Saturday, September 21, 2024
Homeຂ່າວຕ່າງປະເທດສປຊ ຮຽກຮ້ອງໃຫ້ສ້າງຕັ້ງ ຮົ້ວປ້ອງກັນ ໃນໂລກອິນເຕີເນັດ

ສປຊ ຮຽກຮ້ອງໃຫ້ສ້າງຕັ້ງ ຮົ້ວປ້ອງກັນ ໃນໂລກອິນເຕີເນັດ

ຂ່າວສານຊີອາໄອລາຍງານ ເມື່ອທ້າຍອາທິດຜ່ານມາ, ທ່ານ ອັນໂຕນີໂອ ກູເຕີເຣສ ເລຂາທິການໃຫຍ່ ອົງການສະຫະປະຊາຊາດ (ສປຊ) ໄດ້ຮຽກຮ້ອງໃຫ້ສ້າງຕັ້ງ ຮົ້ວປ້ອງກັນ ໃນໂລກອິນເຕີເນັດ ເພື່ອສະກັດກັ້ນການແຜ່ລະບາດຂອງຄໍາເວົ້າທີ່ອາຄາດບາດໝາງ, ຮູບຖານຈິດສຳນຶກລັດທິຫົວຮຸນແຮງກໍຄືຂໍ້ມູນຂ່າວສານທີ່ຜິດພາດ.

ທ່ານ ອັນໂຕນີໂອ ກູເຕີເຣສ ໄດ້ກ່າວເຕືອນໃນກິດຈະກໍາຂອງວັນລະນຶກການສັງຫານໝູ່ສາກົນ ທີ່ຈັດຂຶ້ນຢູ່ສໍານັກງານໃຫຍ່ອົງການສະຫະປະຊາຊາດວ່າ: ໂລກອິນເຕີເນັດໄດ້ເລັ່ງລັດການເຜີຍແຜ່ຄໍາເວົ້າທີ່ອາຄາດບາດໝາງ, ຮູບຖານຈິດສຳນຶກລັດທິຫົວຮຸນແຮງກໍຄືຂໍ້ມູນຂ່າວສານທີ່ຜິດພາດຢູ່ບ່ອນຕ່າງໆຂອງໂລກ. ພ້ອມດຽວກັນນີ້, ຫຼາຍມູມຫຼາຍແຈຂອງໂລກອິນເຕີເນັດໄດ້ຕົກເປັນກອງຂີ້ເຫຍື້ອແຫ່ງຄວາມອາຄາດບາດໝາງ ແລະ ຄໍາຫຼອກລວງທີ່ໂຫດຮ້າຍ ໃນນັັ້ນ, ສື່ສັງຄົມອອນລາຍ ແລະ ບໍລິສັດໂຄສະນາທີ່ກ່ຽວຂ້ອງໄດ້ມີບົດບາດສົ່ງເສີມຄໍາເວົ້າເຫຼົ່ານີ້.

ທ່ານ ອັນໂຕນີໂອ ກູເຕີເຣສ ຍັງໄດ້ຮຽກຮ້ອງໃຫ້ບໍລິສັດເຕັກໂນໂລຊີ, ຜູ້ວາງນະໂຍບາຍ, ສື່ມວນຊົນກໍຄືພາກສ່ວນຕ່າງໆຈົ່ງນໍາໃຊ້ມາດຕະການໃຫ້ຫຼາຍກວ່າເກົ່າ ເພື່ອສະກັດກັັ້ນການແຜ່ລະບາດຂອງຄໍາເວົ້າທີ່ອາຄາດບາດໝາງ ແລະ ອື່ນໆ ດັ່ງນັ້ນ, ທ່ານຈຶ່ງຮຽກຮ້ອງໃຫ້ສ້າງຕັ້ງ ຮົ້ວປ້ອງກັນ ທີ່ສາມາດປະຕິດບັດໄດ້ໃນໂລກອິນເຕີເນັດ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments