Sunday, September 22, 2024
Homeຂ່າວຕ່າງປະເທດບ້ານຕົວແບບ “ໜຶ່ງບ້ານໜຶ່ງຜະລິດຕະພັນ” ຂອງຈີນ ມີເຖິງ 4.068 ບ້ານ

ບ້ານຕົວແບບ “ໜຶ່ງບ້ານໜຶ່ງຜະລິດຕະພັນ” ຂອງຈີນ ມີເຖິງ 4.068 ບ້ານ

ວິທະຍຸສາກົນແຫ່ງປະເທດຈີນ (CRI) ໄດ້ລາຍງານວ່າ: ຫວ່າງບໍ່ດົນມານີ້, ກະຊວງກະສິກຳ ແລະ ຊົນນະບົດຈີນ ໃຫ້ຮູ້ວ່າ, ປີ 2022 ຜ່ານມາອຸດສາຫະກຳໃນຊົນນະບົດຈີນ ປາກົດມີທ່າອຽງການພັດທະນາທີ່ກ້າວໄປໃນທາງທິດທີ່ດີຢ່າງໝັ້ນທ່ຽງ, ອຸດສາຫະກຳທີ່ມີເອກະລັກພິເສດຂອງຊົນນະບົດໄດ້ພັດທະນາແບບລວມສູນຢ່າງວ່ອງໄວ.

ປີ 2022, ຈີນ ໄດ້ສະໜັບສະໜູນແຫ່ງຕ່າງໆສ້າງກຸ່ມອຸດສາຫະກຳໃໝ່ທີ່ມີເອກະລັກ ແລະ ທ່າແຮງ 40 ແຫ່ງ ແລະສືບຕໍ່ສ້າງ 100 ແຫ່ງ, ກຸ່ມອຸດສາຫະກຳທີ່ມີມູນຄ່າທົ່ວຕ່ອງໂສ້ອຸດສາຫະກຳຫລາຍກວ່າ 10 ຕື້ຢວນ ມີເຖິງ 118 ກຸ່ມ, ໄດ້ສ້າງຕາແສງເຂັ້ມແຂງດ້ານອຸດສາຫະກຳກະສິກຳໃໝ່ 200 ຕາແສງ, ລວມທັງໝົດ ໄດ້ສ້າງຕາແສງເຂັ້ມແຂງດ້ານອຸດສາຫະກຳ ກະສິກຳ ເຖິງ 1.309 ຕາແສງ, ລະດົມທຶນຈາກງົບປະມານທ້ອງຖິ່ນ ແລະທຶນສັງຄົມໄດ້ຫລາຍກວ່າ 100 ຕື້ຢວນ.

ປີ 2022 ຈີນ ໄດ້ຢັ້ງຢືນ ບ້ານຕົວແບບ ໜຶ່ງບ້ານໜຶ່ງຜະລິດຕະພັນ ລະດັບຊາດອີກ 395 ບ້ານ, ມາຮອດປັດຈຸບັນນີ້, ໃນທົ່ວປະເທດຈີນ ມີບ້ານຕົວແບບ ໜຶ່ງບ້ານໜຶ່ງຜະລິດຕະພັນ ເຖິງ 4.068 ບ້ານ, ໃນນັ້ນ ຕາແສງທີ່ມີມູນຄ່າການຜະລິດຫລາຍກວ່າ 1 ຕື້ຢວນ 199 ຕາແສງ, ບ້ານທີ່ມີມູນຄ່າການຜະລິດຫລາຍກວ່າ 100 ລ້ານຢວນ ມີເຖິງ 306 ບ້ານ, ເຊິ່ງໄດ້ຊຸກຍູ້ການພັດທະນາ ໜຶ່ງບ້ານໜຶ່ງຜະລິດຕະພັນ, ໜຶ່ງຕາແສງໜຶ່ງເອກະລັກ, ໜຶ່ງເມືອງໜຶ່ງອຸດສາຫະກຳ ຢ່າງມີປະສິດທິຜົນ, ພ້ອມທັງຊຸກຍູ້ການພັດທະນາອຸດສາຫະກຳຂອງຊົນນະບົດໃຫ້ຈະເລີນຮຸ່ງເຮືອງຢ່າງແຂງແຮງ, ອຸດສາຫະກຳຊົນນະບົດປາກົດມີທ່າອຽງການພັດທະນາທີ່ກ້າວໄປໃນທາງທິດທີ່ດີຢ່າງໝັ້ນທ່ຽງ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments