Saturday, September 21, 2024
Homeຂ່າວພາຍໃນໜຶ່ງໃນ12ຮູບພາບຕາມຝາອາຄານເກົ່າຢູ່ນະຄອນໄກສອນພົມວິຫານ ມີຮູບແຕ້ມ ເປັນຮູບພາບລຸງສອນຫຼານ ຂອງທ່ານປະທານ ໄກສອນ ພົມວິຫານ ທີ່ໄດ້ແຕ້ມຂຶ້ນຢູ່ຝາໂຮງຮຽນປະຖົມໄຊຍະພູມ

ໜຶ່ງໃນ12ຮູບພາບຕາມຝາອາຄານເກົ່າຢູ່ນະຄອນໄກສອນພົມວິຫານ ມີຮູບແຕ້ມ ເປັນຮູບພາບລຸງສອນຫຼານ ຂອງທ່ານປະທານ ໄກສອນ ພົມວິຫານ ທີ່ໄດ້ແຕ້ມຂຶ້ນຢູ່ຝາໂຮງຮຽນປະຖົມໄຊຍະພູມ

ສິລະປະຂ້າງຖະໜົນເປັນແນວຄວາມຄິດໃນການນຳໃຊ້ສິລະປະຮູບແຕ້ມເພື່ອຫວນຄືນພາບເກົ່າໃນອະດີດຂອງເມືອງເກົ່າ ໄກສອນພົມ ວິຫານ ຫຼື ໃນເມືອກ່ອນເຄີຍເອີ້ນວ່າ “ເມືອງຄັນທະບູລີ” ໃຫ້ກັບມາມີຊີວິດຊີວາອີກຄັ້ງ ຜ່ານການນຳສະເໜີຄືນ ຫຼື ສະແດງພາບບັນຍາກາດທີ່ຫາເບິ່ງໄດ້ຍາກຂອງວິຖີຊີວິດຊາວເມືອງໃນເມື່ອກ່ອນ ຜ່ານການແຕ້ມຮູບພາບໃສ່ບໍລິເວນຝາອາຄານ ເພື່ອໃຫ້ພາບເຫຼົ່ານັ້ນກັບເຂົ້າມາເປັນສ່ວນຫນຶ່ງຂອງບັນຍາກາດເມືອງເກົ່າ ທ່ານ ໂພສີສອຍ ກຸທິລາດ ຫົວໜ້າພະແນກ ຖວທ ແຂວງສະຫວັນນະເຂດ ໄດ້ບອກກັບທີມຂ່າວ ທຊລ ວ່າ: ຮູບພາບທີ່ໂດດເດັ່ນ ແລະ ມີຄວາມໝາຍສຳຄັນທາງດ້ານປະຫວັດສາດໃຫ້ຄົນລາວທຸກຄົນໄດ້ຮຽນຮູ້ ແລະ ຈົດຈຳນັ້ນແມ່ນ ຮູບພາບ ລຸງສອນຫຼານ ເປັນພາບຂອງ ທ່ານປະທານ ໄກສອນ ພົມວິຫານ ທີ່ໄດ້ແຕ້ມຂຶ້ນຢູ່ຝາໂຮງຮຽນປະຖົມໄຊຍະພູມນະຄອນໄກສອນພົມວິຫານ ທີ່ກຳລັງໂອ້ລົມ ແລະສິດສອນ ເດັກນັກຮຽນ ພາບດັ່ງກ່າວໄດ້ສື່ເຖິງຄວາມສຳຄັນຂອງການສຶກສາທີ່ສົ່ງຕໍ່ຈາກຄົນຮຸ່ນກ່ອນສູ່ເດັກຮຸ່ນໃໝ່,ແທນພາບດ້ວຍຕົວທ່ານໄກສອນ ພົມວິຫານ ບຸກຄົນສຳຄັນແຫ່ງປະຫວັດສາດ ດ້ວຍກິລິຍາທີ່ໂອບອ້ອມອາລີ, ມີຈິດໃຈມຸ່ງໝັ້ນ ຢາກຈະສິດສອນ, ຖ່າຍທອດຄວາມຮູ້ ແລະ ແທນພາບເດັກນ້ອຍດ້ວຍເຍົາວະຊົນຊາວໜຸ່ມທີ່ກຽມພ້ອມ ແລະຕື່ນເຕັ້ນທີ່ຈະຮຽນຮູ້ບົດຮຽນທີ່ລ້ຳຄ່າຈາກທ່ານ.


ພ້ອມນັ້ນ ທີມຂ່າວ ທຊລ ຍັງໄດ້ພົບກັບ ນັກຈິດຕະກອນ ທ່ານ ອານັນ ຈັນທະສອນ ໜຶ່ງໃນ5 ທ່ານທີ່ໄດ້ສຸມສະຕິກຳລັງມີສ່ວນຮ່ວມໃນການແຕ້ມຮູບພາບລຸງສອນຫຼານໃສ່ຝາອາຄານໂຮງຮຽນປະຖົມໄຊຍະພູມ ແລະ ມີຄວາມພູມໃຈທີ່ໄດ້ມີສ່ວນຮ່ວມໃນຄັ້ງນີ້.

12 ຮູບແຕ້ມທີ່ນອນໃນການຂຶ້ນບັນຊີອາຄານເຮືອນເກົ່າໄດ້ຈໍານວນ 184 ຫຼັງ, ແຍກເປັນ 3 ປະເພດຄື: ປະເພດ 1: ຈໍານວນ 8 ຫຼັງ ປະເພດ 2 ມີ 12 ຫຼັງ ແລະ ປະເພດ 3 ມີ: 163 ຫຼັງ ແລະ ໄດ້ຂື້ນທະບຽນຮັບຮອງເປັນມໍລະໂດກລະດັບທ້ອງຖິ່ນໃນອາຄານປະເພດ 1 ຈໍານວນ 8 ຫຼັງ, ໄດ້ປັບປຸງ ແລະ ພັດທະນາອາຄານເກົ່າ, ເສັ້ນທາງຍ່າງຂອງນັກທ່ອງທ່ຽວ ດ້ວຍການປູດິນຈີ່ໃຫ້ກົມກືນກັບຕົວເມືອງເກົ່າໃນຂອບເຂດຕໍ່ໜ້າຫໍພິພິຕະພັນແຂວງ, ປັບປຸງ, ພັດທະນາ ທັດສະນີຍະພາບຂອງແຄມຂອງ ພ້ອມທັງມີການຕິດຕັ້ງປ້າຍຂໍ້ມູນຕົວເມືອງເກົ່າ, ແຕ້ມຝາອາຄານທີ່ເລົ່າເຖິງເລື່ອງລາວຂອງການດໍາຊີວິດຂອງຄົນໃນສະໄໜກ່ອນ ເພື່ອເປັນການອະນຸລັກຮັກສາຝາອາຄານເກົ່າ ແລະ ເປັນການດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເຂົ້າມາທ່ຽວຊົມ ແລະ ຮຽນຮູ້ປະຫວັດສາດຢູ່ນະຄອນໄກສອນພົມວິຫານ.


ນັກຂ່າວໂທລະພາບແຫ່ງຊາດລາວ ນ.ຈັນສະໝອນ ວົງສົດ

ພາບ: ອຸໄທລັດ ວິໄທ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments