Saturday, September 21, 2024
Homeທ່ອງທ່ຽວນໍ້າຕົກຕາດຜາສ້ວມ ມີຄວາມສູງປະມານ 5-7 ແມັດ

ນໍ້າຕົກຕາດຜາສ້ວມ ມີຄວາມສູງປະມານ 5-7 ແມັດ

ນໍ້າຕົກຕາດຜາສ້ວມ ຕັ້ງຢູ່ເມືອງບາຈຽງ ແຂວງຈຳປາສັກ, ມີຄວາມສວຍສົດງົດງາມຫຼາຍ, ເປັນຜາຫີນທີ່ຕັ້ງລຽນກັນເປັນລະບຽບ ມີຄວາມສູງປະມານ 5-7 ແມັດ ແລະ ມີກະແສນໍ້າທີ່ໄຫຼຜ່ານຕາມຜາຫີນດັ່ງກ່າວ ຊຶ່ງເປັນນໍ້າຕົກທີ່ໄຫຼມາຈາກຫ້ວຍຈໍາປີ ອັນມີຈຸດກໍາເນີດຈາກພູເທວະດາ ເມືອງປາກຊ່ອງ. ໃນບໍລິເວນເຂດນໍ້າຕົກ ເພິ່ນເອີ້ນກັນວ່າ “ປະຕູສ້ວມ” ຄຳວ່າສ້ວມ ໝາຍເຖິງຫ້ອງນອນ ທີ່ກັ້ນໄວ້ສໍາລັບລູກສາວ-ລູກຊາຍ. ດັ່ງນັ້ນ ຄຳວ່າ ຕາດຜາສ້ວມນີ້ ຈຶ່ງມີຄວາມໝາຍວ່າ ນໍ້າຕົກຕາດຫີນຕັ້ງ ທີ່ມີລັກສະນະສູງຄ້າຍຄືຫ້ອງຫໍທີ່ຂັ້ນໄວ້ສຳລັບລູກສາວ-ລູກຊາຍ ໂດຍສະເພາະ.

ຂໍ້ມູນຈາກ: ກົມໂຄສະນາການທ່ອງທ່ຽວກະຊວງ ຖວທ

ຮຽບຮຽງໂດຍ: ຕຸໄລເພັດ ພິມເມືອງ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments