Saturday, September 21, 2024
Homeຂ່າວຕ່າງປະເທດອິນໂດເນເຊຍ ເລີ່ມປະຕິບັດບົດບາດປີປະທານ ອາຊຽນ 2023

ອິນໂດເນເຊຍ ເລີ່ມປະຕິບັດບົດບາດປີປະທານ ອາຊຽນ 2023

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ເມື່ອບໍ່ດົນຜ່ານມາ, ທ່ານ ໂຈໂກ ວີໂດໂດ ປະທານາທິບໍດີ ອິນໂດເນເຊຍ ກ່າວຄຳເຫັນໃນພິທີເລີ່ມປະຕິບັດບົດບາດຂອງ ປີປະທານອາຊຽນ ອິນໂດເນເຊຍ 2023 ຢູ່ນະຄອນຫຼວງ ຈາກາຕາ ວ່າ: ສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ຍັງຄົງຮັກສາບົດບາດສຳຄັນສຳລັບພາກພື້ນ ແລະ ໃນໂລກ ໃນສະພາບການຕ້ອງປະເຊີນໜ້າກັບບັນດາວິກິດການໃນປັດຈຸບັນ. ຂ່າວລະບຸວ່າ: ທ່ານ ໂຈໂກ ວີໂດໂດ ໄດ້ຢ້ຳຄືນບັນດາສິ່ງທ້າທາຍ ຄື: ວິກິດການເສດຖະກິດ, ວິກິດການພະລັງງານ, ວິກິດການສະບຽງອາຫານ ແລະ ການປະທະກັນ. ທ່ານສະແດງຄວາມເຊື່ອໝັ້ນວ່າ: ອາຊຽນ “ຍັງມີຄວາມສຳຄັນ ແລະ ເໝາະສົມກັບປະຊາຊົນ, ພາກພື້ນ ແລະ ໂລກ”, ພ້ອມທັງຫວັງວ່າ ອາຊຽນ ຈະສືບຕໍ່ປະກອບສ່ວນໃຫ້ແກ່ສັນຕິພາບ ແລະ ສະຖຽນລະພາບຢູ່ພາກພື້ນ ມະຫາສະໝຸດອິນເດຍ – ປາຊີຟິກ. ທ່ານເນັ້ນໜັກວ່າ: ອາຊຽນ ຈະສືບຕໍ່ສາມາດຮັກສາການເຕີບໂຕດ້ານເສດຖະກິດ ແລະ ບົດບາດສຳຄັນຂອງຕົນດ້ວຍຖານະແມ່ນຈຸດໃຈກາງການເຕີບໂຕທົ່ວໂລກ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments