Friday, October 18, 2024
Homeຂ່າວຕ່າງປະເທດຄວາມໜຽວແໜ້ນ ແລະ ຄວາມມີຊີວິດຊີວາດ້ານການຄ້າຕ່າງປະເທດຂອງຈີນມາຈາກໃສ?

ຄວາມໜຽວແໜ້ນ ແລະ ຄວາມມີຊີວິດຊີວາດ້ານການຄ້າຕ່າງປະເທດຂອງຈີນມາຈາກໃສ?

ວິທະຍຸສາກົນ ແຫ່ງປະເທດຈີນ (CRI) ໄດ້ລາຍງານວ່າ: ວັນທີ 13 ມັງກອນນີ້, ອົງການພາສີແຫ່ງຊາດຈີນ ໄດ້ເປີດເຜີຍຂໍ້ມູນ ໂດຍສະແດງໃຫ້ເຫັນວ່າ: ລວມຍອດມູນຄ່າການນໍາເຂົ້າ ແລະ ສົ່ງອອກສິນຄ້າປະເພດຈັບຕ້ອງໄດ້ຂອງຈີນ ໃນປີ 2022 ໄດ້ບັນລຸເຖິງ 42.070 ຕື້ຢວນ, ເພີ່ມຂຶ້ນ 7,7% ເມື່ອທຽບໃສ່ປີ 2021. ນີ້ເປັນຄັ້ງທໍາອິດທີ່ລວມຍອດມູນຄ່າການຄ້າຕ່າງປະເທດຂອງຈີນ ບັນລຸຫລາຍກວ່າ 40.000 ຕື້ຢວນ ແລະ ຮັກສາຖານະການຄ້າສິນຄ້າປະເພດຈັບຕ້ອງໄດ້ໃຫຍ່ອັນດັບໜຶ່ງຂອງໂລກເປັນເວລາ 6 ປີຕິດຕໍ່ກັນ. ໃນປີ 2022, ຄວາມສ່ຽງດ້ານເສດຖະກິດຊຸດໂຊມລົງໄດ້ເພີ່ມຂຶ້ນ, ການເຕີບໂຕຂອງຄວາມຕ້ອງການຈາກພາຍນອກຫລຸດຜ່ອນລົງຢ່າງຕໍ່ເນື່ອງ ແລະ ການແພ່ລະບາດຂອງພະຍາດໂຄວິດ-19 ຍັງສືບຕໍ່ສ້າງຜົນກະທົບຕໍ່ທົ່ວໂລກ, ແຕ່ການຄ້າຕ່າງປະເທດຂອງຈີນ ໄດ້ຜ່ານຜ່າຄວາມຫຍຸ້ງຍາກຕ່າງໆນານາ ແລະ ມີການບຸກທະລຸບົນພື້ນຖານສະຖິຕິສູງຂອງປີ 2021. ຜົນງານຂອງການຄ້າຕ່າງປະເທດຂອງຈີນ ໃນປີ 2022 ໄດ້ເພີ່ມທະວີຄວາມໝັ້ນໃຈຂອງປະຊາຄົມໂລກທີ່ມີຕໍ່ເສດຖະກິດຈີນຕື່ມອີກ.

ການຄ້າຕ່າງປະເທດສາມາດສ່ອງແສງໃຫ້ເຖິງສະພາບການຂອງເສດຖະກິດ. ການຄ້າຕ່າງປະເທດຈີນ ໄດ້ຮັບຜົນງານດີເດັ່ນ ກໍສະແດງໃຫ້ເຫັນວ່າ: ເສດຖະກິດຈີນ ມີຄວາມໜຽວແໜ້ນ, ມີກໍາລັງບົ່ມຊ້ອນ ແລະ ມີຊີວິດຊີວາຢ່າງຫລວງຫລາຍ ແລະປັດໄຈພື້ນຖານທີ່ສະໜັບສະໜູນການເຕີບໂຕໃນໄລຍະຍາວບໍ່ມີການປ່ຽນແປງແຕ່ຢ່າງໃດ.

ຄວາມໜຽວແໜ້ນ ແລະ ຄວາມມີຊີວິດຊີວາຂອງການຄ້າຕ່າງປະເທດຈີນ ແມ່ນມາຈາກໃສ? ຖ້າເບິ່ງຕາມການສົ່ງອອກແລ້ວ ແມ່ນຍ້ອນຈີນ ໄດ້ສຸມກໍາລັງເຂົ້າໃນສອງປັດໄຈທີ່ສໍາຄັນຄື: ຕະຫລາດ ແລະ ຜະລິດຕະພັນ. ຖ້າເບິ່ງຕາມການນໍາເຂົ້າແລ້ວ ແມ່ນຍ້ອນຄວາມຕ້ອງການຂອງຕະຫລາດພາຍໃນປະເທດທີ່ມີກຳລັງບົ່ມຊ້ອນອັນມະຫາສານຂອງຈີນ ໄດ້ໃຫ້ການຄໍ້າປະກັນທີ່ແຂງແຮງ.

ໃນປີ 2022, ຄູ່ຮ່ວມມືດ້ານການຄ້າຕ່າງປະເທດຂອງຈີນ ໄດ້ມີການພົວພັນທີ່ຮັດແໜ້ນ ແລະ ເປີດກວ້າງຄື: ການສົ່ງອອກຂອງຈີນ ຕໍ່ອາຊຽນ, ສະຫະພາບເອີຣົບ ແລະ ຄູ່ການຄ້າໃຫຍ່ອື່ນໆທີ່ສໍາຄັນຕ່າງກໍໄດ້ຮັກສາຈັງຫວະການເຕີບໂຕທີ່ອ່າວວ່ອງໄວ; ການສົ່ງອອກຂອງຈີນ ຕໍ່ປະເທດທີ່ຢູ່ລຽບຕາມ ໜຶ່ງແລວໜຶ່ງເສັ້ນທາງ ໄດ້ເພີ່ມຂຶ້ນ 20%.

ພາຍໃຕ້ສະພາບການທີ່ເຊື້ອພະຍາດໂຄວິດ-19 ກໍາລັງແພ່ລະບາດ, ການຄ້າຕ່າງປະເທດຂອງຈີນ ໄດ້ເສີມຂະຫຍາຍທ່າແຮງຂອງຕົນຄື: ອຸດສາຫະກໍາການຜະລິດມີຄວາມສາມາດສູງ ແລະ ຕ່ອງໂສ້ການສະໜອງມີຄວາມອຸດົມສົມບູນ ເຊິ່ງ ໄດ້ທົດແທນໃສ່ຊ່ອງວ່າງການສະໜອງທົ່ວໂລກ ແລະ ປະກອບສ່ວນອັນສໍາຄັນ ເຂົ້າໃນການຟື້ນຟູການຄ້າທົ່ວໂລກ ແລະເສດຖະກິດໂລກ.

ໃນກອງປະຊຸມວຽກງານເສດຖະກິດສູນກາຈີນ ທີ່ຈັດຂຶ້ນໃນທ້າຍປີ 2022, ການເປີດກວ້າງຄວາມຕ້ອງການພາຍໃນປະເທດ ແລະ ຍຶດໝັ້ນການເປີດປະຕູສູ່ພາຍນອກໃນລະດັບສູງ ແມ່ນຫົວຂໍ້ທີ່ສໍາຄັນ. ໃນປີ 2023 ນີ້, ການຄ້າຕ່າງປະເທດຂອງຈີນ ຈະມີພະລັງຊີວິດໃໝ່ຢ່າງບໍ່ຢຸດຢັ້ງ ແລະມີພະລັງຊຸກດັນຢ່າງຫລວງຫລາຍ ເຊິ່ງຈະຊ່ວຍໃຫ້ເສດຖະກິດຈີນ ເພີ່ມຄວາມໄວໃນການພັດທະນາ ແລະ ສືບຕໍ່ເປັນພະລັງຂັບເຄື່ອນທີ່ສໍາຄັນຂອງການເຕີບໂຕຂອງເສດຖະກິດໂລກ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments