Sunday, September 22, 2024
Homeຂ່າວກິລາແມນຢູຢືນຢັນຢືມ "ຊາບິດເຊີ" ຈົນຈົບລະດູການ

ແມນຢູຢືນຢັນຢືມ “ຊາບິດເຊີ” ຈົນຈົບລະດູການ

ກອງເຊຍ ແມນເຊັສເຕີ ຢູໄນເຕັດ ໄດ້ພູມໃຈໃນປິດຕະຫຼາດລະດູໜາວ ເມື່ອຫຼ້າສຸດ ແມນເຊັສເຕີ ຢູໄນເຕັດ ອອກມາຢືນຢັນຄວ້າຕົວ ມາເຊວ ຊາບິສເຊີ ກອງກາງຈາກ ບາເຢິນ ມິວນິກ ດ້ວຍສັນຍາຢືມຕົວຈົນເຖິງເດືອນມິຖຸນາ 2023 ໂດຍບໍ່ມີເງື່ອນໄຂຊື້ຂາດ.

ແມນເຊັສເຕີ ຢູໄນເຕັດ ຕ້ອງການກອງກາງເຂົ້າມາເສີມ ຫຼັງຈາກຢືນຢັນວ່າ ຄຣິສຕຽນ ເອຣິກເຊນ ເຈັບໜັກຈົນຕ້ອງພັກເຊົາຢ່າງໜ້ອຍ 3 ເດືອນເປັນຢ່າງໜ້ອຍ ເຊັ່ນດຽວກັນກັບກອງກາງຄົນອື່ນໆເຊັ່ນ ສະກອດ ແມກໂທມີເນ ທີ່ບາດເຈັບລົບກວນ ແລະ ດອນນີ່ ຟານ ເດີ ເບກ ໄດ້ພັກໄປເປັນເວລາດົນນານກ່ອນໜ້ານີ້.

ພວກເຂົາຕົກເປັນຂ່າວກັບກອງກາງຫຼາຍຄົນ ແຕ່ໃນທີ່ສຸດ, ຫວຍໄປຕົກທີ່ ຊາບິດເຊີ ກ່ອນທີ່ທັງສອງສະໂມສອນຈະບັນລຸຂໍ້ຕົກລົງ ແລະ ມີການຢືນຢັນເຖິງການຍ້າຍຫຼ້າສຸດ.

“ ບາງຄັ້ງໃນຊີວິດ ທ່ານຕ້ອງຕັດສິນໃຈຢ່າງວ່ອງໄວ ແລະ ສໍາຄັນ ຂ້ອຍຮູ້ວ່າມັນເໝາະສົມກັບຕົວເອງຕັ້ງແຕ່ວິນາທີທີ່ໄດ້ຍິນເຖິງໂອກາດທີ່ຈະໄດ້ມາຫຼິ້ນຢູ່ທີ່ນີ້ ຂ້ອຍເປັນຜູ້ຫຼິ້ນທີ່ມີຈິດວິນຍານຂອງການແຂ່ງຂັນສູງ ຂ້ອຍຢາກຈະເອົາຊະນະ ແລະ ຊ່ວຍໃຫ້ສະໂມສອນບັນລຸເປົ້າໝາຍຂອງຕົນໃນລະດູການນີ້ ” ຊາບິດເຊີ ກ່າວ.

” ຂ້ອຍຮູ້ສຶກວ່າ ໃນຖານະນັກເຕະ ຕອນນີ້ຂ້ອຍຢູ່ໃນຈຸດສູງສຸດ ສາມາດມອບປະສົບການ ແລະພະລັງງານຫຼາຍໃຫ້ກັບທີມໄດ້ຫຼວງຫຼາຍ ຂ້ອຍຮູ້ສຶກຕື່ນເຕັ້ນທີ່ຈະເລີ່ມເຮັດວຽກກັບໝູ່ຄູ່ຮ່ວມທີມ ແລະ ຜູ້ຈັດການທີມຄົນໃໝ່ ແລະ ສະແດງເຖິງຄຸນນະພາບຂອງຕົວເອງໃຫ້ກັບກອງເຊຍບານແມນເຊັສເຕີ ຢູໄນເຕັດ “

ຂະນະທີ່ ທ່ານ ຈອນ ເມີເທີ ຜູ້ອໍານວຍການບານເຕະຂອງ ແມນເຊັສເຕີ ຢູໄນເຕັດ ກ່າວວ່າ: “ມາເຊວ ຊາບິດເຊີ ເປັນນັກເຕະທີ່ເຮົາເບິ່ງມາດົນແລ້ວ ໂອກາດເກີດຂຶ້ນຢ່າງໄວວາ ແລະ ເຮົາຮູ້ວ່າເຂົາເປັນຄົນມີພອນສະຫວັນ ແລະ ຄຸນລັກສະນະທີ່ຈະສ້າງຜົນກະທົບໄດ້ “

” ເຂົາຈະເພີ່ມຄຸນນະພາບໃຫ້ກັບຂຸມກໍາລັງ ແລະ ປະສົບການໃນຫ້ອງແຕ່ງຕົວຂອງເຮົາ ແລະ ພວກເຮົາທຸກຄົນ ຍິນດີທີ່ຈະຕ້ອນຮັບເຂົາສູ່ແມນເຊັສເຕີ ຢູໄນເຕັດ.”

ສໍາລັບ ຊາບິດເຊີ ຍ້າຍຈາກ ແອເບ ໄລຊິກ ເຂົ້າຮ່ວມທີມ ບາເຢິນ ມິວນິກ ເມື່ອລະດູຮ້ອນຂອງປີ 2021 ແລະ ລົງສະໜາມໄປທັງໝົດ 54 ນັດລວມໃນທຸກການແຂ່ງຂັນ.

ກອງກາງທີມຊາດໂອຕຣິສ ລົງຫຼິ້ນໄປ 15 ຈາກ 18 ນັດໃນບຸນເດສລີກາລະດູການນີ້ ແຕ່ເປັນການລົງຫຼິ້ນຕົວຈິງພຽງແຕ່ 7 ນັດເທົ່ານັ້ນ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments