Saturday, September 21, 2024
Homeຂ່າວພາຍໃນ24 ມັງກອນ ໂຄງການກໍ່ສ້າງທາງປູຢາງ ແຕ່ບ້ານກາເຟ ຫາ ບ້ານຈຸງຮຸງເໜືອ ເມືອງທ່າແຕງສຳເລັດ 100%

24 ມັງກອນ ໂຄງການກໍ່ສ້າງທາງປູຢາງ ແຕ່ບ້ານກາເຟ ຫາ ບ້ານຈຸງຮຸງເໜືອ ເມືອງທ່າແຕງສຳເລັດ 100%

ເສັ້ນທາງປູຢາງ 1ຊັ້ນແຕ່ ບ້ານກາເຟ ຫາ ບ້ານຈຸງຮຸງເໜືອ ເມືອງທ່າແຕງ ແຂວງເຊກອງ ກໍ່ສ້າງສໍາເລັດແລ້ວ100% ໂດຍແມ່ນ ບໍລິສັດສາຍສະຫັວນກໍ່ສ້າງຈໍາກັດ ເປັນຜູ້ຮັບເໝົາ ເຊິ່ງມີມູນຄ່າກໍ່ສ້າງທັງໝົດ 10 ຕື້ກີບ ໂດຍແມ່ນທຶນຂອງລັດຖະບານລາວ 8,3% ແລະ ທຶນຂອງທະນາຄານພັດທະນາອາຊີ 91,7%.

ທ່ານ ກໍລະກັນ ເພັດສົມພູ ຮອງຫົວໜ້າໂຄງການຄຸ້ມຄອງຂະແໜງຂົວທາງ ພະແນກໂຍທາທິການ ແລະ ຂົນສົ່ງແຂວງ ເຊກອງ ກ່າວໃນໂອກາດລົງກວດກາຜົນສໍາເລັດຂອງການກໍ່ສ້າງເສັ້ນທາງດັ່ງກ່າວ ໃນວັນທີ 20 ມັງກອນ 2023 ວ່າ: ການກໍ່ສ້າງເສັ້ນທາງປະກອບມີໂຄງສ້າງລະບົບລະບາຍນໍ້າ, ຄວາມປອດໄພ ແລະ ປ້າຍສັນຍານຕ່າງໆໂດຍໃຊ້ເວລາການກໍ່ສ້າງ 12 ເດືອນ,ມີຄວາມຍາວ 8,4 ກິໂລແມັດເຊິ່ງເປັນທາງຊອຍເຂົ້າບ້ານຂອງປະຊາຊົນ ຜ່ານ 4 ບ້ານຄື: ບ້ານ ກາເຟ,ບ້ານ ປາຫຼາຍ,ບ້ານໂທນ ໃຫຍ່,ບ້ານ ຈຸງຮຸງເໜືອ ແລະ 1 ເສັ້ນແຍກເຂົ້າ ບ້ານ ໂທນນ້ອຍ,ບ້ານ ສະທົວເໜືອ ແລະ ບ້ານ ສະທົວໃຕ້ ໂດຍເຮັດໃຫ້ການສັນຈອນໄປມາຫາສູ່ກັນລະຫ່ວາງບ້ານຕໍ່ບ້ານມີຄວາມສະດວກສະບາຍຂຶ້ນກວ່າເກົ່າ.

ທ່ານ ເພັດສະໝອນ ຈັນ ທະວິໄຊ ຫົວໜ້າຫ້ອງການໂຍທາທິການ ແລະ ຂົນສົ່ງເມືອງທ່າແຕງກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະຮັບຜິດຊອບຊີ້ນຳໂຄງການ ແລະ ບໍລິສັດຜູ້ຮັບເໝົາທີ່ໄດ້ເອົາໃຈໃສ່ທຸ້ມເທເຫື່ອແຮງ,ສະຕິປັນຍາເຂົ້າໃນການກໍ່ສ້າງເສັ້ນທາງດັ່ງກ່າວເຊິ່ງເຮັດໃຫ້ໂຄງການດຳເນີນໄປຕາມແຜນ ການ ແລະ ສໍາເລັດຕາມຄາດ ໝາຍທີ່ວາງໄວ້,ພ້ອມທັງປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງລົງກວດກາເປັນປະຈຳໃນໄລຍະຄໍ້າປະກັນ1ປີຂອງສອງຝ່າຍເພື່ອເຮັດໃຫ້ການກໍ່ສ້າງບັນດາໜ້າວຽກຕ່າງໆ ໄດ້ຕາມມາດຕະຖານເຕັກນິກຂອງໂຄງການ.

ໂດຍ: ພອນ ບຸນອຸທິດ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments