Saturday, September 21, 2024
Homeສາລະໜ້າຮູ້ອາການ 9 ຂໍ້ຊ່ວຍໃຫ້ທ່ານນອນຫຼັບໄດ້ດີ

ອາການ 9 ຂໍ້ຊ່ວຍໃຫ້ທ່ານນອນຫຼັບໄດ້ດີ

ການພັກຜ່ອນເປັນສິ່ງສໍາຄັນ ປັດຈຸບັນຄົນເຮັດວຽກ ຫຼື ແມ່ນແຕ່ເດັກນ້ອຍ, ໄວໜຸ່ມເອງສ່ວນຫຼາຍແມ່ນນອນເດິກ ນັ້ນກໍອາດຍ້ອນຫຼາຍໆປັດໃຈ ຈົນລຶ້ງ ແລະ ຕິດເປັນນິໄສ ແຕ່ສໍາລັບບາງຄົນກໍອາດເປັນຍ້ອນວ່າຕັ້ງນອນບໍ່ຫຼັບ ຕາມແພດໝໍບອກໄວ້ ການທີ່ເຮົານອນເດິກມີຄວາມສ່ຽງອົນສົ່ງຜົນຮ້າບຕໍ່ຮ່າງກາຍ ແລະ ສະໝອງເຮົາ ດັ່ງນັ້ນມື້ແອັດມິນເລີຍມີ 9 ຂໍ້ໃຫ້ປະຕິບັດເພື່ອໃຫ້ທ່ານນອນຫຼັບໄດ້ງ່າຍຂຶ້ນດັ່ງນີ້:

1 ຄວນຝຶກຕົນເອງໃຫ້ເຂົ້ານອນ-ຕື່ນນອນກົງເວລາເປັນປະຈໍາທັງມື້ເຮັດວຽກ ແລະ ມື້ພັກວຽກ.
2 ບໍ່ຄວນນອນເວັນ ຫຼື ຖ້າຈະນອນກໍບໍ່ຄວນໃຫ້ກາຍ 30 ນາທີ ໂດຍບໍ່ໃຫ້ກາຍ 15:00.
3 ຫຼີກລ້ຽງອາຫານ ເຄື່ອງດື່ມທີ່ມີສ່ວນຜະສົມຂອງກາເຟອິນຢ່າງນ້ອຍ 6 ຊົ່ວໂມງກ່ອນນອນ.

4 ຫຼີກລ້ຽງເຄື່ອງດື່ມແອວກໍຮໍ, ຢາສູບ, ອາຫານໜັກໆ, ອາຫານລົດຈັດ ຫຼື ຫວານ ຢ່າງນ້ອຍ 4 ຊົ່ວໂມງກ່ອນນອນ.
5 ຄວນອອກກໍາລັງກາຍຢ່າງສະໝໍ່າສະເໝີ ແຕ່ຫຼີກລ້ຽງການອອກກໍາລັງກາຍຢ່າງນ້ອຍ 2 ຊົ່ວໂມງກ່ອນນອນ.
6 ຕຽງນອນຄວນເປັນຕຽງທີ່ນອນແລ້ວສະບາຍ ມີອຸນຫະພູມທີ່ເໝາະສົມ ລະບາຍອາກາດດີ ບໍ່ມີແສງລອດເຂົ້າມາ ບໍ່ຄວນມີສຽງດັງ.
7 ຄວນຜ່ອນຄາຍ ຫຼຸດຄວາມວິຕົກກັງວົນ ບໍ່ຄວນເບິ່ງລະຄອນສະຫຍອງຂວັນກ່ອນນອນ.

8 ຄວນໃຊ້ຫ້ອງນອນເພື່ອການນອນ ແລະ ກິດຈະກໍາຂອງຄູ່ຮັກເທົ່ານັ້ນ ຢ່າໃຊ້ເປັນບ່ອນເຮັດວຽກ ຫຼື ຫຼິ້ນໂທລະສັບ, ເບິ່ງໂທລະພາບ.
9 ຫາກນອນບໍ່ຫຼັບພາຍໃນ 30 ນາທີ ຄວນລຸກເຮັດກິດຈະກໍາເບົາໆ ເຊັ່ນ: ອ່ານໜັງສື ຟັງເພງຄ່ອຍໆ ແລ້ວກັບມານອນໃໝ່ອີກຕອນທີ່ງ້ວງນອນ.
ລອງປະຕິບັດແບບນີ້ຕິດຕໍ່ກັນເປັນເວລາ 4 ອາທິດ ຮັບຮອງວ່າການນອນຂອງທ່ານຈະດີຂຶ້ນຄືນອນຫຼັບງ່າຍ, ແຖມຍັງມີໃບໜ້າສົດຊື່ນ ສຸຂະພາບດີອີກດ້ວຍ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments