Sunday, September 22, 2024
Homeບຸນປະເພນີບ້ານມອມ ໄດ້ຮັບລາງວັນທີ 1 ໃນການແຂ່ງຂັນໄຫຼເຮືອໄຟ

ບ້ານມອມ ໄດ້ຮັບລາງວັນທີ 1 ໃນການແຂ່ງຂັນໄຫຼເຮືອໄຟ

ເພື່ອສົ່ງເສີມວັດທະນະທຳທ້ອງຖິ່ນຕິດພັນກັບການທ່ອງທ່ຽວໃນເທດສະການດອກງີ້ວບານໄດ້ມີກິດຈະກຳການແຂ່ງຂັນໄຫຼເຮືອໄຟ ຊຶ່ງກິດຈະກຳໜຶ່ງໃນເທດສະການດອກງິ້ວບານ ຄັ້ງທີ 20 ປະຈໍາປີ 2023 ທີ່ເຂດເສດຖະກິດພິເສດສາມຫຼ່ຽມຄໍາ ເມືອງຕົ້ນເຜີ້ງ ແຂວງບໍ່ແກ້ວ ໃນຕອນແລງວັນທີ 27 ມັງກອນຜ່ານມານີ້, ໄດ້ມີກິດຈະກໍາການແຂ່ງຂັນເຮືອໄຟທີ່ທ່ານໍ້າດອນຊາວ ຊຶ່ງກິດຈະກໍາດັ່ງກ່າວເປັນ ການສົ່ງເສີມວັດທະນະທຳອັນດີງາມຂອງທ້ອງຖິ່ນຕິດພັນກັບການທ່ອງທ່ຽວ.

ກິດຈະກຳໄຫຼເຮືອໄຟຄັ້ງນີ້ເປັນປີທຳອິດ ຊຶ່ງມີເຮືອໄຟເຂົ້າຮ່ວມແຂ່ງຂັນທັງໝົດ 8 ບ້ານຄື: ບ້ານພຽງງາມ, ບ້ານດອນມູນ, ບ້ານ ໃຫຍ່ຕົ້ນເຜີ້ງ 1, ບ້ານໃຫຍ່ຕົ້ນເຜີ້ງ 2, ບ້ານດອນສະຫວັນ, ບ້ານສີບຸນເຮືອງ, ບ້ານຄວ້ານສາມຫຼ່ຽມຄໍາ ແລະ ບ້ານ ມອມ.

ສໍາລັບການແຂ່ງຂັນແມ່ນອີງໃສ່ການຕົບແຕ່ງເອ້ຢອງທີ່ເປັນເອກະລັກປະຈຳທ້ອງຖິ່ນຕິດພັນກັບຮີດຄອງປະເພນີ, ຂະບວນການແຫ່, ການນຸ່ງຖືທີ່ເປັນເອກະລັກຂອງຊົນເຜົ່າ ແລະ ການໄຫຼເຮືອໄຟ, ຜ່ານການຕັດສິນຂອງຄະນະກໍາມະການຮັບຜິດຊອບແມ່ນບ້ານມອມໄດ້ລາງວັນທີ 1, ລາງວັນທີ 2 ບ້ານ ຄວ້ານສາມຫຼ່ຽມຄຳ ແລະ ລາງວັນທີ 3 ບ້ານ ໃຫຍ່ຕົ້ນເຜີ້ງ1, ສຳລັບລາງວັນທີ 1 ໄດ້ຮັບເງິນສົດ 15 ລ້ານກີບ, ທີ 2 ໄດ້ຮັບເງິນສົດ 10 ລ້ານກີບ ແລະ ລາງວັນທີ 3 ໄດ້ຮັບເງິນສົດ 7.500.000 ກີບ, ນອກນັ້ນ. ລາງວັນຊົມເຊີຍໃຫ້ເຮືອທີ່ເຂົ້າຮ່ວມບ້ານລະ 5.000.000 ລ້ານກີບ.

ພາບ,ຂ່າວ: ບຸນອູ້ມ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments