ເພື່ອເປັນການສືບຕໍ່ໂຄສະນາການປະຕິບັດສົນທິສັນຍາວ່າດ້ວຍສິດທິເດັກ ພາຍຫຼັງກອງປະຊຸມລະດັບສູງຂອງຮອງເຈົ້າແຂວງທົ່ວປະເທດ ແລະ ການສະເຫຼີມສະຫຼອງວັນເດັກໂລກ ທີ່ນະຄອນຫລວງວຽງຈັນ ໃນວັນທີ 18 ພະຈິກ ປີ 2022 ປີຜ່ານມາ ໂດຍການສະຫນັບສະຫນູນຈາກອົງການຢູນີເຊັບ ທີມງານນັກຂ່າວຈາກສູນກາງນຳພາໂດຍ ທ່ານ ວັນນະສິນ ສິມມະວົງ ຮອງຫົວຫນ້າກົມສື່ມວນຊົນ ກະຊວງຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ລົງເກັບກຳຂ່າວທີ່ແຂວງໄຊສົມບຸນ ໃນວັນທີ 23 ຫາ 25 ມັງກອນ ປີ 2023.

ທີ່ແຂວງໄຊສົມບູນ ທີມງານນັກຂ່າວຈາກສູນກາງໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ ຕົງມົວ ຊົວໂກ ຮອງເຈົ້າແຂວງ ແຂວງໄຊສົມບູນ ທັງເປັນປະທານຄະນະກຳມາທິການເພື່ອຄວາມກ້າວຫນ້າ ຂອງແມ່ຍິງ, ແມ່ ແລະ ເດັກ ແຂວງ ໄຊສົມບຸນ (ຄກມດ) ທີ່ຫ້ອງວ່າການແຂວງ. ທ່ານຮອງເຈົ້າແຂວງ ໄດ້ແຈ້ງໃຫ້ນັກຂ່າວວ່າ: ການນໍາຂອງແຂວງໄຊສົມບູນ ແມ່ນໄດ້ດຳເນີນການຈັດຕັ້ງປະຕິບັດຄໍາຫມັ້ນສັນຍາທີ່ໄດ້ໃຫ້ໄວ້ໃນກອງປະຊຸມຂອງບັນດາຮອງເຈົ້າແຂວງ ດ້ວຍຄວາມຮັບຜິດຊອບສູງ ໂດຍສະເພາະການຫຼຸດຜ່ອນອັດຕາຂອງເດັກຕໍ່າກວ່າ 5 ປີ ທີ່ຂາດສານອາຫານແບບລວງສູງຫຼຸດມາດຕະຖານ (ເຕ້ຍ) ແລະ ເດັກຂາດສານອາຫານແບບກະທັນຫັນ (ຈ່ອຍ), ການເພີ່ມຈໍານວນເດັກນ້ອຍທີ່ມີອາຍຸຕໍ່າກວ່າ 1 ປີ ໃຫ້ໄດ້ຮັບການສັກວັກຊີນປ້ອງກັນພະຍາດຕ່າງໆ ຢ່າງຄົບທ້ວນ, ການເພີ່ມຈໍານວນເມືອງ ແລະ ບ້ານໃນທົ່ວປະເທດ ທີ່ສາມາດຢຸດຕິການຖ່າຍຊະຊາຍ, ເພີ່ມທະວີໂອກາດ ແລະ ເວທີການສໍາລັບເດັກ ໃນການມີສ່ວນຮ່ວມໃນການຕັດສິນໃຈທີ່ສົ່ງຜົນຕໍ່ຊີວິດການເປັນຢູ່ຂອງພວກເຂົາ, ການຮ່ວມມືກັບຄູ່ຮ່ວມພັດທະນາ ໂດຍການມີສ່ວນຮ່ວມຢ່າງຫ້າວຫັນຂອງເດັກນ້ອຍໃນການຈັດຕັ້ງປະຕິບັດມາດຕະການຫຼຸດຜ່ອນ ແລະ ການປັບຕົວຕໍ່ກັບການປ່ຽນແປງສະພາບດິນຟ້າອາກາດ ແລະ ໄພພິບັດທາງທຳມະຊາດ. ທ່ານຍັງໄດ້ຊີ້ນໍາ ຄກມດ ແຂວງໄຊສົມບູນ ຢ່າງໄກ້ສິດ ແລະ ວາງແຜນການປະຕິບັດເປັນຂັ້ນຕອນ.

ທ່ານໄດ້ເນັ້ນວຽກງານດ້ານສາທາລະນະສຸກແມ່ນຈະສຸມໃສ່ 4 ຕົວຊີ້ບອກທີ່ຍັງບໍ່ທັນບັນລຸເປັນຕົ້ນ ເຊັ່ນ: ອັດຕາການຕາຍຂອງແມ່ 1/100.000 ຄົນ, ອັດຕາເກີດລູຸກທີ່ມີແພດຊ່ວຍ ໃຫ້ບັນລຸ 82% ປະຕິບັດໄດ້ 73%, ອັດຕາການສັກຢາປ້ອງກັນພະຍາດເດັກລຸ່ມ 1 ປີ ໃຫ້ບັນລຸ 95% ປະຕິບັດໄດ້ 57%, ອັດຕາການຊົມໃຊ້ນໍ້າສະອາດ ໃຫ້ບັນລຸ 91% ປະຕິບັດໄດ້ 88,8%. ດ້ານວຽກງານສຶກສາແມ່ນຈະສຸມໃສ່ 3 ຄາດໝາຍ ທີ່ກໍາລັງຈະບັນລຸ ເຊັ່ນ: ອັດຕາເລື່ອນຂັ້ນ-ຈົບຊັ້ນປະຖົມໃຫ້ບັນລຸ 95,5% ປະຕິບັດໄດ້ 91,9%, ອັດຕາປະລະການຮຽນຊັ້ນປະຖົມໃຫ້ຕໍ່າກວ່າ 2% ຕົວຈິງປະຕິບັດໄດ້ 4,5%. ຈະສືບຕໍ່ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ແລະ ບັນດາເມືອງ ເພື່ອປັບປຸງດ້ານໂພສະນາການໃຫ້ແກ່ເດັກໃຫ້ດີຂຶ້ນ ໂດຍການຂຽນໂຄງການເພື່ອຂໍງົບປະມານຂອງລັດ, ນໍາຜູ້ປະກອບການ, ອົງການສາກົນໃຫ້ເດັກທີ່ທຸກຍາກໄດ້ມີອາຫານທ່ຽງ, ຄົ້ນຄວ້າເອົາຄວາມຮູ້ດ້ານກະສິກໍາ (ການປູກ-ການລ້ຽງ) ເຂົ້າໃນຫຼັກສູດການຮຽນ-ການສອນຂອງຊັ້ນມັດທະຍົມ ແລະ ໃຫ້ໂຮງຮຽນຕ່າງໆ ທີ່ມີເງື່ອນໄຂເຮັດສວນປູກຜັກປະເພດຕ່າງໆ ເພື່ອເຂົ້າສວນຄົວຂອງໂຮງຮຽນ.

ທີ່ຫ້ອງການສະພັນແມ່ຍິງແຂວງໄຊສົມບູນ ທີມງານສື່ມວນຊົນ ຍັງໄດ້ພົບກັນ ທ່ານ ນາງ ສຸກ ຊົ່ງ ຮອງປະທານສະຫະພັນແມ່ຍິງແຂວງ ແລະ ທ່ານ ນາງ ນ້ອຍ ໄຂຮັກ ວິຊາການພະແນກ ຄກມດ ຈາກສະຫະພັນແມ່ຍິງ ໃນການຈັດຕັ້ງປະຕິບັດການປັບປຸງຊີວິດການເປັນຢູ່ທີ່ດີຂອງແມ່ ແລະ ເດັກ. ທ່ານ ນາງ ນ້ອຍ ໄຂຮັກ ໄດ້ໃຫ້ສຳພາດ ກ່ຽວກັບວຽກງານດັ່ງກ່າວນີ້ວ່າ: ໃນຊຸມປີຜ່ານມາ ຄກມດ ແຂວງໄຊສົມບຸນ ໄດ້ຈັດຕັ້ງປະຕິບັດຄໍາຫມັ້ນສັນຍາໃນການຫຼຸດຜ່ອນຄວາມທຸກຍາກຂອງເດັກຢ່າງຕັ້ງຫນັ້າ. ພ້ອມນີ້ຍັງໄດ້ສົ່ງເສີມການມີສ່ວນຮ່ວມຂອງເດັກ  ໂດຍການຈັດເວທີເດັກເພື່ອໃຫ້ໄດ້ສະແດງຄໍາເຫັນຂອງຕົນໃນການແກ້ໄຂບັນຫາທີ່ມີຜົນກະທົບຕໍ່ເຂົາເຈົ້າ. ນ້ອງນັກຮຽນ ທີ່ມີຄວາມສາມາດ ແລະ ຫ້າວຫັນໄດ້ຖືກຂັດເລືອກໃຫ້ເປັນຕົວແທນໄປຮ່ວມກອງປະຊຸມ ແລະ ກິດຈະກຳຕ່າງໆ ເພື່ອໂຄສະນາສົ່ງເສີມການປະຕິບັດສົນທິສັນຍາວ່າດ້ວຍສິດທິເດັກ ແລະ ສອງອານຸສັນຍາເພີ່ມເຕີມ. ຕົວແທນເດັກ ໄດ້ຈັດກິດຈະກຳເວທີເດັກ ພາຍໄຕ້ 3 ຂໍ້ຫຼັກ ເຊັ່ນ: ການແຕ່ງງານກ່ອນໄວ 18 ປີ, ບັນຫາສິ່ງແວດລ້ອມ ແລະ ບັນຫາຢາເສບຕິດ. ເດັກນັກຮຽນໄດ້ແບ່ງເປັນ 6 ກຸ່ມ ເພື່ອຈັດຕັ້ງການສະເຫຼີມສະຫຼອງວັນເດັກນ້ອຍສາກົນ ທີ່ຕິດພັນກັບວັນປູກຕົ້ນໄມ້ແຫ່ງຊາດ, ເພື່ອເປັນການປຸກລະດົມຈິດຈຳນຶກໃຫ້ເດັກນ້ອຍພັດທະນາຄວາມຮູ້ຄວາມສາມາດດ້ານສະຕິປັນຍາທາງຮ່າງກາຍ ຈິດໃຈ ມັນສະໝອງ, ຮູ້ໃຊ້ເວລາຫວ່າງໃຫ້ເປັນປະໂຫຍດ, ເພື່ອໃຫ້ຫ່າງໄກຈາກສິ່ງເສບຕິດ ແລະ ເພື່ອສ້າງໃຫ້ເດັກນ້ອຍມີຄວາມເບີກບານມ່ວນຊື່ນເຂົ້າຮ່ວມຫຼີ້ນກິດຈະກຳຮຽນຮູ້ສິ່ງໃໝ່ໆ ຢູ່ໃນສັງຄົມໃຫ້ຫຼາຍຂຶ້ນ, ມີຄວາມກ້າຫານຄວາມສາມາດກ້າສະແດງຄວາມຮັບຮູ້ຂອງຕົນດ້ານຕ່າງໆ ອອກໃນເວທີ ແລະ ຮັບໃຊ້ສັງຄົມ. ທັງນີ້ກໍເພື່ອເປັນການປູກຈິດສຳນຶກສ້າງຄວາມສາມັກຄີຮັກແພງ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ. ຄະນະສະຫະພັນແມ່ຍິງແຕ່ລະຂັ້ນໄດ້ສົມທົບກັບພາກສ່ວນທີ່ກ່ຽວຂ້ອງລົງໂຄສະນາເຜີຍແຜ່ປູກຈິດສໍານຶກໃຫ້ຊຸມຊົນດ້ານຜົນກະທົບຕໍ່ເດັກຍິງ ແລະ ເດັກຊາຍ ທີ່ແຕ່ງງານກ່ອນໄວອັນຄວນໃຫ້ບ້ານເປົ້າໝາຍຈຳນວນ 38 ບ້ານ, ຄກມດ ແຂວງໄຊສົມບູນ ຍັງໄດ້ຊີ້ນໍາສູນວັດທະນະທຳເດັກ ແລະ ທີມງານສື່ໄວຫນຸ່ມແຂວງໄຊສົມບູນ ເພື່ອໃຫ້ໂອກາດເດັກນ້ອຍມີສ່ວນຮ່ວມໃນການໂຄສະນາບັນຫາຕ່າງໆ ທີ່ມີຜົນກະທົບຕໍ່ເຂົາເຈົ້າ ແລະ ສົ່ງເສີມກິດຈະກຳບົດບາດຍິງ-ຊາຍ, ສ້າງຄວາມເຂັ້ມແຂງທາງດ້ານສິນລະປະວັນນະຄະດີ ແລະ ກາຍຍະກຳກິລາປະເພດຕ່າງໆ.

ນອກຈາກນີ້ ຄກມດ ແຂວງໄຊສົມບູນ ຍັງໄດ້ສົ່ງຕົວແທນເດັກຈຳນວນ 4 ນ້ອງ ເຂົ້າຮ່ວມເວທີເດັກອາຊຽນ ຄັ້ງທີ 7 ທີ່ປະເທດອິນໂດເນເຊຍ ແລະ ເຂົ້າຮ່ວມງານເວທີເດັກລາວທົ່ວປະເທດ ທີ່ເມືອງທ່າແຂກ ແຂວງຄໍາມ່ວນ ພາຍໃຕ້ຫົວຂໍ້: ການສຶກສາ, ການແຕ່ງດອງກ່ອນໄວ, ການນຳໃຊ້ສື່ສັງຄົມອອນລາຍຢ່າງປອດໄພ, ອຸປະຕິເຫດຕາມທ້ອງຖະໜົນ ແລະ ການແຜ່ລະບາດຂອງພະຍາດໂຄວິດ-19. ພ້ອມນີ້ຕົວແທນເດັກຍັງໄດ້ເຂົ້າຮ່ວມ ແລະ ປະກອບຄຳເຫັນໃນກອງປະຊຸມລະດັບສູງ ເພື່ອທົບທວນການຈັດຕັ້ງປະຕິບັດວຽກສິດທິເດັກ ຢູ່ ສປປ ລາວ ຄັ້ງວັນທີ 14-18 ພະຈິກ 2022. ພາຍຫລັງເຂົ້າຮ່ວມກອງປະຊຸມ ຄກມດ ແຂວງໄຊສົມບູນກໍ່ໄດ້ວາງແຜນຈັດຕັ້ງປະຕິບັດ ບັນດາຄໍາຫມັ້ນສັນຍາທີ່ໃຫ້ໄວ້ໃນກອງປະຊຸມດັ່ງກ່າວດັ່ງທີ່ ທ່ານ ຕົງມົວ ຊົວໂກ ຮອງເຈົ້າແຂວງໄຊສົມບູນ ປະທານ ຄກມດ ແຂວງໄຊສົມບູນໄດ້ກ່າວມາຂ້າງເທິງນັ້ນ.

ທີມງານຍັງມີໂອກາດໄດ້ລົງໄປເກັບກຳຂໍ້ມູນທີ່ເມືອງລ້ອງແຈ້ງ ແຂວງໄຊສົມບຸນ ແລະ ໄດ້ເຂົ້າພົບ ທ່ານ ອຸດອນ ສິງດາລາ ເຈົ້າເມືອງລ້ອງແຈ້ງ. ທ່ານເຈົ້າເມືອງລ້ອງແຈ້ງໄດ້ກ່າວຕໍ່ນັກຂ່າວວ່າ: ການນໍາເມືອງໄດ້ເອົາໃຈໃສ່ ປະຕິບັດຕາມການຊີ້ນໍາຂອງແຂວງ ໄດ້ເອົາໃຈໃສ່ຊີ້ນໍາການຈັດຕັ້ງປະຕິບັດຄໍາຫມັ້ນສັນຍາໃນການຫລຸດຜ່ອນຄວາມທຸກຍາກຂອງແມ່ຍິງ ແລະ ເດັກ ດ້ວຍຄວາມເອົາໃຈໃສ່.

ທ່ານ ນາງ ທອງພັນ ແກ້ວມັງ ຮອງປະທານສະຫະພັນແມ່ຍິງເມືອງ ກ່າວວ່າ: ໄລຍະຜ່ານມາ ຄກມດ ເມືອງລ້ອງແຈ້ງ ແຂວງໄຊສົມບູນ ກໍ່ໄດ້ປະຕິບັດກິດຈະກຳຫລາຍຢ່າງໃນການສົ່ງເສີມສິດທິເດັກ ໂດຍສະເພາະ ການຈັດເວທີໄວຫນຸ່ມ ເພື່ອໃຫ້ໂອກາດໃນການສະແດງຄວາມຄິດຄວາມເຫັນຂອງເຂົາເຈົ້າ. ຄກມດ ເມືອງ ແມ່ນກຳລັງກຽມເງື່ອນໄຂທາງດ້ານວິຊາການ, ງົບປະມານ ແລະ ອຸປະກອນໃນການຈັດຕັ້ງປະຕິບັດບັນດາຄໍາຫມັ້ນສັນຍາທີ່ຕົກລົງໃນກອງປະຊຸມລະດັບສູງຂອງຮອງເຈົ້າແຂວງທົ່ວປະເທດ ແລະ ການສະເຫລີມສະຫລອງວັນເດັກໂລກ ທີ່ນະຄອນຫລວງວຽງຈັນ ໃນວັນທີ 18 ພະຈິກ ປີ 2022 ປີຜ່ານມາ. ເຖິງແນວໃດກໍ່ຕາມເນື່ອງຈາກມີງົບປະມານຈໍາກັດ ກມດຊ ເມືອງລ້ອງແຈ້ງ ຈື່ງຂໍສະເຫນີເຖິງພາກສ່ວນກ່ຽວຂ້ອງ ແລະ ອົງການຢູນີເຊັບ ເພື່ອຂໍການສະຫນັບສະຫນູນ.

ທີມງານສື່ມວນຊົນ ໄດ້ສຳພາດຕົວແທນເດັກນັກຮຽນ ທີ່ໄປຮ່ວມກອງປະຊຸມກອງປະຊຸມລະດັບສູງເພື່ອທົບທວນການຈັດຕັ້ງປະຕິບັດວຽກສິດທິເດັກ ຢູ່ ສປປ ລາວ ຄັ້ງວັນທີ 14-18 ພະຈິກ 2022. ນາງ ປ່ານາຢ່າງ ເຍຍທົງ ໄດ້ບອກກັບນັກຂ່າວວ່າ: ນ້ອງມີຄວາມພາກພູມໃຈທີ່ໄດ້ມີໂອກາດເປັນຕົວແທນຂອງເດັກເຂົ້າຮ່ວມການສະເຫລີມສະຫລອງວັນເດັກໂລກ ປີ 2022 ແລະ ກອງປະຊູຸມທີ່ນະຄອນຫລວງວຽງຈັນ. ນ້ອງເວົ້າວ່າ: “ການ​ສຶກ​ສາ​ເປັນກຸນແຈ​ສໍາຄັນ ໃນການສົ່ງເສີມ​ເດັກ​ຍິງ​ໄວ​ຫນຸ່ມ ແລະ​ ຊ່ວຍ​ໃຫ້​ພວກເຂົາບັນ​ລຸ​ຄວາມ​ຝັນ​ຂອງຕົນເອງ ດັ່ງນັ້ນ ນ້ອງຢາກ​ເຫັນ​ເດັກ​ນ້ອຍ​ທຸກ​ຄົນ​ໃນ ສ​ປ​ປ ລາວ ໄດ້​ເຂົ້າ​ເຖິງ​ການ​ສຶກ​ສາ​ທີ່​ມີ​ຄຸນ​ນະ​ພາບ. ອີກຢ່າງຫນຶ່ງ ບັນຫານການແຕ່ງງານກ່ອນໄວອັນຄວນນັ້ນ ກໍເປັນຜົນກະທົບຕໍ່ສຸຂະພາບ ແລະ ອະນາຄົດຂອງເດັກ. ນ້ອງຈະປະກອບສ່ວນໃນການໂຄສະນາບັນຫາດັ່ງກ່າວໃຫ້ໄວຫນຸ່ມແຂວງໄຊສົມບູນ ຢ່າງກ້ວາງຂວາງ ແລະ ໃນທຸກເວທີ ໂດຍສະເພາ ເວທີໄວຫນຸ່ມ.”

ທ້າວ ສີທອງ ວ່າງ ທີ່ໄດ້ໄປຮ່ວມກອງປະຊຸມກອງປະຊຸມທີ່ນະຄອນຫລວງວຽງຈັນ ກໍ່ໄດ້ກ່າວກັບນັກຂ່າວວ່າ: ບັນຫາຢາເສບຕິດແມ່ນເປັນອັນຕະລາຍຕໍ່ສຸຂະພາບ ແລະ ການພັດທະນາທາງດ້ານຮ່າງກາຍ ແລະ ມັນສະຫມອງຂອງເດັກລວມທັງອະນາຄົດຂອງເດັກດ້ວຍ. ນ້ອງຍັງໄດ້ກ່າວເຖິງຄວາມສໍາຄັນຂອງການຮັກສາສະພາບແວດລ້ອມວ່າ: “ຄວາມເສື່ອມໂຊມຂອງສິ່ງແວດລ້ອມເຮັດໃຫ້ເດັກນ້ອຍມີຄວາມສ່ຽງ ແລະ ອັນຕະລາຍຕໍ່ສຸຂະພາບຫຼາຍຂຶ້ນ ແລະ ອາດຈະເຮັດໃຫ້ເຂົາເຈົ້າບໍ່ສາມາດໄດ້ຮັບສິດທິຂອງຕົນຢ່າງເຕັມສ່ວນ ໂດຍສະເພາະສິດທິ ທາງດ້ານການພັດທະນາຕົນເອງ. ນ້ອງຢາກເຫັນເດັກນ້ອຍ ແລະ ຊາວໜຸ່ມອາໄສຢູ່ໃນສະພາບແວດລ້ອມທີ່ປອດໄພ ແລະ ສະອາດຍິ່ງຂຶ້ນ. ດັ່ງນັ້ນ ນ້ອງຈະເປັນຕົວແທນຂອງໄວຫນຸ່ມ ເພື່ອຊ່ວຍໂຄສະນາບັນຫາດັ່ງກ່າວໃນໂຮງຮຽນ ກໍ່ຄືໃນຊຸມຊົນໃນແຂວງໄຊສົມບຸນ ກໍ່ຄືໃນທົ່ວປະເທດ.”

ທີ່ພະແນກຖະແຫລງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວແຂວງໄຊສົມບຸນ ທີມງານສື່ມວນຊົນໄດ້ພົບປະກັບຜູ້ຮັບຜິດຊອບໂຄງການສື່ໄວຫນຸ່ມແຂວງໄຊສົມບູນ ແລະ ສະມາຊິກທີມງານສື່ໄວຫນຸ່ມ. ນາງ ນາເດຍ ອ່ອນດວງພະຈັນ ແລະ ນາງໄກພະສຸກ ຄຳມີ ນັກຈັດລາຍການວິທະຍຸໄວຫນຸ່ມໄດ້ກ່າວກັບນັກຂ່າວວ່າ: ໂຄງການສື່ໄວຫນຸ່ມ ແມ່ນມີຄວາມສໍາຄັນຫລາຍໃນການການພັດທະນາໄວຫນຸ່ມ. ເດັກນັກຮຽນ ໄດ້ມີໂອກາດສະແດງຄວາມຄິດຄວາມເຫັນຕໍ່ບັນຫາທີ່ມີຜົນກະທົບຕໍ່ຊີວິດຂອງເຂົາເຈົ້າ. ພວກນ້ອງພູມໃຈທີ່ໄດ້ມີໂອກາດຮັບການການຝຶກອົບຮົມທັກສະດ້ານການໂຄສະນາ, ການຜະລິດລາຍການວິທະຍຸໄວຫນຸ່ມ ແລະ ການອອກຂ່າວໂຄສະນາຜ່ານສື່ສັງຄົມອອນລາຍ. ພວກນ້ອງໄດ້ຮັບການຝຶກອົບຮົມທັກສະໃນການຂຽນສະຄຣິບລາຍການວິທະຍຸ, ສໍາພາດຂ່າວ, ອ່ານຂ່າວໃນຫ້ອງອັດສຽງເປັນຕົ້ນ. ນ້ອງຍັງກ່າວວ່າ: “ສໍາລັບເດັກນ້ອຍແລ້ວ, ການໄດ້ມີສ່ວນຮ່ວມ ແລະ ການທີ່ຜູ້ໃຫຍ່ຮັບຟັງບັນຫາຂອງເຂົາເຈົ້າແມ່ນເຮັດໃຫ້ພວກເຂົາຮູ້ສຶກມີສໍາຄັນໃນຊ່ວງເປັນໄວຫນຸ່ມ ຫລື ອາດຈະເປັນຄວາມຊົງຈໍາອັນດີຕະຫຼອດຊີວິດຂອງເຂົາເຈົ້າ ນ້ອງຢາກເຫັນ​ເດັກ​ນ້ອຍ​ ແລະ​ ຊາວ​ຫນຸ່ມ​ມີ​ຄວາມ​ພູມ​ໃຈ​ທີ່​ສັງຄົມຮັບຟັງຄໍາຄິດຄໍາເຫັນຂອງເຂົາເຈົ້າ.”

ທ້າວ ວົງເດືອນ ກົມພັກດີ ສະມາຊິກທີມງານສື່ໄວຫນຸ່ມແຂວງໄຊສົມບຸນ ໄດ້ກ່າວວ່າ: ໄວຫນຸ່ມໄດ້ມີໂອກາດລົງເຄື່ອນໄຫວໂຄສະນາຢູ່ໂຮງຮຽນ ແລະ ຊຸມຊົນແຫ່ງຕ່າງໆ ໃນແຂວງໄຊສົມບຸນ ກ່ຽວກັບບັນຫາການສຶກສາ, ບັນຫາສຸຂະພາບ, ສິ່ງເສບຕິດ ແລະ ການແຕ່ງງານກ່ອນໄວອັນຄວນ. ນອກຈາກນີ້ຍັງໄດ້ໄປຮ່ວມກອງປະຊຸມປຶກສາຫາລື ແລະ ແລກປ່ຽນບົດຮຽນ ກັບທີມງານສື່ໄວຫນຸ່ມແຂວງອື່ນໃນທົ່ວປະເທດ. ນີ້ແມ່ນປະສົບການທີ່ດີ ແລະ ເຮັດໃຫ້ພວກນ້ອງມີການພັດທະນາຕົນເອງຢ່າງເຕັມສ່ວນ. ນ້ອງຍັງໄດ້ກ່າວວ່າ “ນ້ອງຢາກເຫັນເດັກນ້ອຍໃນ ສປປ ລາວ ທຸກຄົນໄດ້ຮັບວັກຊີນ ແລະ ເຕີບໃຫຍ່ຢ່າງແຂງແຮງເດັກນ້ອຍທຸກຄົນມີສິດທີ່ຈະມີສຸຂະພາບທີ່ດີ.”

ການລົງເກັບກໍາຂໍ້ມູນ ກ່ຽວກັບຄວາມມຸ້ງຫມັ້ນ ແລະ ການປະຕິບັດຄໍາຫມັ້ນສັນຍາຂອງບັນດາທ່ານຮອງເຈົ້າແຂວງທົ່ວປະເທດ ທີ່ໄດ້ຕົກລົງກັນໃນກອງປະຊຸມ ທີ່ຈັດຂື້ນທີ່ນະຄອນຫລວງວຽງຈັນ ໃນວັນທີ 18 ພະຈິກ ປີ 2022 ແມ່ນຍັງຈະດໍາເນີນທີ່ແຂວງບໍລິຄໍາໄຊ ໃນໄລຍະວັນທີ 25 ຫາ 27 ມັງກອນ 2023.

LEAVE A REPLY

Please enter your comment!
Please enter your name here