Saturday, September 21, 2024
Homeຂ່າວພາຍໃນສສຂ ປະຈຳເຂດເລືອກຕັ້ງເມືອງວິລະບູລີ ສະເໜີໃຫ້ພະແນກແຮງງານ ແລະ ສະຫວັດດີການສັງຄົມ ສົມທົບກັບພາກສ່ວນກ່ຽວຂ້ອງ ສະເໜີຕໍ່ລອງເພີ່ມຄ່າແຮງງານໃຫ້ກຳມະກອນຢູ່ໃນໂຮງຈັກ,ໂຮງງານພາຍໃນແຂວງສະຫວັນນະເຂດ

ສສຂ ປະຈຳເຂດເລືອກຕັ້ງເມືອງວິລະບູລີ ສະເໜີໃຫ້ພະແນກແຮງງານ ແລະ ສະຫວັດດີການສັງຄົມ ສົມທົບກັບພາກສ່ວນກ່ຽວຂ້ອງ ສະເໜີຕໍ່ລອງເພີ່ມຄ່າແຮງງານໃຫ້ກຳມະກອນຢູ່ໃນໂຮງຈັກ,ໂຮງງານພາຍໃນແຂວງສະຫວັນນະເຂດ

ໃນໂອກາດເຂົ້າຮ່ວມກອງປະຊຸມສະໄໝາສາມັນເທື່ອທີ 4 ຂອງສະພາປະຊາຊົນແຂວງສະຫວັນນະເຂດຊຸດທີ II ໃນຄັ້ງວັນທີ 24 ມັງກອນ 2023 ທ່ານ ໄຊຍະເດດ ຜຸຍຍະວົງ ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 13 ທັງເປັນສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງວິລະບູລີ ໄດ້ປະກອບຄຳເຫັນໃສ່ບົດລາຍງານກ່ຽວກັບແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງສະຫວັນນະເຂດ ເຊິ່ງເຫັນໄດ້ວ່າໃນປີຜ່ານມາກໍ່ຄືປັດຈຸບັນ ແຂວງສະຫວັນນະເຂດ ກໍ່ຄືທົ່ວປະເທດແມ່ນໄດ້ປະເຊີນກັບຄວາມຫຍຸ່ງຍາກທາງດ້ານເສດຖະກິດ-ການເງິນ,ບັນຫາເງິນກີບອ່ອນຄ່າ,ລາຄາສິນຄ້າ ແລະ ນ້ຳມັນເຊື້ອໄຟສູງຂຶ້ນ ແຕ່ກົງກັນຂ້າມຄ່າແຮງງານຂອງກຳມະກອນແມ່ນຍັງຄືເກົ່າບໍ່ມີການປ່ຽນແປງ ເຊິ່ງເປັນສາເຫດສົ່ງຜົນກະທົບຢ່າງໜັກໜ່ວງຕໍ່ການດຳລົງຊີວິດຂອງປະຊາຊົນ,ຊາວກຳມະກອນຜູ້ອອກແຮງງານ ລວມໄປເຖິງພະນັກງານລັດຖະກອນ ກໍ່ລ້ວນແຕ່ປະສົບບັນຫາເຊັ່ນດຽວກັນ ດັ່ງນັ້ນເພື່ອເປັນການປັບປຸງ,ແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນກວ່າເກົ່າ ທ່ານ ໄຊຍະເດດ ຜຸຍຍະວົງ ສະມາຊິກສະພາປະຊາຊົນແຂວງ ປະຈຳເຂດເລືອກຕັ້ງເມືອງວິລະບູລີ ໃນນາມເປັນຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນບັນດາເຜົ່າ ຈຶ່ງໄດ້ສະເໜີໃຫ້ພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ ສົມທົບກັບສະຫະພັນກຳມະບານແຂວງ ຄວນມີການສະເໜີຕໍ່ລອງກັບຜູ້ປະກອບການ ແລະ ນັກລົງທຶນຈາກຕ່າງປະທດ ໃນເລື່ອງການເພີ່ມຄ່າແຮງງານໃຫ້ກັບກຳມະກອນຢູ່ໃນໂຮງຈັກ,ໂຮງງານພາຍໃນແຂວງສະຫວັນນະເຂດ ເພາະວ່າທຸກປະເພດສິນຄ້າທີ່ສົ່ງອອກຂອງໂຮງຈັກ,ໂຮງງານເຫຼົ່ານັ້ນ ລ້ວນແຕ່ຄິດໄລ່ມູນຄ່າເປັນເງິນຕາຕ່າງປະເທດ ສະນັ້ນຄ່າແຮງງານຂອງກຳມະກອນ ກໍ່ຄວນຄິດໄລ່ຂຶ້ນຕາມອັດຕາສ່ວນຂອງອັດຕາແລກປ່ຽນຈຶ່ງຈະສົມມາພາຄວນ.

ທ່ານ ໄຊຍະເດດ ຜຸຍຍະວົງ ຍັງໄດ້ສະເໜີຕື່ມອີກວ່າ: ດ້ານວຽກງານຕານ່າງການບໍລິການທາງດ້ານສັງຄົມ ກໍ່ຄວນເອົາໃສ່ພັດທະນາປັບປຸງທາງດ້ານຄຸນະພາບໃຫ້ດີຂຶ້ນຕື່ມ ໂດຍສະເພາະການບໍລິການໃນຕານ່າງວຽກງານສາທາລະນະສຸກ ເຊິ່ງປະຊາຊົນລາວແມ່ນປະກອບມີຫຼາຍອາຊີບ ມີທັງກຳມະກອນ,ຊາວໄຮ່ນາ ແລະ ອາຊີບອື່ນໆ ສະນັ້ນໃນເວລາທີ່ເຂົາເຈົ້າເຈັບເປັນ ເຂົ້າໄປຫາແພດໝໍ ກໍ່ຄວນໃຫ້ບໍລິການເຂົາເຈົ້າດ້ວຍຄວາມຍິ້ມແຍ້ມແຈ່ມໃສ ເຮັດຄືກັບບໍລິການຄົນໃນຄອບຄົວດຽວກັນ ເພາະເງິນເດືອນຂອງພະນັກງານ ແມ່ນໄດ້ມາຈາກການປະກອບສ່ວນຂອງປະຊາຊົນ ສະນັ້ນຈຶ່ງບໍ່ຄວນເລືອກປະຕິບັດ ໃນເວລາໃຫ້ບໍລິການ.

ຂ່າວ: ອັກສອນສິນ ພົມມະຈັນ

ພາບ: ວິລັດດາ ດວງຈັນທາ

#savannakhet#Medialaos

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments