Saturday, September 21, 2024
Homeຂ່າວກິລາກອງພົນທະຫານຮາບທີ 4 ສຳເລັດການແຂງຂັນກິລາມວນຊົນ ສະຫຼອງວັນສ້າງຕັ້ງກອງທັບ ຄົບຮອບ 74 ປີ

ກອງພົນທະຫານຮາບທີ 4 ສຳເລັດການແຂງຂັນກິລາມວນຊົນ ສະຫຼອງວັນສ້າງຕັ້ງກອງທັບ ຄົບຮອບ 74 ປີ

ກອງພົນທະຫານຮາບທີ 4 ໄດ້ສຳເລັດການແຂ່ງຂັນກິລາມວນຊົນ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 74 ປີ (20 ມັງກອນ 1949-20 ມັງກອນ 2023) ເມື່ອບໍ່ດົນມານີ້ ທີ່ເດີ່ນກິລາກອງພົນດັ່ງກ່າວ, ໂດຍການເປັນປະທານຂອງ ສະຫາຍ ພັນເອກ ຕ່າງຕາ ຕາດເວີນຄຳ ຫົວໜ້າການທະຫານກອງພົນທະຫານຮາບທີ 4, ມີຄະນະພັກ-ຄະນະບັນຊາກອງພົນ, ອົງການ 5 ຫ້ອງ, ກອງພັນໃຫຍ່ 401, ກອງພັນນ້ອຍ, ກອງຮ້ອຍເອກະລາດ, ແຂກຖືກເຊີນ, ພະນັກງານ-ນັກຮົບທົ່ວກົມກອງເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີ, ສະຫາຍ ພັນໂທ ຄຳຕັນ ບົວລະພາ ຮອງຫົວໜ້າພະແນກອົບຮົມ ຫ້ອງການເມືອງກອງພົນທະຫານຮາບທີ 4 ໄດ້ຜ່ານບົດສະຫຼຸບການແຂ່ງຂັນກິລາມວນຊົນ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 74 ປີ, ໄດ້ຍົກໃຫ້ເຫັນດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້, ຊຶ່ງສາມາດສະຫຼຸບໄດ້ຜົນໄດ້ຮັບກິລາແຕ່ລະປະເພດຄື: ກິລາເຕະບານຊະນະເລີດກອງພັນໃຫຍ່ 401, ຮອງຊະນະເລີດກອງພັນ 13 ແລະ ອັນດັບທີ 3 ກອງພັນ 564; ກິລາບານສົ່ງສາຍກົມກອງຊະນະເລີດ ຫ້ອງພະລາທິການກອງພົນທະຫານຮາບທີ 4, ຮອງຊະນະເລີດ ຫ້ອງເສນາທິການ ແລະ ອັນດັບທີ 3 ສູນຝຶກກອງພົນທະຫານຮາບທີ 4; ກິລາບານສົ່ງຊາຍສາຍທົ່ວໄປ ຊະນະເລີດທີມບໍລິສັດຂົນສົ່ງສາຍສະໝອນ, ຮອງຊະນະເລີດ ກອງພົນທະຫານຮາບທີ 4 ແລະ ອັນດັບທີ 3 ດົງພະຍາໄພ; ກິລາບານສົ່ງຍິງສາຍທົ່ວໄປ ຊະນະເລີດ ທີມໂຮງໝໍບໍລິເວນ 109, ຮອງຊະນະເລີດ ກອງພົນທະຫານຮາບທີ 4 ແລະ ອັນດັບທີ 3 ຫ້ອງການສາທາລະນະສຸກເມືອງອຸທຸມພອນ; ກິລາກະຕໍ້ຊະນະເລີດກອງພັນໃຫຍ່ 401, ຮອງຊະນະເລີດກອງພັນ 564 ແລະ ອັນດັບທີ 3 ກອງຮ້ອຍ 278; ກິລາເປຕັງສາຍການນຳ ຊະນະເລີດ ກອງພັນ 619, ຮອງຊະນະເລີດ ສູນຝຶກກອງພົນທະຫານຮາບທີ 4 ແລະ ອັນດັບທີ 3 ຫ້ອງການກອງພົນ+ພະແນກອົບຮົມ; ກິລາເປຕັງສາຍກົມກອງຊະນະເລີດ ປກສ ເມືອງອຸທຸມພອນ, ຮອງຊະນະເລີດ ກອງພັນ 619 ແລະ ອັນດັບທີ 3 ກອງພັນ 227; ກິລາເປຕັງຍິງສາຍທົ່ວໄປຊະນະເລີດໂຮງໝໍບໍລິເວນ 109 (1), ຮອງຊະນະເລີດ ໂຮງໝໍບໍລິເວນ 109 (2), ແລະ ອັນດັບທີ 3 ກອງຮ້ອຍຜະລິດ.

ຂ່າວໂດຍ: ຮທ ໂພຄຳ ພອນປະເສີດ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments