Sunday, September 22, 2024
Homeຂ່າວພາຍໃນກອງປະຊຸມປຶກສາຫາລືວຽກງານສົ່ງເສີມການລົງທຶນ ແລະ ການທ່ອງທ່ຽວ

ກອງປະຊຸມປຶກສາຫາລືວຽກງານສົ່ງເສີມການລົງທຶນ ແລະ ການທ່ອງທ່ຽວ

ກອງປະຊຸມສົ່ງເສີມການລົງທຶນກຸ່ມບໍລິສັດດອກງິ້ວຄຳ ຈຳກັດ ໄດ້ຈັດຂຶ້ນວັນທີ 28 ມັງກອນນີ້ ທີ່ໂຮງແຮມດາວດອກງິ້ວຄຳ ເຂດເສດຖະກິດສາມຫຼ່ຽມຄຳ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ, ໂດຍການເປັນປະທານຂອງທ່ານ ເຄື່ອນເພັດ ວົງຈັນ ຮອງເຈົ້າແຂວງບໍ່ແກ້ວ, ທ່ານ ຈ້າວເຫວີຍ ປະທານສະພາບໍລິຫານເຂດເສດຖະກິດພິເສດສາມຫຼ່ຽມຄໍາ, ນັກທຸລະກິດທັງພາຍໃນ ແລະ ຕ່າງປະເທດ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.

ທ່ານ ເຄື່ອນເພັດ ວົງຈັນ ໄດ້ກ່າວວ່າ ກອງປະຊຸມຄັ້ງເປັນການສືບຕໍ່ຊຸກຍູ້ສົ່ງເສີມການລົງທຶນ ແລະ ການທ່ອງທ່ຽວໃນດ້ານຕ່າງໆ ພ້ອມທັງຍົກໃຫ້ເຫັນເງື່ອນໄຂ ທ່າແຮງ ທີ່ມີຢູ່ພາຍໃນແຂວງ ແລະ ສະພາບການລົງທຶນໃນໄລຍະຜ່ານມາຢູ່ແຂວງບໍ່ແກ້ວກໍຄືຢູ່ເຂດເສດຖະກິດພິເສດສາມຫຼ່ຽມຄຳຜ່ານມາເຫັນວ່າມີດ້ານດີ ແລະ ຂໍ້ຄົງຄ້າງຕ່າງໆ ແລະ ເພື່ຶອພ້ອມກັນປຶກສາຫາລືວິທີແກ້ໄຂໃນຕໍ່ໜ້າພ້ອມທັງມີການວາງແຜນນະໂຍບາຍດ້ານຕ່າງໆຕໍ່ການລົງທຶນໃຫ້ສອດຄ່ອງກັບລະບຽບກົດໝາຍການລົງທຶນ ທັງໃຫ້ຖືກກັບສະພາບຈຸດພິເສດ ຄວາມເປັນຈິງຂອງແຂວງ ເຮັດໃຫ້ການລົງທຶນ ແລະ ການທ່ອງທ່ຽວຢູ່ແຂວງບໍ່ແກ້ວນັບມື້ມີການເຕີບໃຫຍ່ຂະຫຍາຍຕົວດີຂຶ້ນກວ່າເກົ່າ.

ກອງປະຊຸມຍັງໄດ້ຮັບຟັງເນື້ອໃນສຳຄັນ 2 ຫົວຂໍ້ຄື ເຊັ່ນ: ການສົ່ງເສີມການລົງທຶນຂອງແຂວງບໍ່ແກ້ວ, ການພັດທະນາບັນດາໂຄງການສົ່ງເສີມການທ່ອງທ່ຽວ ແລະ ການລົງທຶນພາຍໃນເຂດເສດຖະກິດພິເສດສາມຫຼ່ຽມຄຳ, ຈາກນັ້ນຜູ້ເຂົ້າຮ່ວມໄດ້ປຶກສາຫາລືແລກປ່ຽນຄໍາຄິດຄໍາເຫັນ ຊຶ່ງກັນ ແລະ ກັນ ເພື່ອເຮັດໃຫ້ການສົ່ງເສີມການລົງທຶນຢູ່ແຂວງບໍ່ແກ້ວກໍຄືຢູ່ເຂດເສດຖະກິດພິເສດສາມຫຼ່ຽມຄຳໃຫ້ໄດ້ຮັບການຫັນປ່ຽນຢ່າງຕັ້ງໜ້າ ປະກອບສ່ວນເຂົ້າໃນການສ້າງສາພັດທະນາປະເທດຊາດເວົ້າລວມ, ໂດຍສະເພາະແມ່ນການສືບຕໍ່ພັດທະນາແຂວງບໍ່ແກ້ວ ແລະ ເສດຖະກິດພິເສດສາມຫຼ່ຽມຄຳໃຫ້ໄດ້ຮັບການພັດທະນາດີຂຶ້ນເລື້ອຍໆ.

ຂ່າວ,ພາບ: ບຸນອູ້ມ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments