລັບການບໍລິການໃຫ້ວັກຊິນໄຂ້ຫວັດໃຫຍ່ ໃນລະຫວ່າງການບໍລິ ການໃຫ້ວັກຊິນກັນໂຄວິດ-19 ແລະ ທົບທວນຄືນເຄື່ອງມືທີ່ຖືກພັດທະນາຂຶ້ນໃໝ່ ສຳລັບການປະເມີນແຜນງານ. ພ້ອມນີ້, ຍັງໄດ້ປຶກສາຫາລືກ່ຽວກັບຄວາມກ້າວໜ້າທາງເຕັກໂນໂລຊີ ແລະ ການປ່ຽນແປງທາງດ້ານຄຳແນະໃນທົ່ວໂລກ.
ທ່ານ ດຣ ໄພວັນ ແກ້ວປະເສີດ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ໄດ້ໃຫ້ຮູ້ວ່າ: ສຳລັບ ສປປ ລາວ ການພັດທະນາແຜນງານວັກຊິນ ກັນໄຂ້ຫວັດໃຫຍ່ ຖືເປັນວຽກບູລິມະສິດຂອງລັດ ຖະບານ, ໃນລະຫວ່າງປີ 2012-2017 ສປປ ລາວ ໄດ້ມີການວາງແຜນ ແລະ ໄດ້ຈັດຕັ້ງປະຕິບັດບັນ ດາກິດຈະກຳ ເພື່ອພັດທະນາແຜນງານວັກຊິນໄຂ້ຫວັດໃຫຍ່ ເຊິ່ງເປັນໜຶ່ງໃນແຜນງານການບໍລິການວັກຊິນແຫ່ງຊາດ, ຜົນສຳເລັດ ແລະ ຄວາມຍືນຍົງຂອງການພັດທະນາແຜນງານດັ່ງກ່າວ ໃນ ສປປ ລາວ ຖືໄດ້ວ່າເປັນບົດຮຽນສຳຄັນ ສຳລັບບັນດາປະເທດທີ່ມີລາຍໄດ້ຕ່ຳ ຫາປານກາງ ທີ່ມີຄວາມສົນໃຈໃນການລິເລີ່ມ ຫລື ຂະຫຍາຍແຜນງານໃຫ້ວັກຊິນໄຂ້ຫວັດໃຫຍ່ໃນປະເທດຂອງຕົນ.
ໃນປີ 2012, ສປປ ລາວ ໄດ້ກາຍເປັນປະເທດທຳອິດ ຂອງບັນດາປະເທດ ລາຍໄດ້ຕ່ຳທີ່ໄດ້ລິເລີ່ມແຜນງານວັກຊິນໄຂ້ຫວັດໃຫຍ່ ຫລັງຈາກທີ່ໄດ້ມີການນຳໃຊ້ ວັກຊິນໄຂ້ຫວັດໃຫຍ່ ໃນໄລຍະທີ່ມີການແພ່ລະບາດຂອງ H1N1 ໃນລະຫວ່າງ ປີ 2009-2010. ໃນໄລຍະດັ່ງກ່າວ ສປປ ລາວ ໄດ້ຮັບວັກຊິນ H1N1 ຈາກອົງການອະນາໄມໂລກ ຈຳນວນ 1 ລ້ານໂດສ ເພື່ອສັກໃຫ້ບັນດາກຸ່ມເປົ້າໝາຍເຊັ່ນ: ແມ່ ຍິງຖືພາ, ພະນັກງານແພດ, ຜູ້ທີ່ມີໂລກປະຈຳຕົວ ແລະ ຜູ້ທີ່ມີອາຍຸ 65 ຂຶ້ນໄປ. ປະສົບການດັ່ງກ່າວໄດ້ສ້າງຄວາມສົນໃຈ ແລະ ເປັນແຮງຜັກດັນໃຫ້ບັນດາພາກສ່ວນທີ່ກ່ຽວຂ້ອງຂອງລັດ ກໍຄື ອົງການຈັດຕັ້ງສາກົນ ໃນການສ້າງຄວາມເຂັ້ມແຂງໃຫ້ກັບລະບົບເຝົ້າລະວັງ ແລະ ການກຽມຄວາມພ້ອມຮັບມືກັບການແພ່ລະບາດຂອງໄຂ້ຫວັດໃຫຍ່, ພ້ອມກັນນັ້ນ ກໍໄດ້ຜັກດັນໃຫ້ມີການລິເລີ່ມໂຄງການໃຫ້ວັກຊິນຕາມລະດູການພາຍໃນປະເທດ ອີກດ້ວຍ.
ທ່ານ ດຣ. ໄພວັນ ແກ້ວປະເສີດ ຍັງໃຫ້ຮູ້ອີກວ່າ: ການຮ່ວມມືດ້ານ PIVI ໄດ້ລິເລີ່ມຂຶ້ນໃນປີ 2013 ໂດຍຜ່ານການເຮັດວຽກຮ່ວມກັນລະຫວ່າງ ສູນຄວບຄຸມ ແລະ ກັນພະຍາດຂອງສະຫະລັດອາເມລິກາ, ລັດຖະບານແຫ່ງ ສປປ ລາວ ແລະ ຄະນະສະເພາະກິດ ເພື່ອສຸຂະພາບໃນທົ່ວໂລກ ພາຍໃຕ້ການຮ່ວມມືກັບ ສູນຄວບຄຸມ ແລະ ປ້ອງກັນພະຍາດ ຂອງ ສ ອາເມລິກາ ແລະ ອົງການອະນາໄມໂລກເຊິ່ງລັດຖະບານລາວ ໄດ້ມີການຄົ້ນຄວ້າວິໄຈ ແລະ ຈັດຕັ້ງປະຕິບັດບັນດາກິດຈະກຳການເຝົ້າລະວັງ ເພື່ອສ້າງຫລັກຖານເຊີງປະຕິບັດ ສຳລັບການໃຫ້ວັກຊິນ ແລະ ມີສ່ວນຮ່ວມໃນການຮ່ວມມືດ້ານນະວັດຕະກຳ ແນໃສ່ສະໜັບສະໜູນການພັດທະນາແຜນງານ ບໍລິການວັກຊິນຕາມລະດູການພາຍໃນປະເທດ.
ຂ່າວ: ມະນີທອນ
ພາບ: ສູນຂ່າວສານການແພດສຸຂະສຶກສາ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments